ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພໍ່ຄ້າສັດປ່າ ທີ່ຖືກຈັບໃນໄທ ໜີປະກັນໂຕ


ຊະນີແກ້ມແດງ ອາຍຸ 3 ເດືອນ ທີ່ຖືກພົບເຫັນຢູ່ໃນຫີບເດີນທາງ ຂອງຊາວສະຫະລັດອາຣັບເອມີເຣດສ໌ຄົນນຶ່ງ ທີ່ຖືກຈັບໄດ້ຢູ່ ສະໜາມບິນສຸວັນນະພູມ, ບາງກອກ, ປະເທດໄທ, ພ້ອມກັບສັດຫາຍາກອື່ນໆອີກຫລາຍໂຕ.
ວັນທີ 13 ພຶດສະພາ 2011.(REUTERS/Damir Sagolj)
ຊະນີແກ້ມແດງ ອາຍຸ 3 ເດືອນ ທີ່ຖືກພົບເຫັນຢູ່ໃນຫີບເດີນທາງ ຂອງຊາວສະຫະລັດອາຣັບເອມີເຣດສ໌ຄົນນຶ່ງ ທີ່ຖືກຈັບໄດ້ຢູ່ ສະໜາມບິນສຸວັນນະພູມ, ບາງກອກ, ປະເທດໄທ, ພ້ອມກັບສັດຫາຍາກອື່ນໆອີກຫລາຍໂຕ. ວັນທີ 13 ພຶດສະພາ 2011.(REUTERS/Damir Sagolj)

ເຈົ້າໜ້າ​ທີ່​ຕໍາຫລວດ​ໃນ​ປະ​ເທດ​ໄທ​ກ່າວ​ວ່າ ຜູ້​ທີ່​ຖືກກ່າວ​ຫາ​ວ່າລັກ​ລອບ​ເອົາ​​ສັດປ່າໜີ​ອອກ​ນອກ​ປະ​ເທດ​ ທີ່ຖືກ​ຈັບ​ກຸມຢູ່​ສະໜາມ​ບິນ​ເມື່ອ​ເດືອນ​ຜ່ານ​ມາ ພ້ອມກັບ​ສັດ​ປ່າທີ່​​ໃກ້ຈະ​ສູນ ພັນຫລາຍໆ​ໂຕ ທີ່ຍັງ​ມີ​ຊີວິດ​ຢູ່​ ຊຸກ​ເຊຶ່ອງ​ໄວ້ໃນ​ຫີບ​ເດີນທາງຂອງ​ຜູ້ກ່ຽວ​ນັ້ນ ​​ໄດ້ໜີ​ການປະ ກັນຕົວ​ແລະ​ຫລົບໜີ​ອອກ​ນອກ​ປະ​ເທດ​ໄປແລ້ວ. Daniel Schearf ຜູ້​ສື່ຂ່າວ​ວີ​ໂອ​ເອລາຍ​ງານ​ຈາກ​ບາງກອກກ່ຽວ​ກັບ​ຄະດີ​ດັ່ງກ່າວ ທີ່​ພວກ​ນັກ​ເຄຶ່ອນ​​ໄຫວ​ກ່ຽວ​ກັບການ​ລັກລອບຄ້າ ສັດປ່າ​ກ່າວ​ວ່າ ​ເນັ້ນ​ຍໍ້າ​ໃຫ້​ເຫັນ​ເຖິງ​ຄວາມ​ຍາກ​ລໍາບາກ​​ໃນການ​ຂັດຂວາງພວກລັກລອບ​ຄ້າ​ສັດ​ປ່າ ​ທີ່ມີ​ການ​ພົວພັນ​ນໍາ​ບຸກຄົນ​ໃນ​ວົງ​ການ​​ການ​ເມືອງ​ນັ້ນ. ທອງ​ປານມີ​ເລຶ່ອງນີ້ມາສະ​ເໜີ​ ທ່ານ​.

