ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານປະຕິເສດການຂໍອຸທອນ ຂອງທ່ານທັກສິນ


ທຸງຊາດໄທ
ທຸງຊາດໄທ

ສານສູງສຸດຂອງໄທໄດ້ປະຕິເສດ ຕໍ່ການຂໍອຸທອນ ຂອງອະດີດນາ ຍົກລັດຖະມົນຕີທັກສິນ ຊິນນະ ວັດ ແລະຄອບຄົວຂອງທ່ານ ຕໍ່ ຄໍາ​ຕັດສິນ​ ໃຫ້ລັດຖະບານຢຶດ ຊັບສິນຂອງພວກເຂົາເຈົ້ານັ້ນ.

ສານສູງສຸດຂອງໄທໄດ້ຕັດສິນ ບໍ່ຍອມພິຈາລະນາຄືນໃໝ່ ຄຳພິພາກສາທີ່ໄດ້ອອກໄປແລ້ວ ກ່ອນໜ້ານີ້ ໂດຍກ່າວວ່າ ທ່ານທັກສິນ ບໍ່​ມີຫຼັກຖານໃໝ່ໃດໆ ທີ່​ໜາ​ແໜ້ນ​ພໍ ມາສະ​ແດງ ​ເພື່ອສະໜັບສະໜຸນ ຄໍາ​ອຸທອນຂອງທ່ານ.

ໃນເດືອນກຸມພາຜ່ານມາ ສານສູງສຸດຂອງໄທ ໄດ້ຕັດສິນວ່າ ລັດຖະບານ ສາມາດຢຶດຊັບ ສິນຂອງທ່ານທັກສິນໄດ້ ໃນມູນຄ່າ 1,400 ລ້ານໂດລາ ຍ້ອນທ່ານໄດ້ຮັບຊັບສິນເຫຼົ່ານັ້ນມາ ແບບບໍ່ຖືກຕ້ອງ ຂະນະທີ່ຍັງຢູ່ໃນຕຳແໜ່ງ. ທ່ານທັກສິນ ປະຕິເສດວ່າ ທ່ານບໍ່ໄດ້ເຮັດຫຍັງ ຜິດແລະເວົ້າວ່າ ຂໍ້ຫາເຫຼົ່ານີ້ ມີຈຸດປະສົງ ທາງການເມືອງ.

ທ່ານທັກສິນ ໄດ້ຖືກໂຄ່ນລົ້ມ ໃນການກໍ່ລັດຖະປະຫານ ປີ 2006 ຫຼັງຈາກໄດ້ມີການກ່າວ ຫາ ກ່ຽວກັບການສໍ້ລາດບັງຫຼວງ ຂະໜາດໃຫຍ່ ແລະການໃຊ້ຕຳແໜ່ງ ໄປໃນທາງຜິດ. ນັບແຕ່ນັ້ນມາ ທ່ານກໍໄດ້ລີ້ໄພ ຢູ່ໃນຕ່າງປະເທດ ​ເປັນສ່ວນໃຫຍ່.

ຊັບສິນມູນຄ່າ 1,400 ລ້ານໂດລາ ຂອງທ່ານທັກສິນນີ້ ຈະຖືກຢຶດຈາກ ຊັບສົມບັດທັງໝົດ 2,300 ລ້ານໂດລາຂອງທ່ານ ທີ່ລັດຖະບານໄທ ໄດ້ສັ່ງບໍ່ໃຫ້ມີການເຄື່ອນຍ້າຍ ຫຼັງຈາກ ທ່ານໄດ້ຖືກໂຄ່ນລົ້ມ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ຊັບສິນສ່ວນທີ່ເຫຼືອນັ້ນ ຈະຖືກສົ່ງຄືນ ໃຫ້ຄອບຄົວ ຂອງທ່ານທັກສິນຫຼືບໍ່.

XS
SM
MD
LG