ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທຈະ​ເຂົ້າຍຶດ​ເອົາບ່ອນໂຮມ ຊຸມນຸມຂອງພວກປະທ້ວງ​


ນາຍົກ ລມຕ ໄທ ທ່ານ​ອະພິສິດ ​ເວດ​ຊາ​ຊີວະ ກ່າວ​ວ່າ ທາງ​ການຈະ ​ເຂົ້າຍຶດ​ເອົາ​ບໍລິ​ເວນ​ທີ່​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ ໃຊ້​ເປັນຊຸມນຸມ​ປະ​ທ້ວງ​ຂອງ​ພວກ​ເຂົາ ​ໃນ​ໃຈກາງ​ນະຄອນຫລວງ​ບາງກອກ​ນັ້ນຄືນ ​ແຕ່​ທ່ານ​ບໍ່​ໄດ້​ບອກ​ໃຫ້​ຮູ້​ວ່າ ​ເວລາ​ໃດ.

ໃນ​ຄຳ​ປາ​ໃສ​ທາງ​ໂທລະພາບ​ ​ວັນ​ອາທິດ​ມື້​ນີ້ ​ໂດຍ​ມີ​ຜູ້​ບັນຊາ​ການ​ກອງທັບ ນາຍ​ພົນ​ອານຸພົງ ​ເຜົ່າ​ຈິນ​ດາ ຢູ່​ຄຽງ​ຂ້າງ​ທ່ານ​ນັ້ນ ທ່ານ​ອະພິສິດ​ເວົ້າ​ເນ້ນວ່າ ການ​ຂັບ​ໄລ່​ພວກ​ປະ​ທ້ວງ​ເສື້ອ​ແດງ​ໃຫ້​ແຕກ​ຜ່າ​ຍສະ​ລາຍ​ໂຕ ​ແມ່ນ​ພຽງ​ສ່ວນ​ນຶ່ງ​ເທົ່າ​ນັ້ນຂອງ​ແຜນການ​ແກ້​ໄຂ​ວິ​ກິດ​ການ​ການ​ເມືອງ​ສຳລັບ​ໝົດ​ທັງ​ປະ​ເທດ.

ສ່ວນ​ນາຍ​ພົນ​ອານຸພົງ​ນັ້ນ​ເວົ້າ​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຈະ​ເປັນ​ໄປ ຕາມ​ວິທີ​ທາງ​ກົດໝາຍ. ພ້ອມ​ດຽວ​ກັນ ທ່ານ​ປະຕິ​ເສດ​ວ່າ ບໍ່​ໄດ້​ມີ​ການ ​ແຕກ​ແຍກ​ກັນ​ຢູ່​ໃນ​ກອງທັບ. ​ມີ​ການ​ເຊື່ອ​ກັນ​ວ່າ​ ມີ​ພວກ​ສະໜັບສະໜູນ​ຝ່າຍເສື້ອ​ແດງ​ແຊກ​ຊຶມ​ຢູ່​ພາຍ​ໃນກຳລັງ​ຮັກສາ​ຄວາມປອດໄພຂອງ​ໄທ.

ຂະນະ​ທີ່​ກຳລັງ​ອອກ​ອາກາດ​ຢູ່​ນັ້ນ ປາກົດ​ວ່າໂທລະພາບ​ໄດ້​ມອດໄປເປັນ​ເວລາ​ສັ້ນ ຊຶ່ງ​ທ່ານ​ອະພິສິດ​ໄດ້​ກ່າວ​ໃນ​ເວລາ​ຕໍ່​ມາ​ວ່າ ມີ​ຄົນ​ຈຳ ນວນ​ນຶ່ງ​ໄດ້​ໄປ​ລົບ​ກວນ​ສັນຍານ​ດາວ​ທຽມ.

ການກ່າວຄຳ​ປາ​ໃສ​ຂອງ​ນາຍົກ ລມຕ ໄທ​ໃນ​ມື້​ນີ້ ມີ​ຂຶ້ນຫລັງ​ຈາກ​ທີ່​ທ່ານ​ອະພິສິດ​ໄດ້​ປະຕິ​ເສດຂໍ້​ສະ​ເນີ​ຂອງ​ພວກ​ປະ​ທ້ວງ ທີ່​ວ່າ​ພວກ​ເຂົາ​ຈະ​ຢຸດ​ເຊົາ​ການ​ຍຶດ​ເອົາ​ໃຈກາງ​ນະຄອນຫລວງ​ບາງກອກ ຖ້າ​ຫາກ​ທ່ານ ຍອມ​ຍຸບ​ສະພາ ພາຍ​ໃນ​ເວລາ 30 ມື້. ທ່ານ​ອະພິສິດ​ກ່າວ​ໃນ​ມື້ວານ​ນີ້ ວ່າ ທ່ານ​ຈະ​ບໍ່​ເຈລະຈາ​ກັບ​ພວກ​ປະ​ທ້ວງ​ເສື້ອ​ແດງ ​ເພາະວ່າ​ພວກ​ເຂົາ​ໃຊ້​ຄວາມ​ຮຸນ​ແຮງ​ແລະ​ການ​ນາບ​ຂູ່ໃຫ້​ປະຊາຊົນ​ຢ້ານ​ກົວ.

XS
SM
MD
LG