ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພໍ່ຄ້າອາວຸດ Viktor Bout ​ຖືກສົ່ງໂຕໃຫ້ສະຫະລັດ​


ນາຍ Bout ກໍາລັງອອກເດີນທາງມາຍັງສະຫະລັດ
ນາຍ Bout ກໍາລັງອອກເດີນທາງມາຍັງສະຫະລັດ

ຕໍາຫລວດ​ໄທກ່າວ​ວ່າ​ ຜູ້​ຕ້ອງ​ສົງໄສ​ເປັນ​ນັກ​ຄ້າ​ອາວຸດຊາວຣັດ​ເຊຍ ນາຍ Viktor Bout
ກໍາລັງ​ເດີນທາງ​ມາ​ຍັງ​ສະຫະລັດ​ອະ​ເມຣິກາ​ ເພື່ອມາ​ຂຶ້ນ​ສານດໍາ​ເນີນ​ຄະດີ ຊຶ່ງ​ເຮັດ​ໃຫ້ການ
ຕໍ່ສູ້​ກັນລະຫວ່າງ Washington ​ແລະ Moscow ​ທີ່​ຍືດ​ເຍື້ອຍາວ​ນານ ​ມາສອງ​ປີ​ເຄິ່ງ​
ກ່ຽວ​ກັບວ່າ​ຄວນ​ຈະ​ສົ່ງ​ໂຕຜູ້ກ່ຽວ​ໄປ​ໃຫ້​ໃຜ​ນັ້ນ ສິ້ນ​ສຸດ​ລົງ.

ຕໍາຫລວດກ່າວ​ວ່າ ​ເຮືອບິນຮັບ​ເໝົາຂອງສະຫະລັດ​ໄດ້​ເດີນທາງ​ອອກຈາກກຸງ​ເທບ​ພ້ອມ
ກັບນາຍ Bout ​ໃນ​ຕອນ​ບ່າຍວັນ​ອັງຄານ​ມື້​ນີ້ ພຽງ​ບໍ່​ເທົ່າ​ໃດຊົ່ວໂມງຫຼັງ​ຈາກ​ ​ນາຍົກ​ລັດ
ຖະມົນ​ຕີ ​ອະພິສິດ ​ເວດ​ຊາ​ຊິ​ວະ ​ໄດ້​ກ່າວ​ຕໍ່ພວກ​ນັກ​ຂ່າວ​ວ່າ ທາງລັດ​ຖະບານ​ຂອງ​ທ່ານ
ໄດ້​ຕັດສິນ​ໃຈ ປ່ອຍ​ໃຫ້ມີການ​ສົ່ງ​ໂຕນາຍ Boot ມາ​ຍັງ​ສະຫະລັດ.

ກະຊວງການ​ຕ່າງປະ​ເທດ​ຂອງຣັດ​ເຊຍທີ່​ກຸງ​ມອສກູ ກ່າວ​ຕິຕຽນ​ການເຄື່ອນ​ໄຫວດັ່ງກ່າວ​ວ່າ
ຜິດ​ກົດໝາຍ​ແລະ​ມີ​ສາເຫດ​ທາງ​ການ​ເມືອງໂດຍ​ກ່າວ​ຫາວ່າ ບໍ່​ໄດ້ມີການ​ນໍາ​ໃຊ້​ໝົດທາງ
ເລືອກທາງກົດໝາຍ ​ໃນຄະດີ​ຂອງ​ນາຍ Bout ​ນັ້ນ. ສານ​ອຸທອນໄດ້​ອະນຸມັດ​ໃຫ້ການສົ່ງ
ຜູ້​ຮ້າຍ​ຂ້າມ​ແດນໃຫ້ສະຫະລັດ ໃນ​ເດືອນສິງ​ຫາ ​ແຕ່​ວ່າການ​ດໍາ​ເນີນ​ຂັ້ນ​ຕອນນັ້ນ ແມ່ນ​
ໄດ້​ຊັກ​ຊ້າ​ລົງ ຍ້ອນໄດ້​ມີ​ການ​ຕັ້ງຂໍ້​ຫາອັນ​ທີ່​ສອງ​.

ນາຍ Bout ​ແມ່ນ​ໄດ້​ຖືກຂໍ້​ຫາ​ໃນ​ຖານ​ຄ້າ​ຂາຍອາ​ວຸດທີ່​ພາ​ໃຫ້​ມີ​ການເຮັດ​ສົງຄາມ​ແລະ​
ຕໍ່ສູ້​ກັນໃນ Africa, ອະ​ເມຣິກາ​ໃຕ້ ​ແລະ​ພາກ​ຕາ​ເວັນ​ອອກ​ກາງ. ​ສະຫະລັດຕ້ອງການ​
ທີ່​ຈະ​ດໍາ​ເນີນຄະດີ​ນາຍ Bout ​ໃນ​ຂໍ້​ຫາ​ສົມຮູ້​ຮ່ວມ​ຄິດໃນການ​ສັງ​ຫານ​ຊາວ​ອະ​ເມຣິກັນ
ແລະ​ສະໜັບສະໜູນອົງການ​ກໍ່​ການ​ຮ້າຍນໍາ.

XS
SM
MD
LG