ເວລາພວກເຈົ້າໜ້າ​ທີ່​ຕໍາຫລວດ​ໄທ​ ທໍາ​ການຈັບ​ກຸມ​ນາຍນົວ ມະຫະມູດ (Noor Mahmood) ​ໃນ​ເດືອນ​ພຶດສະພາ​ ຢູ່ສະໜາມ​ບິນ​ນາໆ​ຊາດ​ສຸວັນນະ​ພູມ ທີ່​ບາງກອກນັ້ນ ພວກ​ເຂົາ​ເຈົ້າພົບ​ວ່າຫີບ​ເດີນທາງ​ຂອງ​ຜູ້ກ່ຽວ ມີ​ລັກສະນະ​ຄື​ກັນ​ກັບ​ເປັນ​ສວນສັດ​ນ້ອຍໆ ​ເພາະ​ມັນ​ເຕັມ​ໄປ​ດ້ວຍສັດປ່າ​ທີ່ໃກ້​ຈະ​ສູນພັນ​ຫລາຍ​ຕົວ​ຢູ່​ໃນນັ້ນ ຊຶ່ງ​ມີ​ໂຮມ​ທັງ​ລູກ​ເສືອ​ດາວ​ນ້ອຍໆ​ສີ່​ໂຕ ລູກໝີ​ໂຕ​ນຶ່ງ ລິງ​ນຶ່ງ​ໂຕ ​ແລະ​ຊະນີ​ແກ້ມ​ແດງ​ນຶ່ງ​ໂຕ ຊື່​ງທັງ​ໝົດ​ຖືກ​ສັກ​ຢາ​ໃຫ້​ສະ​ລົບ​ສະ​ໄຫລ ​ແລະ​ຍັດ​ໄວ້​ຢູ່​ໃນກົງນ້ອຍໆ

ຄະດີ​ດັ່ງກ່າວ​ນີ້​ ​ໄດ້​ກາຍມາ​ເປັນ​ຂ່າວ​ຜົນ​ສໍາ​ເລັດ​ລະດັບ​ສູງ​ສໍາ​ຫລັບ​ພວກ​ເຈົ້າໜ້າ​ທີ່​ຕໍາຫລວດ ​ທີ່​ຕໍ່ສູ້​ກັບທຸລະ​ກິດລັກ ລອບ​ຄ້າ​ສັດປ່າ​ຂອງ​ໄທທີ່​ກໍາລັງ​ຮຸ່ງ​ເຮືອງ​ນັ້ນ ​ແຕ່ກໍພິສູດ​ໃຫ້​ເຫັນ​ວ່າ​ເປັນຄວາມ​ສໍາ​ເລັດ​ທີ່​ສັ້ນ​ຫລາຍ.

ນາຍມາ​ຫະມູດ ຊຶ່ງ​ເປັນ​ພົນລະ​ເມືອງ​ຂອງ​ສະຫະລັດ​ອາ​ຫລັບ​ເອ​ມີ​ເຣ​ດສ໌ United Arab Emirates ຫລື UAE ​ໄດ້​ຖືກ​ປະກັນ​ຕົວອອກ​ມາ​ເປັນ​ຈໍາ ນວນ​ເງິນ 6,600 ​ໂດ​ລາ ​ເພື່ອ​ລໍ​ວັນ​ຂື້ນສານ ​ແຕ່​ຕໍາຫລວດ​ກ່າວ​ວ່າ ​ເຖິງ​ແມ່ນ​ນາຍມາຫະ ມູດ​ຈະ​ຖືກ​ຂໍ້​ຫາ​ຄ້າ​ສັດ​ສູນພັນກໍ​ຕາມ ​ແຕ່ພວກ​ເຂົາ​ເຈົ້າ​ໄດ້ຮູ້ໃນ​ພາຍຫລັງ​ວ່າ ​ຜູ້ກ່ຽວ​ໄດ້​ຮັບ ​ໜັງສື​ເດີນທາງ​ຄືນ ​ແລະ​ໄດ້​ຮັບອະນຸຍາດ​ໃຫ້​ໜີ​ອອກ​ຈາກປະ​ເທດ​ໄທ ​ໄປ​ໄດ້.

