ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ຈະ​ອະ​ນຸ​ມັດ ໃຫ້​ພວກ​ນັກ​ທ່ອງ​ທ່ຽວ​ຈີນ ບໍ່​ຕ້ອງ​ຂໍ​ວີ​ຊາ ເພື່ອ​ຢ້ຽມ​ຢາ​ມໄທ


ແຟ້ມ - ພວກ​ນັກ​ທ່ອງ​ທ່ຽວ​ຈີນ ຖ່າຍ​ແຊ​ລ​ຟີ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ທ່ານ​ເສດ​ຖະ ທະ​ວີ​ສິນ (ຂວາ) ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ ເດີນ​ທາງ​ໄປ​ເຖິງ​ສະ​ໜາມສາ​ກົນ​ບິນ​ສຸ​ວັນ​ນ​ະ​ພູມ ຈັງ​ຫວັດ​ສະ​ໝຸດ​ປ​ຣາ​ການ ປະ​ເທດ​ໄທ ວັນ​ທີ 25 ກັນ​ຍາ 2023.
ແຟ້ມ - ພວກ​ນັກ​ທ່ອງ​ທ່ຽວ​ຈີນ ຖ່າຍ​ແຊ​ລ​ຟີ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ທ່ານ​ເສດ​ຖະ ທະ​ວີ​ສິນ (ຂວາ) ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ ເດີນ​ທາງ​ໄປ​ເຖິງ​ສະ​ໜາມສາ​ກົນ​ບິນ​ສຸ​ວັນ​ນ​ະ​ພູມ ຈັງ​ຫວັດ​ສະ​ໝຸດ​ປ​ຣາ​ການ ປະ​ເທດ​ໄທ ວັນ​ທີ 25 ກັນ​ຍາ 2023.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ທ່ານ​ເສດ​ຖາ ທະ​ວີ​ສິນ ກ່າວ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມານີ້​ວ່າ ປະ​ເທດ​ຂອງ​ທ່ານ​ຈະ​ອະ​ນຸ​ມັດ​ການ​ເຂົ້າ​ປະ​ເທດ​ໂດຍ​ບໍ່​ຕ້ອງ​ຂໍ​ວີ​ຊ​າ​ໃຫ້​ແກ່​ຄົນ​ສັນ​ຊາດ​ຈີນ ເລີ້ມ​ແຕ່​ວັນ​ທີ 1 ມີ​ນາ​ເປັນ​ຕົ້ນ​ໄປ.

ປະ​ເທດ​ໄທ ໄດ້​ອະ​ນຸ​ຍາດ​ໃຫ້​ພວກ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ ​ເຂົ້າ​ປະ​ເທດ​ໂດຍ​ບໍ່​ຕ້ອງ​ຂໍ​ວີ​ຊາ ມາ​ແຕ່​ເດືອນ​ກັນ​ຍາ​ປີ​ກາຍ ແຕ່​ນະ​ໂຍ​ບາຍ​ດັ່ງ​ກ່າວ​ຈະ​ໝົດ​ອາ​ຍຸ​ລົງ​ໃນ​ວັນ​ທີ 29 ກຸມ​ພາ​ຈະ​ມານີ້.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ເສດ​ຖາ ​ກ່າວ​ວ່າ ການ​ຕັດ​ສິນ​ໃຈ​ເພື່ອ​ເຮັດ​ໃຫ້​ນະ​ໂຍ​ບາຍ​ດັ່ງ​ກ່າວ ກາຍ​ເປັນ​ນະ​ໂຍ​ບາຍ​ທີ່​ຖາ​ວອນນັ້ນ ມີ​ຂຶ້ນ​ຫຼັງ​ຈາກ​ການ​ເຈ​ລະ​ຈາ​ກັບ​ປັກ​ກິ່ງ ເພື່ອ​ອະ​ນຸ​ມັດ​ສິດ​ພິ​ເສດ​ແບບ​ດຽວ​ກັນ​ສຳ​ລັບ​ຄົນ​ສັນ​ຊາດ​ໄທ​ທີ່​ໄປ​ຢ້ຽມ​ຢາມ​ຈີນ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ຫວັງ ເຫວິນ​ບິນ ບໍ່​ໄດ້​ໃຫ້​ການ​ຢືນ​ຢັນ​ຕໍ່​ການ​ປະ​ເທດ​ຂອງ​ທ່ານ​ເສດ​ຖາ ແຕ່​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ປັກ​ກິ່ງວ່າ “ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອ​ງ” ຂອງ​ທັງ​ສອງ​ຝ່າຍ ພວມ “ຫາ​ລື​ກັນ​ຢ່າງ​ໃກ້​ຊິດ” ກ່ຽວ​ກັບ​ເລື້ອງນີ້.

​ປະ​ເທດ​ທັງ​ສອງຈະ​ອະ​ນຸ​ຍາດ​ໃຫ້​ພວກ​ນັກ​ທ່ອງ​ທ່ຽວຂອງ​ອີກ​ປະ​ເທດ​ນຶ່ງ​ຢູ່​ໃນ​ປະ​ເທດ​ຂອງ​ຕົນ​ໄດ້​ດົນ​ເຖິງ 30 ມື້​ ໃນ​ການ​ຢ້ຽມ​ຢາມ.

ການ​ຕັດ​ສິນ​ໃຈ ໃຫ້​ການ​ອະ​ນຸ​ມັດ ​ຕໍ່​ຖາ​ນະ​ບໍ່​ຕ້ອງວີ​ຊາ​ຢ່າງ​ເປັນ​ການ​ຖາ​ວອນ​ແກ່​ພວກ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ ແມ່ນ​ແນ​ໃສ່​ ເພື່ອ​ຟື້ນ​ຟູ​ພາກ​ສ່ວນ​ການ​ທ່ອງ​ທ່ຽວ​ທີ່​ມີ​ຄວາມ​ສຳ​ຄັນ​ຂອງ​ປະ​ເທດ ແຕ່​ພາກ​ສ່ວນ​ການ​ທ່ອງ​ທ່ຽວໄດ້​ຖືກ​ທຳ​ລາຍ​ໂດຍ​ໂຣ​ລະ​ບາດ​ໂຄວິດ-19 ໃນ​ປີ​ຕໍ່​ມາ.

ການ​ທ່ອງ​ທ່ຽວ​ ໄດ້​ຟື້ນ​ໂຕ​ຄືນ​ຢ່າງ​ຊ້າໆ ໂດຍ​ມີ​ພວກ​ນັກ​ທ່ອງ​ທ່ຽວ​ຈາກ​ຕ່າງ​ປະ​ເທດ 28 ລ້ານ​ຄົນໄປ​ຢ້ຽມ​ຢາມ​ໄທ​ໃນ​ປີ​ກາຍນີ້ ຮວມ​ທັງ 3 ລ້ານ 5 ແສນ​ຄົນ​ທີ່​ໄປ​ຈາກ​ຈີນ ຊຶ່ງ​ເປັນ​ອັນ​ດັບ​ສອງ ຮອງ​ລົງ​ມາ​ ຈາກ​ມາ​ເລ​ເຊຍ​ເທົ່າ​ນັ້ນ ທີ່​ມີ​ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມ​ໄທ ຢ່າງ​ໜ້ອຍ 4 ລ້ານ 4 ແສນ​ຄົນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG