ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແກນນໍາຄົນນຶ່ງຂອງ ຝ່າຍປະທ້ວງ ຕໍ່ຕ້ານລັດຖະບານ ໃນໄທ ຖືກຍິງຕາຍ (ວີດີໂອ)


ການປະທ້ວງ ຕໍ່ຕ້ານລັດຖະບານ ຍັງ ດໍາເນີນຕໍ່ໄປ ໃນເມືອງຫຼວງ ບາງກອກ ຂອງໄທ
ການປະທ້ວງ ຕໍ່ຕ້ານລັດຖະບານ ຍັງ ດໍາເນີນຕໍ່ໄປ ໃນເມືອງຫຼວງ ບາງກອກ ຂອງໄທ
ຕໍາຫຼວດ​ແລະ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານໃນໄທ ​ເວົ້າ​ວ່າ ​
ແກນ​ນໍາ​ປະ​ທ້ວງ​ຄົນ​ນຶ່ງ ຖືກ​ຍິງ​ຕາຍ ​ໃນ​ຂະ​ນະ​ທີ່​ຝ່າຍ​ຄ້ານ​
ພະຍາຍາມ​ຈະຂັດຂວາງ​ການ​ປ່ອນ​ບັດ​ລ່ວງ​ໜ້າ​ ມື້ເລືອກ​ຕັ້ງ​
ທີ່​ຈະ​ມີ​ຂຶ້ນ ໃນ​ວັນອາທິດ​ໜ້າ ​ທີ 2 ກຸມພານັ້ນ.

​ເຈົ້າໜ້າ​ທີ່​ໄດ້​ລະບຸ​ຊື່​ຜູ້​ເສຍ​ຊີວິດ ວ່າ​ແມ່ນ ນາຍ ສຸທິ​ນ ທາ​ຣາຖິ່ນ. ຕໍາຫຼວດ​ເວົ້າວ່າ ມີ​ຫ້າ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ການ​ຍິງກັນ ໃນ​ວັນ​ອາທິດ​ມື້​ນີ້.

ພວກ​ປະ​ທ້ວງຈໍານວນຫຼວງຫຼາຍ ​ໄດ້​ທໍາ​ການ​ກີດ​ກັນ​ການ​ປ່ອນ​ບັດ ຢູ່ບ່ອນປ່ອນ​ບັດ​ບາງ​ ແຫ່ງ ​ເມື່ອ​ວັນ​ອາທິດ​ມື້ນີ້ ​ແຕ່ຫຼາຍໆ​ຄົນ​ກໍ​ຍັງ​ຄາດ​ກັນ​ຢູ່​ວ່າ ​ຜົນ​ການ​ປ່ອນ​ບັດ​ໃນ​ມື້​ນີ້ ຈະເປັນ​ການທໍານາຍ​ໃຫ້​ຮູ້ລ່ວງ​ໜ້າ​ເຖິງຜົນຂອງ​ການ​ປ່ອນບັດ​ເລືອກ​ຕັ້ງ​ ​ໃນວັນ​ທີ 2 ກຸມພາ​ນັ້ນ.

ນາຍົກລັດຖະມົນຕີ ຢິ່ງລັກ ຊິນນະ​ວັດ ​ໄດ້​ຍຸບສະພາ ​ແລະໄດ້​ຮຽກຮ້ອງໃຫ້​ມີ​ການ​ເລືອກ​ຕັ້ງ​ກ່ອນ​ກໍາໜົດ ​ເພື່ອ​ພະຍາຍາມ​ຈະ​ຍຸຕິ​ການ​ປະ​ທ້ວງ​ມາ ​ເປັນ​ເວລາຫຼາຍອາທິດ ຂອງ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ​ທີ່ຢາກ​ໃຫ້​ທ່ານ​ນາລາ​ອອກ ​ແລະ​ໂອນ​ລັດຖະບານ​ໃຫ້ແກ່​ສະພາ​ປະຊາຊົນ ທີ່​ບໍ່ຜ່ານ​ການເລືອກ​ຕັ້ງນັ້ນ.

ກໍາມະການການ​ເລືອກ​ຕັ້ງ ​ແລະ​ຝ່າຍ​ຄ້ານ​ຕ້ອງການ​ເລື່ອນເວລາ​ການ ​ເລືອກ​ຕັ້ງ​ອອກ​ໄປ ​ແຕ່​ລັດຖະບານ​ກ່າວ​ວ່າ ຕົນ​ຈະ​ເລື່ອນການ​ປ່ອນບັດ ​ອອກ​ໄປ ກໍ​ຕໍ່​ເມື່ອການ​ປະ​ທ້ວງ​ຍຸຕິລົງ ​ແລະ​ພວກ​ຝ່າຍ​ຄ້ານ​ລົບລ້າງ​ການ​ລວມຫົວ​ຕໍ່ຕ້ານ​ບໍ່​ເຂົ້າຮ່ວມການ​ເລືອກ​ຕັ້ງ​ນັ້ນ.

Thailand Politics-1/26/14
please wait

No media source currently available

0:00 0:00:42 0:00
XS
SM
MD
LG