ບັນດາປະເທດເພື່ອນບ້ານຂອງໄທ ກຳລັງຕິດຕາມເບິ່ງຄວາມ ວຸ້ນວາຍທາງການເມືອງຢູ່ໃນນະຄອນຫລວງບາງກອກ ດ້ວຍຄວາມເປັນຫ່ວງຫລາຍຂຶ້ນເລື້ອຍໆ. ສະມາຄົມກຸ່ມປະເທດເອເຊຍອາຄະເນ ຫລື ອາຊ່ຽນ ໄດ້ກ່າວວ່າ ການປະທ້ວງໃນໄທອາດອາມາດຍັງຜົນເຮັດໃຫ້ຄວາມບໍ່ດຸ່ນດ່ຽງ ທາງເສດຖະກິດແລະການເມືອງ ແຜ່ລາມອອກໄປ ທົ່ວຂົງເຂດໄດ້. ສ່ວນລັດຖະມົນຕີການຕ່າງປະເທດຂອງອິນໂດເນເຊຍ ກໍໄດ້ຮຽກຮ້ອງໃຫ້ທຳການສົນທະນາເຈລະຈາກັນ ເພື່ອແກ້ໄຂວິກິດການ ໂດຍສັນຕິວິທີ ແລະໄດ້ສະເນີໃຫ້ຄວາມຊ່ວຍເຫລືອ ແຕ່ພ້ອມດຽວກັນ ກໍໄດ້ເນ້ນຢ້ຳນະໂຍບາຍຂອງອິນໂດເນເຊຍ ທີ່ຈະບໍ່ເຂົ້າແຊກແຊງໃນກິດຈະການຂອງປະເທດເພື່ອນບ້ານ.
ສະມາຄົມອາຊ່ຽນໄດ້ຮຽກຮ້ອງໄປຍັງລັດຖະບານໄທ ແລະພວກປະທ້ວງທີ່ຕໍ່ຕ້ານລັດຖະບານ ໃຫ້ພາກັນໃຊ້ຄວາມຍັບຍັ້ງຊັ່ງໃຈ ແລະໃຫ້ສະແຫວງຫາທາງແກ້ໄຂບັນຫາ ໂດຍຜ່ານການເຈລະຈາຫາລືແລະປອງດອງກັນ. ຝ່າຍລັດຖະມົນຕີການຕ່າງປະເທດສິງກະໂປແລະອິນໂດເນເຊຍ ຕ່າງກໍໄດ້ອອກມາກ່າວຄຳຮຽກຮ້ອງໃນທຳນອງດຽວກັນ.
ນັບແຕ່ເດືອນມີນາມາແລ້ວ ໄດ້ມີຄົນເສຍຊີວິດໄປ 26 ຄົນແລະເກືອບ ນຶ່ງພັນຄົນໄດ້ຮັບບາດເຈັບ ໃນເຫດລະເບີດຫລາຍບັ້ນແລະການປະເຊີນໜ້າກັນລະຫວ່າງຕຳຫລວດ ກັບພວກປະທ້ວງຕໍ່ຕ້ານລັດຖະບານໃນບາງກອກ ທີ່ເອີ້ນກັນວ່າພວກເສື້ອແດງນັ້ນ.
ພວກເສື້ອແດງ ຊຶ່ງປະກອບດ້ວຍຊາວຊົນນະບົດແລະພວກຄົນທຸກຍາກ ໃນເຂດຫົວເມືອງເປັນສ່ວນໃຫຍ່ນັ້ນ ຮຽກຮ້ອງໃຫ້ລັດຖະ ບານຈັດການ ເລືອກຕັ້ງໃໝ່ຂຶ້ນ ຊຶ່ງການປະທ້ວງຂອງພວກເຂົາ ໄດ້ລົບກວນແລະສ້າງຄວາມເສຍຫາຍໃຫ້ແກ່ບັນດາທຸລະກິດ ແລະການທ່ອງທ່ຽວຢູ່ໃນປະເທດ.
