ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ກຳລັງຕຽມພ້ອມ ທີ່ຈະເຂົ້າຮ່ວມ ກຸ່ມ​ການ​ຄ້າ​ ພາຄີ​ຂ້າມມະຫາ​ສະມຸດປາຊິ​ຟິກ


ພະນັກງານຊາວໄທ ຊັ່ງຖົງເຂົ້າ ໃນຕະຫຼາດ 26 ມິຖຸນາ, 2013.
ພະນັກງານຊາວໄທ ຊັ່ງຖົງເຂົ້າ ໃນຕະຫຼາດ 26 ມິຖຸນາ, 2013.

ຄະນະ​ລັດຖະບານ​ທີ່​ນຳພາໂດ​ຍ​ທະຫານ​ຂອງໄທ ອາດຈະ​ຕົກລົງ​ກັນ​ຢ່າງ​ເປັນ​ທາງ​ການ​ໂດຍ​ໄວເທົ່າ​ທີ່​ຈະ​ໄວ​ໄດ້​ໃນ​ສັບປະດາ​ໜ້ານີ້ ກ່ຽວ​ກັບ​ການເຂົ້າເປັນ​ສະມາຊິກກຸ່ມ​ການ​ຄ້າ​ພາຄີ​ຂ້າມມະຫາ​ສະມຸດປາຊິ​ຟິກ ຫຼັງ​ຈາກ​ທີ່ໄດ້ຮັບ​ສັນຍານຢ່າງ​ຈະ​ແຈ້ງ ​ຈາກ​ສະມາຊິກ ໃນ​ຄະນະ​ລັດຖະບານ ​ໃນ​ການ​ໃຫ້ການ​ສະໜັບສະໜຸນ ຕໍ່ການ​ເຂົ້າ​ຮ່ວມ​ກຸ່ມການ​ຄ້າ​ທີ່​ໃຫຍ່​ທີ່​ສຸດໃນ​ປະຫວັດ​ສາດ.

ຮອງ​ນາຍົກລັດຖະມົນຕີຂອງ​ໄທ ທ່ານ ສົມ​ຄິດ ຈະ​ຕຸ​ສຣີພິທັກ ​ໄດ້​ກ່າວ​ກັບຜູ້ນຳ ​ທຸ​ລະ​ກິດ​ຊາວ​ຍີ່ປຸ່ນໃນ​ນະຄອນ​ໂຕ​ກ່ຽວ​ວ່າ ​ໄທ​ຈະ​ຮ້ອງຂໍ​ໃຫ້​ຍີ່ປຸ່ນ​ສະໜັບສະໜຸນ ​ຕໍ່ການເຂົ້າ​ຮ່ວມ​ກຸ່ມການ​ຄ້າ​ທີ່​ນຳພາ​ໂດຍ​ສະຫະລັດ ​ໃນເວລາ​ທີ່ມີ​ການ​ພິຈາລະນາ​ຮັບ​ເອົາສະ​ມາ​ຊິກ​ເພີ່ມ​ຕື່ມ​ ​ໃນ​ປີ 2018.

ນາຍົກລັດຖະມົນຕີ ປຣະຍຸດ ຈັນ-ໂອຊາ ຕຽມຕົວ ກ່ອນກອງປະຊຸມສຸດຍອດ (ASEAN) ທີ່ນະຄອນ Kuala Lumpur, Malaysia, 21 ພະຈິກ, 2015.
ນາຍົກລັດຖະມົນຕີ ປຣະຍຸດ ຈັນ-ໂອຊາ ຕຽມຕົວ ກ່ອນກອງປະຊຸມສຸດຍອດ (ASEAN) ທີ່ນະຄອນ Kuala Lumpur, Malaysia, 21 ພະຈິກ, 2015.

