ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທ ຈະບໍ່ເພີ່ມການນຳເຂົ້າ ພະລັງງານຈົນເຖິງປີ 2026 ເພາະວ່າ ມີພະລັງງານສຳຮອງ ເກີນຄວາມຕ້ອງການ


ສາຍໄຟຟ້າ ອາຊຽນ.
ສາຍໄຟຟ້າ ອາຊຽນ.

ໄທ ຈະບໍ່ເພີ່ມການນຳເຂົ້າພະລັງງານຈົນເຖິງປີ 2026 ເພາະວ່າພະລັງງານໄຟຟ້າສຳຮອງທີ່ມີໃນປັດຈຸບັນຍັງເກີນຄວາມຕ້ອງການພາຍໃນເຖິງ 30 ເປີເຊັນ ຈຶ່ງໄດ້ຫັນປ່ຽນໄປເປັນຜູ້ສົ່ງອອກພະລັງ ງານໄຟຟ້າຫຼາຍຂຶ້ນ.

ທ່ານ ວີຣະພົນ ຈິຣະປຣະດິດທະກຸນ ໂຄສົກຄະນະກຳມະການກຳກັບກິດຈະການພະລັງງານແຫ່ງປະເທດ ໄທ ເປີດເຜີຍວ່າລັດຖະບານ ໄທ ຈະບໍ່ເພີ່ມການນຳເຂົ້າພະລັງງານຈາກຕ່າງປະເທດ ນັບແຕ່ປັດຈຸບັນນີ້ໄປຈົນເຖິງປີ 2026 ເປັນຢ່າງນ້ອຍ ເພາະວ່າ ໄທ ມີພະລັງງານໄຟຟ້າສຳຮອງເກີນຄວາມຕ້ອງການພາຍໃນເຖິງ 30 ເປີເຊັນ ຊຶ່ງເມື່ອສົມທົບດ້ວຍການລະບາດຂອງພະຍາດໄວຣັສ COVID-19 ທີ່ເຮັດໃຫ້ເສດຖະກິດ ໄທ ຕົກຕໍ່າລົງສູ່ລະດັບທີ່ຕິດລົບເຖິງ 6.1 ເປີເຊັນໃນປີ 2020 ທີ່ຜ່ານມານັ້ນ ຈຶ່ງເຮັດໃຫ້ລັດຖະບານ ໄທ ໄດ້ມີການຫັນປ່ຽນແນວນະໂຍບາຍຈາກການເປັນຜູ້ນຳເຂົ້າພະລັງງານໄປເປັນຜູ້ສົ່ງອອກພະລັງງານຫຼາຍຂຶ້ນ ນັບຈາກປີ 2021 ນີ້ເປັນຕົ້ນໄປ.

ທັງນີ້ລັດຖະບານໄດ້ວາງແຜນການຈະພັດທະນາໃຫ້ ໄທ ເປັນສູນກາງການຄ້າ ແລະ ການເຊື່ອມຕໍ່ດ້ານພະລັງງານໄຟຟ້າຂອງກຸ່ມ ອາຊຽນ ໃຫ້ໄດ້ພາຍໃນປີ 2025 ດ້ວຍການວາງແນວສາຍສົ່ງໄຟ ຟ້າແຮງສູງເພື່ອເຊື່ອມໂຍງຈາກ ລາວ ໄປປະເທດສະມາຊິກ ອາຊຽນ ດ້ວຍກັນ ໂດຍເລີ່ມຈາກການສົ່ງພະລັງງານໄຟຟ້າເພີ່ມຂຶ້ນຈາກ 300 ເປັນ 400 ເມກະວັດ ຈາກ ລາວ ຜ່ານ ໄທ ໄປ ມາເລເຊຍ ແລະ ສິງກະໂປ ດັ່ງທີ່ທ່ານ ກຸລິດ ສົມບັດສິຣິ ຫົວໜ້າກະຊວງພະລັງງານຂອງ ໄທ ໄດ້ໃຫ້ການຢືນ ຢັນວ່າ

“ເຮົາຈະຊູໃນເລື່ອງພະລັງງານໝູນວຽນ, ເລື່ອງຂອງພະລັງງານທົດແທນ ເລື່ອງຂອງການລົງທຶນເຮັດ Grid Connectivity ກໍຄືເຊື່ອມໂຍງສາຍສົ່ງການຊື້ຂາຍໄຟ ເພາະເຮົາຢູ່ໃນທຳເລທີ່ເປັນຍຸດທະສາດທີ່ດີ ກໍເຊື່ອມ ລາວ-ໄທ ໄປຕໍ່ຍັງ ມຽນມາ ຫຼື ລາວ-ໄທ ໄປຍັງ ມາເລເຊຍ, ສິງກະໂປ ຫຼືໄປ ກຳປູເຈຍ. ເຮົາກໍຈະໃຊ້ຄວາມໂດດເດັ່ນທາງດ້ານຍຸດທະສາດບ່ອນນີ້ ເຮັດໃນເລື່ອງຂອງການເຊື່ອມຕໍ່ທາງດ້ານໄຟຟ້າ ແລະ ກໍດ້ານແກັສທຳມະຊາດ.”

