ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

3 ຄົນເສຍຊີວິດ ໃນເຫດ ລະເບີດ ຢູ່ພາກໃຕ້ໄທ


ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງໄທ ພວມກວດກາເບິ່ງບ່ອນເກີດເຫດລະເບີດ ທີ່ເມືອງສຸໄງ່ໂກຫຼົກ ຈັງຫວັດ ນະຣາທິວາດຂອງໄທ (16 ກັນຍາ 2011)
ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງໄທ ພວມກວດກາເບິ່ງບ່ອນເກີດເຫດລະເບີດ ທີ່ເມືອງສຸໄງ່ໂກຫຼົກ ຈັງຫວັດ ນະຣາທິວາດຂອງໄທ (16 ກັນຍາ 2011)

ລະເບີດຫຼາຍໆລູກໄດ້ແຕກຂຶ້ນທີ່ປະເທດໄທໃນມື້ວັນສຸກວານນີ້ ເຮັດໃຫ້ມີຜູ້ເສຍຊີວິດ
3 ຄົນ ແລະໄດ້ຮັບບາດເຈັບຢ່າງນ້ອຍ 50 ຄົນ ຢູ່ໃນເຂດພາກໃຕ້ທີ່ວຸ້ນວາຍຂອງໄທ.

ເຈົ້າໜ້າທີ່ໄທກ່າວວ່າ ລະເບີດລູກທຳອິດທີ່ຫ້າງໄວ້ໃນລົດຈັກຄັນນຶ່ງ ໄດ້ແຕກຂຶ້ນຢູ່ນອກ
ສະມາຄົມຈີນທີ່ເມືອງສຸໄງ່ໂກຫຼົກໃນຈັງຫວັດນະຣາທິວາດ. ພວກເຈົ້າໜ້າທີ່ເວົ້າວ່າມີລະ
ເບີດຕື່ມອີກ 2 ລູກໄດ້ແຕກຂຶ້ນຕິດຕາມມາຢູ່ໃນຖະໜົນໃກ້ຄຽງສາຍນຶ່ງ ທີ່ມີບາແລະ
ໂຮງແຮມຕັ້ງລຽງລາຍກັນຢູ່ນັ້ນ.

ເຈົ້າໜ້າທີ່ກ່າວວ່າ ເປັນທີ່ປາກົດວ່າລະເບີດທັງສອງລູກດັ່ງກ່າວໄດ້ມີການຫ້າງໄວ້ຢູ່ໃນ
ລົດຈັກແລະລົດໃຫຍ່ຄັນນຶ່ງ.

ຈັງຫວັດນະຣາທິວາດທີ່ຕັ້ງຢູ່ໃນພາກໃຕ້ຂອງໄທ ແມ່ນນຶ່ງໃນ 3 ຈັງຫວັດ ທີ່ມີປະຊາ
ຊົນສ່ວນໃຫຍ່ນັບຖືສາສະໜາອິສລາມ ແລະມີຊາຍແດນຕິດກັບມາເລເຊຍ.

ມີຫຼາຍກວ່າ 4,600 ຄົນແລ້ວໄດ້ເສຍຊີວິດໃນຄວາມຮຸນແຮງຢູ່ໃນ 3 ຈັງຫວັດພາກໃຕ້
ຂອງໄທ ປະກອບດ້ວຍຢະລາ ປັດຕະນີ ແລະນະຣາທິວາດ ນັບແຕ່ໄດ້ມີການກໍ່ກະບົດ
ຂອງພວກມຸສລິມ ທີ່ເລີ່ມຂຶ້ນໃນເດືອນມັງກອນປີ 2004 ນັ້ນ.

XS
SM
MD
LG