ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ​​​ບໍ່​ຍອມ​ອະນຸຍາດໃຫ້ນັກ​ເຄື່ອນ​ໄຫວ ເພື່ອສິດທິມະນຸດ​ ເຂົ້າ​ປະ​ເທດ​


Vo Van Ai ປະທານ​ຄະນະກຳມະການ​ຫວຽດນາມເພື່ອສິດທິ​ມະນຸດ
Vo Van Ai ປະທານ​ຄະນະກຳມະການ​ຫວຽດນາມເພື່ອສິດທິ​ມະນຸດ

ໄທ​ໄດ້​ປະຕິ​ເສດບໍ່​ຍອມ​ອະນຸຍາດ ໃຫ້ນັກ​ເຄື່ອນ​ໄຫວ​ເພື່ອສິດ​ທິມະນຸດ​ສອງ​ຄົນເຂົ້າ​
ປະ​ເທດ​ເພື່ອ​ຖະ​ແຫລງຕໍ່​ກອງ​ປະຊຸມ​ນັກ​ຂ່າວຢູ່​ບາງກອກໃນ​ວັນ​ຈັນ​ມື້​ນີ້ ກ່ຽວ​ກັບ​ການ
ລະ​ເມີດ​ສິດທິ​ມະນຸດ​ຢູ່​ໃນປະເທດເພື່ອນບ້ານຫວຽດນາມຕາມ​ທີ່​ມີການ​ກ່າວ​ຫາ​ນັ້ນ.

ສະ​ໂມ​ສອນ​ນັກ​ຂ່າວ​ຕ່າງປະ​ເທດ​ຂອງ​ໄທກ່າວ​ວ່າ ການ​ຫ້າມດັ່ງກ່າວບັງຄັບໃຫ້ພວກ​
ເຂົາ​ເຈົ້າຕ້ອງ​ໄດ້​ຍົກ​ເລີກກອງ​ປະຊຸມ​ນັກ​ຂ່າວ ທີ່​ໄດ້ໂຄສະນາ​ໄວ້​ວ່າຈະ​ມີ​ພວກເຄື່ອນ​
ໄຫວ​ເພື່ອສິດທິ​ມະນຸດ​ຈາກປາຣີ ມາ​ຮ່ວມ​ນໍາ​ນັ້ນ.

ພວກ​ກຸ່ມນັກ​ຂ່າວກ່າວ​ວ່າ ນາຍ Vo Van Ai ປະທານ​ຄະນະກຳມະການ​ຫວຽດນາມ
ເພື່ອສິດທິ​ມະນຸດ ​ແລະນາງ Penelope Faulkner ຈາກ​ສະມາພັນສາກົນ​ຂອງ​ກຸ່ມສັນ
ນິບາດ​ເພື່ອສິດທິ​ມະນຸດ ບໍ່​ໄດ້​ຂຶ້ນເຮືອບິນ​ອອກ​ເດີນທາງ​ມາ ​ຫຼັງ​ຈາກ​ທີ່​ທາງສະຖານທູດ
ໄທປະຈຳ​ກຸ​ງປາຣີ​ ໄດ້​ແຈ້ງໃຫ້ເຂົາ​ເຈົ້າຊາບ​ໃນ​ວັນ​ອາທິວານ​ນີ້​ວ່າ ເຂົາ​ເຈົ້າ​ຈະບໍ່ໄດ້ຮັບ ອະນຸຍາດ​ໃຫ້ເຂົ້າປະ​ເທດ​ໄທ.

ນັກ​ເຄື່ອນ​ໄຫວທັງ​ສອງໄດ້​ມີ​ກໍານົດ​ຈະ​ສະ​ເໜີລາຍ​ງານທີ່​ຈະ​ກ່າວ​ຫາ​ວ່າການລະ​ເມີດ
ສິດທິ​ມະນຸດ​ຢູ່ໃນຫ​ວຽດນາມຍັງ​ບໍ່​ໄດ້​ຫລຸດ​ນ້ອຍ​ຖອຍ​ລົງ​ແຕ່​ຢ່າງ​ໃດ​ເລີຍ ນັບ​ຕັ້ງ​ແຕ່
ຮາ​ໂນ​ຍ​ໄດ້​ຂຶ້ນດຳລົງ​ຕຳ​ແໜ່​ງ​ ເປັນປະທານຫວຸນວຽນຂອງກຸ່ມອາຊ່ຽນນັ້ນ.

XS
SM
MD
LG