ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ເຕືອນ ປະຊາຊົນຂອງຕົນ ທີ່ບາງກອກ


ການຮັກສາຄວາມສະຫງົບ ຢູ່ສະຖານທູດສະຫະລັດ ທີ່ບາງກອກ ໃນລະຫວ່າງການປະທ້ວງ ເມື່ອວັນທີ 16 ທັນວາ 2011
ການຮັກສາຄວາມສະຫງົບ ຢູ່ສະຖານທູດສະຫະລັດ ທີ່ບາງກອກ ໃນລະຫວ່າງການປະທ້ວງ ເມື່ອວັນທີ 16 ທັນວາ 2011

ສະຫະລັດ​ໄດ້​ອອກ​ຄຳ​ເຕືອນ​ຕໍ່​ປະຊາຊົນ​ຂອງ​ຕົນ​ທີ່ຢູ່​ໃນ​ປະ​ເທດ​ໄທ​ໃຫ້​ລະມັດລະວັງ​ກ່ຽວ​ກັບ​
ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ຢູ່​ທີ່​ບາງກອກ.

ສະຖານທູດ​ຂອງ​ສະຫະລັດ​ທີ່​ບາງ​ກອກ​ ໄດ້​ອອກ​ຖະ​ແຫຼງຂ່າວ​ສະບັບ​ນຶ່ງ​ໃນ​ວັນ​ສຸກ​ມື້ນີ້ທີ່​ເວົ້າ
ວ່າ ພວກ​ກໍ່​ການ​ຮ້າ​ຍຕ່າງປະ​ເທດ​ ອາດ​ຈະ​ທຳ​ການ​ໂຈມ​ຕີ​ ຕໍ່​ຈຸດ​ທ່ອງທ່ຽວ​ຕ່າງໆ​ໃນ​ເຂດນະ
ຄອນຫຼວງຂອງ​ໄທ ​ໃນ​ອະ​ນາ​ຄົດອັນໃກ້ໆ​ນີ້.

ສະຖານທູດ​ສະຫະລັດ​ ໄດ້​ເຕືອນ​ໃຫ້​ປະຊາຊົນ​ຄົນ​ອະ​ເມຣິກັນ ​ມີ​ຄວາມ​ລະມັດລະວັງເວລາ​
ໄປຢ້ຽມ​ສະຖານ​ທີ່​ສາທາລະນະ​ຕ່າງໆທີ່​ມີພວກ​ນັກ​ທ່ອງທ່ຽວ​ຕາເວັນ​ຕົກ​ໄປ​ໂຮມ​ຊຸມນຸມ​ກັນ
ເປັນຈຳນວນ​ຫຼວງຫຼາຍ.

ທາງ​ສະຖານທູດ​ສະຫະລັດ​ບໍ່​ໄດ້​ໃຫ້​ຂໍ້​ມູນ​ອື່ນ​ໃດ​ອີກ​ກ່ຽວ​ກັບ​ການ​ຂົ່ມຂູ່​ທີ່​ອາດ​ມີຂຶ້ນນີ້.

ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ແມ່ນ​ບໍ່​ຄ່ອຍ​ມີກັນ​ຢູ່​ທີ່ບາງກອກບ່ອນ​ທີ່​ຫາດ​ຊາຍແລະ​ຊີ
ວິດກາງຄືນໄດ້​ຮັບ​ຄວາ​ມນິຍົມ​ສູງຈາກ​ພວກ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງປະ​ເທດ​ນັ້ນ.

XS
SM
MD
LG