ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

2 ຄົນເສຍຊີວິດ ໃນເຫດລະເບີດ ຢູ່ພາກໃຕ້ໄທ


ແຜນທີ່ໄທ
ແຜນທີ່ໄທ

ຕຳຫຼວດໃນພາກໃຕ້ຂອງໄທກ່າວວ່າ ເຫດລະເບີດ 2 ຄັ້ງ ທີ່ຈັງຫວັດຍະລາໃນວັນເສົາມື້ນີ້
ໄດ້ເຮັດໃຫ້ທະຫານບ້ານ 2 ຄົນເສຍຊີວິດແລະອີກ 9 ຄົນໄດ້ຮັບບາດເຈັບ.

ເຈົ້າໜ້າທີ່ເວົ້າວ່າ ລະເບີດລູກທຳອິດທີ່ເປັນລະເບີດແຄມທາງໄດ້ແຕກຂຶ້ນໃນຕອນເຊົ້າຂອງ
ວັນເສົາມື້ນີ້ທີ່ອຳເພີ Ramen ເຮັດໃຫ້ທະຫານບ້ານ 4 ຄົນ ທີ່ພວມລາດຕະເວນຢູ່ເທິງ
ລົດກະບະໄດ້ຮັບບາດເຈັບ.

ລະເບີດລູກທີ 2 ໄດ້ແຕກຂຶ້ນຫ່າງຈາກລະເບີດລູກທຳອິດພຽງແຕ່ 1 ຫຼັກກິໂລແມັດ
ເຮັດໃຫ້ທະຫານບ້ານ 2 ຄົນເສຍຊີວິດແລະອີກ 5 ຄົນບາດເຈັບ.

ການໂຈມຕີທີ່ວ່ານີ້ມີຂຶ້ນຂະນະທີ່ນາຍົກລັດຖະມົນຕີໄທທ່ານອະພິຊິດ ເວດຊາຊີວະມີ
ໝາຍກຳນົດເດີນທາງໄປຢ້ຽມຢາມຈັງຫວັດນະຣາທິວາດ ທີ່ຕັ້ງຢູ່ໃກ້ຄຽງເພື່ອເປັນປະ
ທານກອງປະຊຸມຮ່າງແຜນຍຸດທະສາດສຳລັບຈັງຫວັດພາກໃຕ້ຂອງໄທ.

XS
SM
MD
LG