ທ່ານ ສະຕີເວນ ກາລສະເຕີ (Steven Galster) ຜູ້​ອໍາ​ນວຍ​ການ​ມູນ​ນິທິ​ດິນ​ແດນ​ເສລີ ​ຫລື Freeland Foundation ຊຶ່ງ​ເປັນ​ອົງການ​ຈັດ​ຕັ້ງ​ນາໆຊາດ​ເພື່ອ​ປາບ​ປາມ​ການ​ລັກ ລອບຄ້າ​ສັດ​ປ່າ​ແລະ​ມະ​ນຸດ​ ທີ່​ມີ​ຖານ​ຕັ້ງ​ຢູ່​ບາງ​ກອກ​ປະ​ເທດ​ໄທ ກ່າວວ່າ ປາກົດ​ວ່າການເຊຶ່ອມ​ໂຍງ​ທາງ​ການ​ເມືອງຂອງນາຍ​ມາ​ຫະມູດນັ້ນ ​ໄດ້​ອໍາ​ນວຍ​ໃຫ້​ຜູ້ກ່ຽວ​ຫລົບໜີ​ໄປ​ໄດ້
ອັນ​ເປັນ​ການ​ເຍາະ​ເຢິ້ຍດູ​ໝິ່ນການ​ປະຕິ​ບັດ​ງານ​ຢ່າງ​ຕັ້ງໜ້າ​ຂອ​ງໜ່ວຍນອກ​ເຄຶ່ອງ​ແບບປາບ
ປາມ​ການ​ຄ້າ​ສັດ ແລະ​ມະນຸດ​ນັ້ນ. ທ່ານ Galster ກ່າວ​ວ່າ:

“ນາຍ​ມາ​ຫະມູດ​ໄດ້ຮັບ​ການຊ່ວຍ​ເຫລືອ ຈາກສະຖານທູດສະຫະລັດອາຫຣັບເອມີ​
ເຣດສ໌
ແລະ​ຈາກ​ນັກ​ການ​ເມືອງ​ໄທ​ຄົນ​ນຶ່ງ ​ແລະ​ອາດ​ຈະ​ມີພວກ​ເຈົ້າໜ້າ​ທີ່ອີກ​ຈໍາ
ນວນ​ນຶ່ງ
ທີ່ຢູ່​ນອກ​ໜ່ວຍ​ປະຕິບັດ​ງານ​ນັ້ນ ຜູ້​ທີ່​ ໃນໄລຍະ​ພຽງນຶ່ງ​ອາທິດ ກໍ​ສາມາດ
ວິ້ງ​ເຕ້ນ​ຊ່ວຍ​ເຂົາ
ໄດ້ . ​ເຂົາ​ເຈົ້າ​ໄດ້ໜັງສື​ເດີນທາງ​ຂອງ​ຜູ້ກ່ຽວ​ຄືນ​ມາ​ ​ແລະ​ຜູ້ກ່ຽວ
ກໍສາມາດ​ເລັດ​ລອດ​ຂື້ນ​ຍົນ ໜີ​ການ​ປະກັນ​ຕົວ ໜີ​ອອກ​ນອກ​ປະ​ເທດ​ໄທໄດ້. ດັ່ງ​
ນັ້ນ
ພວກ​ເຮົາ​ຈຶ່ງບໍ່ພໍ​ໃຈ​ຫລາຍນໍາເລຶ່ອງນີ້.”

ໂຄສົກ​ສະຖານທູດ​ສະຫະລັດອາຫຣັບ​ເອມີ​ເຣດສ໌ ຫລື UAE ຍອມຮັບ​ວ່າ​ ພວກ​ເຈົ້າໜ້າ​ທີ່
ໄດ້​ຊ່ວຍ​ນາຍ​ມາ​ຫະມູດ​ໃຫ້​ໄດ້​ພາສປອດ​ຄືນ​ມາ ​ແຕ່​ມັນກໍ​ເປັນມາດຕະຖານ​ການປະຕິບັດ
ສໍາລັບ​ພົນລະ​ເມືອງ​ຂອງ UAE ທຸກ​ຄົນ​ທີ່​ຖືກ​ຈັບ. ພວກ​ເຈົ້າໜ້າ​ທີ່ສະຖານທູດ​ແລະ​ກະຊວງ
ຕ່າງປະ​ເທດ​ຂອງ UAE ທີ່​ອາ​ບູ ດາ​ບີ ປະຕິ​ເສດ​ບໍ່ຍອມໃຫ້​ຄວາມ​ເຫັນ​ໃດໆ​ກ່ຽວ​ກັບ​ຂໍ້​ກ່າວ
ຫາ​ ທີ່​ວ່າ​ທາງ​ການ​ທູດ​ມີ​ບົດບາດ​ສໍາຄັນ​ ໃນ​ການຊ່ວຍໃຫ້​ນາຍ​ມາ​ຫະມູດ​ຫລົບໜີ​ຈາກປະ ​ເທດ​ໄທ​ໄປ​ໄດ້ນັ້ນ​.

