ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກຄ້າອາວຸດຣັດເຊຍ ຂໍອຸທອນຕໍ່ສານໄທ


ຮູບຜູ້ຕ້ອງສົງໄສນັກຄ້າອາວຸດຊາວຣັດເຊຍ ນາຍ Viktor Bout (4 ຕຸລາ 2010)
ຮູບຜູ້ຕ້ອງສົງໄສນັກຄ້າອາວຸດຊາວຣັດເຊຍ ນາຍ Viktor Bout (4 ຕຸລາ 2010)

ຜູ້ຕ້ອງສົງໄສເປັນນັກຄ້າອາວຸດຊາວຣັດເຊຍນາຍ Viktor Bout ໄດ້ຍື່ນຂໍອຸທອນຕໍ່ການທີ່ສານຂອງໄທໄດ້ຍົກຟ້ອງ ບາງຂໍ້ຫາຕໍ່ຜູ້ກ່ຽວ.

ກົນລະຍຸດທີ່ຜິດປົກກະຕິດັ່ງກ່າວ ແມ່ນເປັນຄວາມພະຍາ ຍາມສຳລັບຖ່ວງເວລາຕໍ່ການທີ່ທາງການໄທ ຈະສົ່ງໂຕຜູ້ ກ່ຽວ ໃຫ້ສະຫະລັດ ເພື່ອນຳໂຕມາຂຶ້ນສານ ໃນຂໍ້ຫາຄ້າ ອາວຸດແລະກໍ່ການຮ້າຍ.

ສານອາຍາຂອງໄທ ໄດ້ຕັດສິນໃນຕົ້ນອາທິດນີ້ ໃຫ້ຍົກເລີກ ຂໍ້ຫາຟອກເງິນແລະສໍ້ໂກງ ທີ່ໄອຍະການສະຫະລັດໄດ້ຍື່ນ ຟ້ອງຕໍ່ນາຍ Bout ຊຶ່ງເປັນການແຜ້ວທາງ ເພື່ອໃຫ້ມີການ ປະຕິບັດຕາມຄຳສັ່ງ ໃຫ້ສົ່ງໂຕຜູ້ກ່ຽວ ໃຫ້ສະຫະລັດ ໄວຂຶ້ນ.

ແຕ່ໃນການຍື່ນຂໍອຸທອນມື້ວານນີ້ ທະນາຍຄວາມທີ່ເປັນຄົນ ໄທຂອງນາຍ Bout ອາດສາມາດ ເຮັດໃຫ້ຄະດີນີ້ ແກ່ຍາວຕໍ່ໄປຢູ່ໃນສານ ຈົນເທົ່າຄໍາສັ່ງ ໃຫ້ສົ່ງໂຕລູກຄວາມຂອງລາວ ມາໃຫ້ສະຫະລັດ ໝົດອາຍຸລົງ ໃນວັນທີ 20 ພະຈິກນີ້.

ຣັດເຊຍໄດ້ຄັດຄ້ານຢ່າງແຂງຂັນຕໍ່ການສົ່ງໂຕນາຍ Bout ອາຍຸ 43 ປີອະດີດນາຍທະຫານ ອາກາດ ຂອງສະຫະພາບໂຊວຽດ ໃຫ້ແກ່ທາງການສະຫະລັດ ຍ້ອນຜູ້ກ່ຽວອາດຮູ້ຄວາມລັບ ກ່ຽວກັບເລື່ອງຄວາມປອດໄພ ທີ່ຫຼໍ່ແຫຼມສຳຄັນຂອງລັດເຊຍ.

XS
SM
MD
LG