ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໗ ກັນຍາ ໒໐໒໓

ໄທສອບສວນ ຊາຍຄົນນຶ່ງ ທີ່ອາດກໍາລັງ ວາງແຜນກໍ່ການຮ້າຍ


ນາຍ Atris Hussein, ຄົນສັນຊາດສະວີເດັນເຊື້ອສາຍ ເລບານອນ ທີ່ຖືກເຈົ້າໜ້າທີ່ໄທຈັບກຸມ ທີ່ບາງກອອກ. ວັນທີ 17 ມັງກອນ 2012.

ໄທກໍາລັງທໍາການສືບສວນສອບສວນຜູ້ຊາຍຄົນນຶ່ງ ມາຈາກປະເທດເລບານອນ ທີ່ຖືກກ່າວ ຫາວ່າ ທໍາການສະສົມວັດຖຸລະເບີດທີ່ຜິດ ກົດໝາຍກົດໝາຍຈໍານວນນຶ່ງໄວ້. ການກັກຂັງຜູ້ ກ່ຽວໄດ້ມີຂຶ້ນຫລັງຈາກສະຫະລັດແລະປະເທດອື່ນໆອອກຄໍາເຕືອນກ່ຽວກັບການກໍ່ການຮ້າຍທີ່ອາດມີຂຶ້ນຢູ່າງກອກທາງການໄທຄັດຄ້ານຕໍ່ອອກຄໍາເຕືອນດັ່ງກ່າວຊຶ່ງໄດ້ສະແດງໃຫ້ເຫັນເຖິງການຂັດແຍ້ງກັນຢ່າງເປີດເຜີຍທີ່ບໍ່ສູ້ມີຂຶ້ນມາກ່ອນລະຫວ່າງພັນທະມິດໃນການຕໍ່ຕ້ານການກໍ່ ການຮ້າຍນໍາກັນ. ຜູ້ສື່ຂ່າວວີໂອເອ Daniel Schearf ມີລາຍງານມາຈາກບາງກອກ ດັ່ງສິງ ຈະນໍາມາສະເໜີທ່ານ.















ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ສືບສວນ​ສອບ​ສວນ​ໄທ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຍັງ
ທໍາ​ການ​ສອບ​ປາກ​ຄໍາ​ນາຍ Atris Hussein ຖື​ສັນຊາດ Sweden ​ເຊື້ອສາຍ​ເລ​ບາ​ນອນ
ທີ່​ຖືກ​ຈັບ​ກຸມ ໃນ​ສັບປະດາ​ຜ່ານ​ມາ ​ທີ່​ສະໜາມ​ບີນສຸວັນນະ​ພູມ​ທີ່​ບາງກອກ.

ທາງ​ການ​ໄທ​ກ່າວ​ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າ ນາຍ Hussein ມີ​ສາຍ​ພົວພັນ​ກັບ​ກຸ່ມ​ຫົວ​ຮຸນ​ແຮງ Hezbollah ຊຶ່ງ​ສະຫະລັດ​ຖື​ວ່າ ເປັນ​ກຸ່ມ​ກໍ່​ການ​ຮ້າຍ ​ແຕ່​ກຸ່ມ Hezbollah ປະຕິ​ເສດ​ວ່າ​ນາຍ Hussein ບໍ່​ໄດ້​ເປັນ​ສະມາ​ຊິກ​ຂອງ​ຕົນ.

ການ​ຈັບ​ກຸມ​ນາຍ Hussein ​ໄດ້​ມີ​ການ​ປະກາດ​ໃຫ້​ຮູ້​ໃນ​ເວລາ​ບໍ່​ດົນ ຫລັງ​ຈາກ​ສະຖານທູດ​ສະຫະລັດ​ອອກ​ຄໍາ​ເຕືອນ​ກ່ຽວ​ກັບ​ການ​ຂົ່ມຂູ່​ທີ່​ໜ້າ ເຊື່ອ​ຖື​ໄດ້​ກ່ຽວ​ກັບການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ຢູ່​ທີ່​ບາງກອກ​ນັ້ນ. ທໍາອິດ ບັນດາ​ເຈົ້າ​ໜ້າ​ທີ່​ໄທ​ໄດ້​ດ່າ​ສະຫະລັດ​ແລະ​ພວກ​ປະ​ເທດ​ຕາ​ເວັນ​ຕົກ​ອື່ນໆ​ອີກ​ຫຼາຍ​ປະ​ເທດ​ທີ່​ໄດ້​ເຫັນ​ພ້ອມ​ນຳ​ການ​ອອກຄໍາ​ເຕືອນ​ດັ່ງກ່າວ ​ໂດຍບໍ່ໄດ້​ປຶກສາ​ຫາລື​ກັບ​ພວກ​ເຂົາ​ເຈົ້າ​ກ່ອນ.