ລີງອໍລັງອູຕັງນ້ອຍໂຕນຶ່ງ ທີ່ຖືກລັກ ລອບເອົາເຂົ້າມາໄທ ຈາກອິນໂດເນເຊັຍ ເວລານີ້ຖືກຂັງໄວ້ທີ່ສູນສືບພັນສັດປ່າ ທີ່ຈັງວັດຣາດຊະບູຣີ ພາກຕາເວັນຕົກ ສຽງໃຕ້ຂອງໄທ.(File Photo)
ລີງອໍລັງອູຕັງນ້ອຍໂຕນຶ່ງ ທີ່ຖືກລັກ ລອບເອົາເຂົ້າມາໄທ ຈາກອິນໂດເນເຊັຍ ເວລານີ້ຖືກຂັງໄວ້ທີ່ສູນສືບພັນສັດປ່າ ທີ່ຈັງວັດຣາດຊະບູຣີ ພາກຕາເວັນຕົກ ສຽງໃຕ້ຂອງໄທ.(File Photo)

ພັນ​ຕໍາຫລວດ​ໂທ ທໍາ​ມະ​ວັດ ປະ​ຈໍາ​ກົມ​ຊັບ
ພະຍາກອນ​ທໍ​າມະ​ຊາດ ​ແລະ​ສິ່ງ​ແວດ​ລ້ອມ
ແຫ່ງ​ຊາດ​ຂອງ​ໄທ​ ​ແລະໜ່ວຍ​ນອກ​ເຄື່ອງ
ແບບ ທີ່​ທໍາ​ການຈັບ​ນາຍ​ມາ​ຫະມູດ​ນັ້ນ ກ່າວ
ວ່າ ປາກົດ​ວ່າ​ ນາຍ​ມາ​ຫະມູດ​ເປັນ​ສະ​ມາ​ຊິກ
ຂອງກຸ່ມ​ລັກລອບ​ຄ້າ​ສັດ​ ທີ່​ໄດ້​ຮັບ​ເງິ​ນງົບປະ
ມານ​ຈໍານວນ​ຫລາຍ ​ແລະ​ມີ​ສ່ວນ​ກ່ຽວ​ພັນ​ກັບ​
ບຸກຄົນ​ໃນ​ວົງການ​ເມືອງ ຊຶ່ງ​ເປັນ​ກຸ່ມ​ນຶ່ງ​ທີ່ຢູ່​
ພາຍ​ໃຕ້​ການສືບສວນໃນ​ເວລາ​ນີ້. ພັນ​ຕໍາ
ຫລວດ​ໂທທໍາ​ມະ​ວັດກ່າວ​ຕໍ່​ໄປ​ວ່າ ມີນັກ​ການ​
ທູດຈໍານວນ​ນຶ່ງຢູ່​ພາຍ​ໃຕ້​ການສືບ​ສວນເຊ່ນ
ກັນ ​ແຕ່​ທ່ານບໍ່​ບອມ​ເປີດ​ເຜີຍ​ສັນຊາດ​ຂອງ
ຊາວຕ່າງປະ​ເທດ​ເຫລົ່າ​ນັ້ນ​.