ນອກຈາກ ມາເລເຊຍ ແລະ ສິງກະໂປ ແລ້ວລັດຖະບານ ຫວຽດນາມ ກໍໄດ້ຕົກລົງຈະຊື້ພະລັງງານໄຟຟ້າຈາກ ລາວ 5,000 ເມກະວັດໃນປີ 2025 ແລະ ລັດຖະບານ ລາວ ກໍໄດ້ຂໍໃຫ້ເພີ່ມຂຶ້ນເປັນ 7,000-9,000 ເມກະວັດ ສ່ວນລັດຖະບານ ກຳປູເຈຍ ກໍຈະຊື້ໄຟຟ້າຈາກ ລາວ 1,700 ເມກະວັດ ຫາກແຕ່ຈະຕ້ອງໄດ້ມີການວາງສາຍສົ່ງໄຟຟ້າແຮງສູງເຊື່ອມຕໍ່ຈາກພາກໃຕ້ຂອງ ລາວ ໄປພາກເໜືອຂອງ ກຳປູເຈຍ ເສຍກ່ອນ.

ທັງນີ້ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຢືນຢັນວ່າການຮ່ວມທຶນເພື່ອສ້າງຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ລາວ ລະຫວ່າງລັດວິສາຫະກິດໄຟຟ້າ ລາວ ແລະ ລັດວິສາຫະກິດຕາຂ່າຍໄຟຟ້າພາກໃຕ້ຂອງ ຈີນ ເມື່ອເດືອນກັນຍາ 2020 ມີເປົ້າໝາຍທີ່ສຳຄັນກໍຄືການພັດທະນາລະບົບໂຄງຂ່າຍສາຍສົ່ງໄຟຟ້າແຮງສູງໃນ ລາວ ໃຫ້ທັນສະໄໝ ເພື່ອເຊື່ອມຕໍ່ ແລະ ຕອບສະໜອງໄຟຟ້າໃຫ້ກັບບັນດາປະເທດໃນລຸ່ມແມ່ນໍ້າຂອງ ແລະ ກຸ່ມອາຊຽນໃຫ້ໄດ້ຢ່າງທົ່ວເຖິງ ເພື່ອເຮັດໃຫ້ ລາວ ເປັນໝໍ້ໄຟຂອງ ອາຊຽນ ໃຫ້ໄດ້ດ້ວຍການສະໜັບສະໜູນເງິນທຶນ ແລະ ເທັກໂນໂລຈີຈາກ ຈີນ ເປັນສຳຄັນ.

ໃນປີ 2021-2022 ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ລາວ ໄດ້ວາງແຜນຈະລົງທຶນໃນມູນຄ່າ 2,000 ລ້ານໂດລາເພື່ອກໍ່ສ້າງລະບົບຕາຂ່າຍສາຍສົ່ງໄຟຟ້າແຮງສູງ 500 KV ໃນ ລາວ ທີ່ເຊື່ອມຕໍ່ກັບຕາຂ່າຍສາຍສົ່ງໄຟຟ້າແຮງສູງໃນແຂວງ ຢຸ່ນໜານ ຂອງ ຈີນ ທັງຍັງຈະສ້າງຕາຂ່າຍສາຍສົ່ງໄຟຟ້າແຮງສູງ 500 KV ຈາກພາກໃຕ້ຂອງ ລາວ ເຊື່ອມຕໍ່ໄປແຂວງພາກເໜືອຂອງ ກຳປູເຈຍ ເພື່ອປະຕິບັດຕາມຂໍ້ຕົກລົງທີ່ ກຳປູເຈຍ ຕ້ອງການຊື້ໄຟຟ້າຈາກ ລາວ 1,700 ເມກະວັດນັບຈາກປີ 2022 ໃຫ້ໄດ້ໂດຍບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ລາວ ຈະໄດ້ຜົນປະໂຫຍດຈາກການສົ່ງໄຟຟ້າຜ່ານສາຍສົ່ງໄຟຟ້າແຮງສູງດັ່ງກ່າວ ໂດຍສາຍສົ່ງໄຟຟ້າທີ່ມີຂະໜາດຕັ້ງແຕ່ 230 KV ຂຶ້ນໄປກໍຈະຖືກໂອນຈາກລັດວິສາຫະກິດໄຟຟ້າ ລາວ ໄປຢູ່ພາຍໃຕ້ການຄຸ້ມຄອງຂອງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ລາວ ທັງໝົດ.

ລາວ ຈະມີແຫຼ່ງຜະລິດໄຟຟ້າເຖິງ 100 ໂຄງການ ມີກຳລັງຕິດຕັ້ງ 13,000 ເມກະວັດ ສາມາດຜະ ລິດກະແສໄຟຟ້າໄດ້ເຖິງ 67,000 ລ້ານກິໂລວັດ/ໂມງໃນທ້າຍປີ 2021 ຂະນະທີ່ການຊົມໃຊ້ໄຟຟ້າໃນ ລາວ ກໍຍັງມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນຫຼັງການເປີດການເດີນລົດໄຟ ລາວ-ຈີນ ໃນທ້າຍປີ 2021 ກໍຄາດການວ່າຈະເຮັດໃຫ້ການຊົມໃຊ້ໄຟຟ້າໃນ ລາວ ເພີ່ມຂຶ້ນເຖິງ 2 ເທົ່າກໍຄືຈາກ 1,800 ເມກະວັດໃນປັດຈຸບັນເພີ່ມຂຶ້ນເປັນ 3,600 ເມກະວັດໃນປີ 2022.

XS
SM
MD
LG