ໂຄສົກກະຊວງການຕ່າງປະເທດອິນໂດເນເຊຍ ທ່ານ Teuku Faiza-syah ກ່າວວ່າ ທ່ານວິຕົກວ່າຄວາມບໍ່ດຸ່ນດ່ຽວຂາດສະຖຽນລະພາບໃນ ໄທນັ້ນ ອາດຈະສົ່ງຜົນໃຫ້ເກີດວິກິດການດ້ານເສດຖະກິດໃນເອເຊຍ ຄືກັນກັບຄັ້ງປີ 1997 ນັ້ນ ຊຶ່ງໃນຄັ້ງນັ້ນ ລາຄາເງິນບາດຂອງໄທໄດ້ຕົກຮວບລົງ ສົ່ງຜົນໃຫ້ພວກນັກລົງທຶນສູນເສຍຄວາມໝັ້ນໃຈໃນຂົງເຂດ. ທ່ານ Faizasyah ກ່າວວ່າ:
“ເບິ່ງຄືວ່າ ມັນຈະໄວເກີນໄປທີ່ຈະປະເມີນກ່ຽວກັບຜົນກະທົບໂດຍກົງ ຂອງສະຖານະການ ໃນປະເທດໄທຕໍ່ເສດຖະກິດ ແຕ່ຈິງໆແລ້ວ ພວກເຮົາ ກໍຫວັງວ່າມັນອາດຈະ ບໍ່ກໍ່ໃຫ້ເກີດສະຖານະການໃນທຳນອງດຽວກັນກັບ ໃນຊຸມປ ີ1990 ເມື່ອຜົນກະທົບການລົ້ມລະລາຍຂອງເສດຖະກິດ ເກີດຂື້ນໃນສ່ວນພູມິພາກຂອງພວກເຮົາ ຢ່າງຕິດຕໍ່ກັນນັ້ນ ແຕ່ພວກເຮົາກໍຫວັງຢ່າງຍິ່ງວ່າ ເຫດການຫຍຸ້ງຍາກໃນໄທ ປັດຈຸບັນ ເປັນກໍລະນີໂດດດ່ຽວຂອງໄທປະເທດດຽວ ແຕ່ພວກເຮົາກໍຍັງຫວັງເຊ່ນກັນວ່າ ຖ້າຫາກພວກເຮົາມີຄວາມພາກພຽນພະຍາຍາມຮ່ວມກັນແລ້ວ ພວກເຮົາກໍຈະ ສາມາດແກ້ໄຂສະຖານະການໂດຍສັນຕິວິທີ ໄດ້.”
ທ່ານ Michael Montesano ທີ່ສະຖາບັນລະຫວ່າງປະເທດຂອງສິງກະໂປ ກ່າວວ່າ ເວລານີ້ ພວກນັກລົງທຶນຕ່າງປະເທດສ່ວນໃຫຍ່ແມ່ນເບິ່ງເຫັນວິກິດການນີ້ວ່າ ເປັນວິກິດການຂອງໄທໂດຍສະເພາະເທົ່ານັ້ນ ແຕ່ພ້ອມດຽວກັນ ທ່ານກ່າວວ່າ ຖ້າຫາກການປະທ້ວງ ຍັງດຳເນີນສືບຕໍ່ໄປ ມັນກໍອາດສາມາດສົ່ງຜົນກະທົບຕໍ່ການລົງທຶນໄດ້. ທັງສິງກະໂປແລະອິນໂດເນເຊັຍ ຕ່າງກໍໄດ້ສະເນີໃຫ້ຄວາມຊ່ວຍເຫລືອ ເພື່ອແກ້ໄຂວິກິດການໃນໄທນັ້ນ ແຕ່ທ່ານ Faiszsyah ກ່າວວ່າ ຂໍ້ສະເນີນັ້ນ ຈະມີປະໂຫຍດ ກໍຕໍ່ເມື່ອທັງສອງຝ່າຍໃນໄທ ຮ້ອງຂໍເອົາ.