ພ​.ຕ.ທ. ທໍາ​ມະ​ວັດ​ກ່າວ​ວ່າ ​ໃນ​ລະຫວ່າງ​ການ​ປະຕິບັດ​ງານ​ຈັບ​ກຸມນາຍມາຫະມູດ​ນັ້ນ ທ່ານ​ແລະ​ລູກ​ນ້ອງ​ໄດ້​ຕິດຕາມ​ສິ້ງ​ຊອມ​ເບິ່ງຜູ້ກ່ຽວ​ຢ່າງໃກ້​ຊິດ​ໃນ​ຂະນະ​ຜູ້ກ່ຽວ​ຜ່ານ​ຂັ້ນ​ຕອນ​ຕ່າງ​ໆຂອງ​ສະໜາມ​ບິນ ​ແລະ​ປາກົດ​ວ່າ ຜູ້ ກ່ຽວບໍ່​ມີ​ຫີບເດີນທາງທີ່​ບັນຈຸ​ສັດປ່າ​ນັ້ນ­­­​ ຈົນ​ກວ່າ​ຫລັງ​ຈາກທີ່​ຜູ້ກ່ຽວ​ໄດ້​ຜ່ານ​ການ​ກວດກາຂອງ​ກົມ​ກວດ​ຄົນ​ເຂົ້າເມືອງ​ໄປ​ແລ້ວ ຊຶ່ງ​ ພ.ຕ.ທ. ທໍາ​ມະ​ວັດ​ກ່າວ​ວ່າ ນາຍມາ​ຫະມູດ​ຈະ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຝ່າຍ​ໃດ​ຝ່າຍ​ນຶ່ງ​ຈຶ່ງ​ສາມາດ​ເອົາ​ຫີບຜ່ານ​ໜ່ວຍ​ຮັກສາ​ຄວາມ​ປອດ​ໄພ​ປະ​ຈໍາ​ສະໜາມ​ບິນ​ໄປ​ໄດ້. ພ.ຕ.ທ. ທໍາ​ມະ​ວັດ​ກ່າວ​ວ່າ

“​ຈະແມ່ນໃຜ​ນັ້ນ ຂ້າພະ​ເຈົ້າບໍ່​ຮູ້ ຄືເວລາ​ນີ້ ຍັງ​ບໍ່​ຮູ້​ເທື່ອວ່າ​ແມ່ນ​ໃຜ ເປັນ​ຜູ້ຫີ້ວຫີບ
ສອງ
ໜ່ວຍທີ່ບັນຈຸ​ສັດປ່າ​ດັ່ງກ່າວ ຜ່ານ​ເຄຶ່ອງ X-Ray ​ໄປ​ໄດ້. ຜູ້ກ່ຽວ​ໄດ້ຫີບ​ມາ
ຢູ່
ບ່ອນ​ໃດ​ບ່ອນ​ນຶ່ງ​ຫລັງ​ຈາກ​ເຄຶ່ອງ X-Ray ຫລັງຈາກຜ່ານດ່ານກວດ​ຄົນ​ເຂົ້າ​ ເມືອງແລ້ວ.”

ພ.ຕ.ທ. ທໍາ​ມະ​ວັດ​ກ່າວ​ຕໍ່​ໄປ​ວ່າ ​ເວລານີ້​ ຍັງ​ລໍຖ້າ​ພວກ​ເຈົ້າໜ້າ​ທີ່​ສະໜາມບິນ​ ​ເອົາ​ຮູບ​ຖ່າຍ​
ຈາກ​ກ້ອງ​ຮັກສາ​ຄວາມ​ປອດ​ໄພ​ ຈາກ​ມື້​ທີ່​ນາຍ​ມາ​ຫະມູດຖືກ​ຈັບນັ້ນ ມາ​ໃຫ້​ຢູ່ ຊຶ່ງ​ມັນອາດ​ຈະ
ເຜີຍ​ໃຫ້​ເຫັນ​ວ່າ​ ຫີບ​ບັນຈຸ​ສັດປ່າ​ນັ້ນ​ຜ່ານ​ດ່ານ​ກວດ​ຮັກສາ​ຄວາມ​ປອດ​ໄພ​ ໄປ​ໄດ້​ຢ່າງ​ໃດ.

ພ.ຕ.ທ. ທໍາ​ມະ​ວັດ​ກ່າວ​ອີກ​ວ່າ ນາຍ​ມາ​ຫະມູດກໍາລັງ​ຈະ​ອອກເດີນທາງ​ ນັ່ງ​ໄປ​ໃນຊັ້ນ​ທີນຶ່ງ ​
ພ້ອມ​ກັບມີ​ຜູ້​ຕິດຕາມ​ຢ່າງ​ໜ້ອຍ​ນຶ່ງ​ຄົນ ຊື່​ງຜູ້ກ່ຽວ​ສາມາດ​ເລັດ​ລອດ​ຂື້ນ​ໄປ​ເທິງ​ຍົນ​ໂດຍສານ
ຂອງສາຍ​ການບິນ Emirates ​ໄປ​ໄດ້ ​ແລະ​ທາງສາຍ​ການບິນໄດ້ປະຕິ​ເສດ​ບໍ່​ຍອມ​ມອບ
ລາຍ​ຊື່​ຂອງ​ຜູ້​ໂດຍສານ​ໃຫ້.

