ເຈົ້າໜ້າທີ່ໄທກ່າວວ່າ ພົນລະເມືອງອະເມຣິກັນຄົນນຶ່ງໄດ້ຖືກຈັບຫຼັງຈາກຜູ້ກ່ຽວໄດ້ພິມເຜີຍ
ແຜ່ເອກກະສານທີ່ຖືວ່າໝິ່ນປະໝາດກະສັດໄທ ທາງອິນເຕີແນັດ.
ຕຳຫຼວດກ່າວວ່າ ນາຍ Lerpong Wichaikhammat ອາຍຸ 54 ປີ ໄດ້ຖືກຈັບໃນວັນອັງ
ຄານຜ່ານມາໃນເຂດພາກອີສານຂອງໄທແລະເວລາກຳລັງຖືກຄຸມຂັງລະຫວ່າງການພິຈາລະ
ນາຄະ ດີທີ່ຄຸກພິເສດທີ່ບາງກອກ.
ເຈົ້າໜ້າທີ່ເວົ້າວ່າ ຄົນອະເມຣິກັນເຊື້ອສາຍໄທຜູ້ນີ້ໄດ້ແປບົດຂຽນຕ່າງໆທີ່ຖືວ່າໝິ່ນປະໝາດ
ຕໍ່ກະສັດໄທ ແລະພິມເຜີຍແຜ່ເອກກະສານເຫຼົ່ານີ້ ທາງອິນເຕີແນັດ. ນອກນັ້ນແລ້ວລາວຍັງ
ຖືກກ່າວຫາວ່າ ບລອັກຂອງລາວມີລິງສ໌ເຊື່ອມໂຍງນຳພາຜູ້ຊົມໃຊ້ອິນເຕີແນັດເຂົ້າໄປຫາປື້ມ
“ກະສັດທີ່ບໍ່ເຄີຍຍິ້ມຫົວຫຼື The King Never Smiles” ຊຶ່ງຖືວ່າເປັນປື້ມທີ່ຕຳໜິຕິຕຽນຕໍ່
ພະລາດຊະວົງຂອງໄທນັ້ນ.