“ທີ່ຈິງແລ້ວພວກເຮົາກໍບໍ່ຢາກເຂົ້າໄປຫຍຸ້ງກ່ຽວກັບບັນຫາຂອງປະເທດ ເພື່ອນບ້ານເຮົາ ແຕ່ມັນຈະຕ້ອງເປັນທີ່ແຈ້ງຂາວວ່າ ຖ້າຫາກວ່າມີວິທີທາງໃດ ທີ່ພວກເຮົາສາມາດ ຊ່ວຍໄດ້ໃນການໂອ້ລົມສົນທະນາກັນ ໂດຍການຮ້ອງຂໍຂອງລັດຖະບານ ຫລືຈາກພັກ ຝ່າຍອື່ນໆທີ່ພົວພັນຢູ່ໃນສະຖານະ ການນີ້ແລ້ວ ພວກເຮົາກໍຈະຊ່ວຍແກ້ໄຂ ຄືພວກເຮົາຈະໄປທີ່ນັ້ນ ເພື່ອສະໜອງການຊ່ວຍເຫລືອໃຫ້ ຕາມຄວາມສາມາດທີ່ພວກເຮົາມີ.”
ສ່ວນທ່ານ Montesano ກ່າວວ່າ ປະເພນີຂອງອາຊ່ຽນໃນການບໍ່ເຂົ້າແຊກແຊງໃນ ກິດຈະການພາຍໃນຂອງປະເທດສະມາຊິກ ແລະຄວາມບໍ່ເຕັມໃຈ ຂອງໄທ ທີ່ຈະ ຮ້ອງຂໍເອົາການຊ່ວຍເຫລືອນັ້ນ ຈະຍັບຍັ້ງຄວາມພະຍາຍາມໃດໆຂອງຕ່າງປະເທດ ທີ່ຈະເຂົ້າໄປໄກ່ເກ່ຍບັນຫາໃຫ້ໄທ. ທ່ານກ່າວຕໍ່ໄປ ວ່າ ສິ່ງທີ່ເພື່ອນບ້ານຂອງໄທ ສາມາດເຮັດໄດ້ ເພື່ອປ້ອງກັນບໍ່ໃຫ້ຂະບວນການປະທ້ວງ ໃນທຳນອງ ດຽວກັນ ແຜ່ລາມອອກໄປຮອດປະເທດຂອງຕົນ ນັ້ນ ກໍຄືພະຍາຍາມ ແກ້ໄຂບັນຫາຂອງພວກປະຊາຊົນທີ່ທຸກຍາກ ຢູ່ພາຍໃນປະເທດຂອງຕົນເອງ ຊຶ່ງທ່ານເວົ້າວ່າ
“ຂ້າພະເຈົ້າຄິດວ່າ ພວກປະເທດອື່ນໆໃນສ່ວນພູມິພາກນີ້ ຄວນທີ່ຈະສຶກສາເຖິງ ຮາກເລິກຂອງວິກິດການຂອງໄທ ແລະຄວນ້ຖາມພວກເຂົາເຈົ້າເອງວ່າ ການເສດຖະກິດ ແລະສັງຄົມຂອງພວກເຂົາເຈົ້ານັ້ນ ຈະຕົກຢູ່ໃນວິກິດການ ທຳນອງດຽວກັນ ຫລືບໍ່?”
ທ່ານ Montesano ກ່າວໃນທີ່ສຸດວ່າ ນອກຈາກສິ່ງທີ່ກ່າວມານັ້ນແລ້ວ ບັນດາເພື່ອນ ບ້ານຂອງໄທ ແລະປະເທດອື່ນໆໃນໂລກ ກໍຄົງຈະໄດ້ແຕ່ ພຽງ ເຝົ້າເບິ່ງເທົ່ານັ້ນວ່າ ວິກິດການໃນໄທນັ້ນ ຈະປາກົດຜົນອອກມາ ໃນຮູບໃດ.