ຕໍາຫລວດ​ກ່າວ​ວ່າ ຫລັງ​ຈາກ​ຖືກ​ຈັບ​ກຸມແລ້ວ ນາຍ​ມາ​ຫະມູດ ​ໄດ້​ອວດ​ຮູບ​ຂອງ​ຕົນ​ທີ່​ຖ່າຍ​
ກັບ​ອະດີດ​ນາຍົກລັດຖະມົນຕີທັກສິນ ຊິນນະ​ວັດ ຢູ່​ມື​ຖື​ຂອງ​ຕົນ ​ໃນອັນ​ທີ່​ປາກົດ​ວ່າເປັນ
ຄວາມ​ພະຍາຍາມ​ເພື່ອສະ​ແດງ​ໃຫ້ເຫັນ​ວ່າ ​ເຂົາ​ມີ​ການ​ເຊື່ອມ​ໂຍງກ່ຽວ​ພັນ​ກັບ​ບຸກຄົນ​ສໍາຄັນ ທີ່​ມີ​ອໍານາດ​.

ທ່ານ​ທັກສິນ ຖືກ​ໂຄ່ນ​ລົ້ມ ​ໂດຍ​ການ​ກໍ່​ລັດ​ຖະ​ປະການ​ໃນ​ປີ 2006 ​ແລະ​ເວລາ​ນີ້​ ​ລີ້​ໄພ​ຢູ່​
ດູ​ບາຍ ​ເພື່ອຫລີກ​ລ່ຽງການ​ຖືກ​ຈໍາ​ຄຸກ ຫລັງ​ຈາກການ​ຕັດສິນຂອງ​ສານໃນ​ຂໍ້​ຫາ​ສໍ້​ລາດ​ບັງ ຫລວງ.

ທ່ານກາລສະເຕີ ກ່າວ​ວ່າ ການ​ປ່ອຍ​ຕົວ​ນາຍ​ມາ​ຫະມູດ ສະ​ແດງ​ໃຫ້​ເຫັນ​ວ່າ ຢູ່ໃນ​ປະ​ເທດ​
ໄທ ຜູ້​ໃດທີ່​ມີ​ເງິນ​ຫລາຍ​ແລະ​ມີ​ອິດ​ທິພົນ​ ​ແມ່ນ​ສາມາດ​ເລັດ​ລອດເງື້ອມມື​ຂອງ​ກົດໝາຍ​ໄປ​
ໄດ້. ທ່ານກ່າວ​ອີກ​ວ່າ ​ເຖິງ​ແມ່ນ​ວ່າພວກລັກ​ລອບ​ຄ້າສັດປ່າຫລາຍ​ຮ້ອຍ​ຄົນ​ ​ໄດ້ຖືກ​ຈັບໃນ
ໄລຍະ​ນຶ່ງທົດ​ສະ​ວັດ​ຜ່ານ​ມານີ້ ​ແລະມີໂທດໜັກ ​ຈໍາ​ຄຸກຮອດສີ່​ປີກໍ​ຕາມ ​ແຕ່​ກໍ​ປາກົດ​ວ່າ​ມີ​
ພຽງ​ຄົນ​ດຽວ ​ເທົ່າ​ນັ້ນ​ທີ່ໄດ້​ຖືກສານ​ຕັດສິນ​ຈໍາ​ຄຸກ.

“ການ​ລົງ​ໂທດແມ່ນເບົາຫລາຍ. ນາຍ​ມາ​ຫະມູດ ສາມາດເອົາສັດພຽງ​ໂຕ​ນຶ່ງ​ໃນ​
ຈໍ​ານວນ​ສັດ​ເຫລົ່າ​ນັ້ນ ​ໄປ​ຂາຍ ໄດ້​ລາຄາ​ເຖິງ 10,000 ​ໂດລາ. ຜູ້ກ່ຽວ​ມີສັດປ່າ
ຫ້າ​ຫົກ​ໂຕ​ຢູ່​ໃນ​ຫີບຂອງ​ເຂົາ. ​ບັດນີ້ ອັດຕາ​ປັບ​ໃໝ​ສູງ​ສຸດ ມີ​ພຽງ​ແຕ່ປະມານພັນ​
ສອງ​ ຫລື​ພັນ​ສາມ​ຮ້ອຍ​ໂດ​ລາສະຫະລັດ. ດັ່ງ​ນັ້ນ ​ເມື່ອ​ຮູ້​ວ່າ​ບໍ່​ມີ​ໃຜ​ຖືກ​ຈັບເຂົ້າຄຸກ
ມັນ​ກໍຄຸ້ມ​ຄ່າ​ທີ່​ຈະ​ສ່ຽງ.