ລັດຖະມົນຕີ​ກະຊວງ​ພານິດ ທ່ານນາງ Apiradi Tantraporn ຜູ້ນຳພາ​ຄະນະ​ກຳມະການ​ກະກຽມ​ການ​ເຂົ້າຮ່ວມ​ພາຄີ​ຂ້າມ​ມະຫາ​ສຸ​ມຸດປາຊິ​ຟິກ ​ໄດ້​ກ່າວ​ເພີ່ມ​ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້​ວ່າ ຣາດ​ຊະນາ​ຈັກ ຈຳ​ເປັນ​ທີ່​ຈະ​ປັບ​ປຸງການ​ແຂ່ງຂັນ​ໃດ​ໆ ​ເພື່ອ​ຕຽມ​ພ້ອມ ​ໃນ​ການ​ເຂົ້າ​ຮ່ວມ​ກຸ່ມ​ການ​ຄ້າ​ທີ່​ວ່າ​ນີ້. ຫຼັງ​ຈາກ​ທີ່​ໄດ້​ຢ້ຽມຢາມ​ນະຄອນຫຼວງ​ວໍ​ຊີງ​ຕັນ ​ໃນ​ເດືອນ​ເມສາ​ຜ່ານ​ມາ​ນີ້ ທ່ານນາງ Apiradi ​ໄດ້​ກ່າວ​ວ່າ ລັດຖະບານສະຫະລັດ ​ໄດ້​ສົ່ງ​ເສີມ​ໃຫ້​ໄທ ດັດ​ແກ້ ​ກົດໝາຍ​ແລະລະບຽບ​ກາ​ນຕ່າງໆ ​ໃນ​ຫຼາຍໆ​ພາກ​ສ່ວນ ຖ້າ​ຫາກໄທ​ຕ້ອງການ​ຢາກ​ເຂົ້າ​ຮ່ວມໃນ​ກຸ່ມ​ການ​ຄ້ານີ້.​

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໃນຂະນະທີ່ເຂົ້າຮ່ວມກອງປະຊຸມ ຄຳຖາມຄຳຕອບ ພົບປະກັບ ພວກຊາວໜຸ່ມເອເຊຍ (YSEALI) ໃນ Ho Chi Minh City, ຫວຽດນາມ, 25 ພຶດສະພາ, 2016.
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໃນຂະນະທີ່ເຂົ້າຮ່ວມກອງປະຊຸມ ຄຳຖາມຄຳຕອບ ພົບປະກັບ ພວກຊາວໜຸ່ມເອເຊຍ (YSEALI) ໃນ Ho Chi Minh City, ຫວຽດນາມ, 25 ພຶດສະພາ, 2016.

​ນັກການ​ທູດ​ໄທ ທ່ານ Jesda Tivayanond ປະຈຳ​ສຳນັກງານ​ນາຍົກລັດຖະມົນຕີ ​ໄດ້​ກ່າວ​ຕໍ່ VOA ​ໃນ​ວັນ​ພຸດ​ວານ​ນີ້ວ່າ ນາຍົກລັດຖະມົນຕີ Prayuth Chan-ocha ຈະ​ພົບ​ປະ​ໃນ​ສັບປະດາ​ໜ້າ ກັບຄະນະ​ທີ່​ປຶກສາເສດຖະກິດນາໆ​ຊາດຂອງ​ທ່ານ ​ເພື່ອ​ສົນທະນາ​ຫາລື​ກ່ຽວ​ກັບ​ການ​ຍື່ນ​ໃບ​ສະໝັກ​ເຂົ້າ​ເປັນ​ສະມາ ຊິກໃນ​ກຸ່ມ​ການ​ຄ້າ​ພາ​ຄີຂ້າມ​ມະຫາ​ສຸ​ມຸດປາຊິ​ຟິກ.

ການ​ຕັດສິນ​ໃຈ​ຢ່າງ​ເປັນ​ທາງ​ການ​ໂດຍ​ຄະນະ​ລັດຖະບານ​ກ່ຽວ​ກັບ​ການ​ເຂົ້າ​ເປັນ ສະມາ ຊິກ​ໃນ​ກຸ່ມ​ການ​ຄ້າ​ພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ ຈະ​ມີ​ຂຶ້ນ​ໃນ​ການ​ປະ ຊຸມ​ໃນ​ວັນ​ທີ 8 ມິຖຸນາ ອີງ​ຕາມເຈົ້າໜ້າ​ທີ່​ລັດຖະບານ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG