ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທຈັບຜູ້ລັກລອບສັດປ່າ ທີ່ສະໜາມບິນນາໆຊາດ


ທະນີແກ້ມຂາວ ອາຍຸ 3 ເດືອນ ທີ່ຖືກຕຳຫຼວດໄທຈັບໄດ້ ຈາກຊາວສະຫະລັດ ອາຣັບເອເມີເຣດຄົນນຶ່ງ ທີ່ສະໜາມບິນສຸວັນນະພູມ (13 ພຶດສະພາ 2011)
ທະນີແກ້ມຂາວ ອາຍຸ 3 ເດືອນ ທີ່ຖືກຕຳຫຼວດໄທຈັບໄດ້ ຈາກຊາວສະຫະລັດ ອາຣັບເອເມີເຣດຄົນນຶ່ງ ທີ່ສະໜາມບິນສຸວັນນະພູມ (13 ພຶດສະພາ 2011)

ຜູ້ຊາຍຄົນນຶ່ງໄດ້ຖືກຈັບ ທີ່ສະໜາມບິນນາໆຊາດຂອງໄທ
ໃນວັນສຸກມື້ນີ້ ຫຼັງຈາກຖືກຈັບໄດ້ວ່າຜູ້ກ່ຽວພະຍາຍາມທີ່
ຈະລັບລອບເອົາສັດປ່າອອກໄປຕ່າງປະເທດ.

ຜູ້ຊາຍຄົນນີ້ ຊຶ່ງຖືກລະບຸວ່າ ເປັນຊາວສະຫະລັດອາຣັບເອ
ເມີເຣສນັ້ນ ໄດ້ພະຍາຍາມທີ່ຈະຂຶ້ນເຮືອບິນເດີນທາງໄປຍັງ
ດູໄບ ເວລາເຈົ້າໜ້າທີ່ພົບເຫັນໝີນ້ອຍໂຕນຶ່ງ ເສືອດາວ 2
ໂຕ ເສືອດຳ 2 ໂຕ ແລະລີງອີກ ຢ່າງນ້ອຍ 2 ໂຕ ຢູ່ໃນ
ຫີບເດີນທາງຂອງຜູ້ກ່ຽວ.

ກຸ່ມຕໍ່ຕ້ານການຄ້າສັດປ່າ Freeland ທີ່ສະມາຊິກມີໜ້າໃນ
ການຈັບກຸມຄັ້ງນີ້ ກ່າວວ່າ ເປັນທີ່ເຊື່ອກັນວ່າ ຜູ້ຊາຍຄົນນີ້
ແມ່ນພາກສ່ວນນຶ່ງຂອງຕາໜ່າງການຄ້າສັດປ່າທີ່ກວ້າງໃຫຍ່

XS
SM
MD
LG