ທ່ານ Galster ກ່າວ​ອີກ​ວ່າ ກົດໝາຍ​ທີ່​ຈະ​ເພີ່ມໂທດ​ການ​ລັກລອບຄ້າສັດປ່າໃຫ້​ໜັກ​ຂຶ້ນ
ນັ້ນ ​ໄດ້​ຮ່າງ​ຂຶ້ນມາໄດ້ 8 ປີ​ແລ້ວ ​ແຕ່​ພວກ​ຜູ້​ແທນ​ສະພາ​ແຫ່ງ​ຊາດໄທ​ ກໍຍັງ​ບໍ່​ໄດ້​ນໍາມາ​
ອະພິປາຍ​ກັນ ເພື່ອ​ທີ່​ຈະເຮັດ​ໃຫ້​ເປັນ​ກົດໝາຍ​ອອກ​ບັງຄັບ​ໃຊ້ນັ້ນ​ເທື່ອ.

ທ່ານ Galster ກ່າວ​ຕໍ່​ໄປ​ວ່າ ຍ້ອນ​ການ​ລົງ​ໂທດ​ທີ່​ບໍ່​ໜັກໜ່ວງ​ປາ​ນ​ໃດ​ນັ້ນ ​ໄທ​ຈຶ່ງຍັງສືບ
ຕໍ່​ເປັນ​ສູນ​ກາງ​ລັບ​ລອບ​ຄ້າສັດ​ປ່າ​ສໍາລັບຂົງ​ເຂດ​ເອ​ເຊຍ​ນັ້ນ​ຢູ່.

ເມື່ອ​ອາທິດ​ຜ່າ​ນມາ ຕໍາຫລວດ​ປາບ​ປາມ​ການ​ລັກລອບ​ຄ້າສັດປ່າຂອງ​ໄທ ກໍ​ໄດ້ມີ​ຄະດີ​ນຶ່ງ​ອີກ ໃຫ້​ທໍາການ​ສືບສວນ​ສອບ​ສວນ.

ເຈົ້າໜ້າ​ທີ່​ສຸນ​ລະກາ​ກອນ​ໄທ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນສັດ​ເລື້ອຍ​ຄານ​ ຫລາຍ​ຮ້ອຍ​ຕົວ
ເຊຶ່ອງຢູ່​ໃນ​ຫີບເດີ​ນທາງຈາກ​ບັງ​ກລາ​ເທດ ທີ່​ບໍ່​ມີ​ໃຜ​ມາ​ທວງ​ເອົາ​ ​ແລະປະ​ຖິ້ມໄວ້​ຢູ່ສະໜາມ
ບິນ​ບາງກອກ. ສັດ​ທີ່​ຍັງ​ມີ​ຊີວິດ​ຢູ່ເຫລົ່າ​ນີ້ ມີ​ໂຮມ​ທັງ​ເຕົ່າ​ພັນທີ່​ຫາ​ຍາກ ​ແລະ​ແຂ້​ນໍ້າ​ຈືດ​ ທີ່
ມີຄ່າປະມານ 33,000 ພັນ​ໂດ​ລາ​ສະຫະລັດ ຊຶ່ງ​ພວກ​ເຈົ້າໜ້າ​ທີ່​ສຸນ​ລະກາ​ກອນກ່າວ​ວ່າ
ອາດ​ຈະ ຖືກ​ສົ່ງ​ໄປ​ຂາຍ​ຢູ່ຕະຫລາດ​ແຫ່ງ​ໃດ​ແຫ່ງ​ນຶ່ງ ​ໃນ​ບາງກອກ​ນັ້ນ.

XS
SM
MD
LG