ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

6 ຄົນເສຍຊີວິດ ໃນຄວາມຮຸນແຮງ ຢູ່ພາກໃຕ້ຂອງໄທ


ແຜນທີ່ປະເທດໄທ
ແຜນທີ່ປະເທດໄທ

ຕຳຫຼວດໃນເຂດພາກໃຕ້ທີ່ວຸ້ນວາຍຂອງໄທກ່າວວ່າ ພວກທີ່ສົງໄສວ່າເປັນມຸສລິມຫົວຮຸນ
ແຮງໄດ້ສັງຫານ 6 ຄົນແລະອີກຈຳນວນນຶ່ງໄດ້ຮັບບາດເຈັບໃນການໂຈມຕີແບບມີການປະ
ສານງນກັນ ໃນວັນສຸກມື້ນີ້.

ເຈົ້າໜ້າທີ່ເວົ້າວ່າ ພວກທີ່ສົງໄສວ່າເປັນກະບົດໄດ້ບີບຄະນວນລະເບີດທີ່ຝັງຢູ່ໃນຫົນທາງ
ລູກນຶ່ງໃຫ້ແຕກຂຶ້ນຂະນະທີ່ລົດບັນທຸກອາສາສະມັກຮັກສາດິນແດນ 6 ຄົນຂັບເຂົ້າໄປໃນ ບໍລິເວນທີ່ເກີດມີການຍິງຕໍ່ສູ້ກັນກ່ອນໜ້ານັ້ນ ທີ່ສວນຢາງ ແຫ່ງນຶ່ງ.

ອາສາສະມັກ 5 ຄົນໄດ້ເສຍຊີວິດແລະອີກຄົນນຶ່ງໄດ້ຮັບບາດເຈັບສາຫັດຍ້ອນເຫດລະເບີດ ທີ່ຈັງຫວັດນະຣາທິວາດໃນພາກໃຕ້ຂອງໄທຊຶ່ງເປັນນຶ່ງໃນ 3 ຈັງຫວັດທີ່ຄອບງຳໂດຍຊາວ
ມຸສລິມທີ່ມີຊາຍແດນຕິດກັບມາເລເຊຍ.

ກຳລັງຮັກສາຄວາມສະຫງົບຈຸນີ້ພວມມຸ່ງໜ້າໄປຍັງສວນຢາງ ບ່ອນທີ່ຄົນຂີດຢາງຜູ້ນຶ່ງໄດ້
ຖືກຍິງຕາຍໃນຕອນກາງຄືນນັ້ນ.

XS
SM
MD
LG