ແຕ່​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ຕໍາຫລວດ​ໄທ​ໄດ້​ກ່າວ​ຫາ​ນາຍ Hussein ວ່າ ມີ​ວັດຖຸ​ລະ​ເບີດ​ທີ່
ຜິດ​ກົດໝາຍ​ຢູ່​ໃນ​ຄວາມ​ຄອບ​ຄອງ​ຫລັງ​ຈາກ​ຜູ້ກ່ຽວ​ນໍາພາ​ເຂົາ​ເຈົ້າ​ໄປ​ຍັງ​ສາງ​ເກັບ​ເຄື່ອງ
ແຫ່ງ​ນຶ່ງ ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງນະຄອນຫຼວງ​ໄທ ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ພົບເຫັນ
ຝຸ່ນ​ປຸ໋ຍ​ແລະ​ເຄື່ອງ​ເຄມີ​ຫລາຍ​ໂຕນ ທີ່​ສາມາດ​ນໍາ​ໃຊ້​ເພື່ອ​ຜະລິດ​ລະ​ເບີດ​ໄດ້.


ເຖິງ​ແມ່ນ​ມີ​ການ​ພົບ​ເຫັນ​ວັດຖຸ​ລະ​ເບີດ​ທີ່​ຜິ​ດກົດໝາຍ​ນີ້​ກໍ​ຕາມ ​ແຕ່​ທ່ານ ພຣຽວ​ພັນ ດາ
ມາ​ພົງ ຫົວໜ້າ​ຕໍາຫລວດ​ແຫ່ງ​ຊາດ​ໄທ​ຢືນ​ຢັດ​ວ່າ ບໍ່​ເຄີຍ ມີ​ການ​ຂົ່ມຂູ່ໂຈມ​ຕີ​ຂອງ​ພວກ
ກໍ່​ການ​ຮ້າຍ​ຈັກ​ເທື່ອ ຊຶ່ງ​ທ່ານ​ພຣຽວພັນ​ ກ່າວ​ຊີ້​ແຈງ​ດັ່ງ​ນີ້:

ທ່ານ​ພຣຽວພັນ​ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ເຊື່ອ​ໝັ້ນ​ວ່າ ​ໄທແມ່ນປອດໄພຈາກ​
ການ​ໂຈມ​ຕີ​ໃດໆ​ກໍ​ຕາມ​ຂອງ​ຜູ້​ກໍ່​ການ​ຮ້າຍ ​ແລະ​ພວກ​ເຈົ້າໜ້າ​ທີ່​ໄທ​ເຊື່ອ​ວ່າ ​ໄທ​ເປັນ​ພຽງ
ແຕ່​ຈຸດ​ຜ່ານ​ຂອງ​ວັດຖຸ​ລະ​ເບີດ​ເຫລົ່າ​ນີ້​ຊື່ໆ. ພ້ອມ​ດ້ວຍ​ຫລັກ​ຖານ​ທັງ​ໝົດ​ທີ່​ເຂົາ​ເຈົ້າ​ມີ​
ແລະ​ລາຍ​ງານ​ຂ່າວ​ລັບທີ່​ໄດ້​ຮັບ ທ່ານ​ພຣຽວພັນ​ກ່າວ​ວ່າ ບໍ່​ມີ​ການ​ຂົ່ມຂູ່​ໃດໆ​ທີ່​ແທ້​ຈິງ​ຕໍ່
ຈຸດ​ທ່ອງ​ທ່ຽວ​ຂອງ​ໄທ ເຊ່ນ: ຖະໜົນ​ເຂົ້າສານ ຫລື​ແຫ່ງ​ອື່ນໆ. ​ເຖິງ ຢ່າງໃດ​ກໍ​ດີ​ທ່ານ​
ກ່າວ​ວ່າ ຕໍາຫລວດ​ຍັງ​ຮູ້ສຶກ​ສໍານຶກ​ກ່ຽວ​ກັບ​ການ​ຂົ່ມຂູ່​ນີ້​ຢູ່ແລະ​ຈະ​ບໍ່​ປະ​ເມິ​ນຄ່າ​ຕໍ່າ ຫລື​
ບໍ່​ເອົາ​ຫົວຊາ​ນໍາ​ສະຖານະ​ການ​ດັ່ງກ່າວ.

ບັນດາ​ນັກວິ​ເຄາະ​ເຫດການ​ກ່າວ​ວ່າ ທາງ​ການ​ໄທ​ບໍ່​ພໍໃຈ​ ນໍາຄໍາ​ເຕືອນ​ກ່ຽວ​ກັບ​ການ​ກໍ່​
ການ​ຮ້າຍ​ນີ້ ຍ້ອນ​ຜົນ​ກະທົບ​ບົ່ມ​ຊ້ອນ​ທີ່​ຈະເປັນ​ໄປ​ໄດ້​ຕໍ່​ການທ່ອງທ່ຽວ​ແລະ​ການ​ຄ້າ
ຂອງ​ໄທ​ນັ້ນ.

ທ່ານ Rohan Gunaratna ຫົວໜ້າ​ສູນ​ກາງ​ລະຫວ່າງ​ຊາດ​ວ່າ​ດ້ວຍຄວາມ​ຮຸນ​ແຮງ​ດ້ານ
ການ​ເມືອງ​ແລະການ​ຄົ້ນຄວ້າດ້ານ​ການ​ກໍ່​ການ​ຮ້າຍ​ທີ່​ສິງກະ​ໂປກ່າວ​ວ່າ ກຸ່ມ Hezbollah
ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ກຸ່ມ​ດັ່ງກ່າວ​ເປັນ​ການ​ຂົ່ມ​ຂູ່​ແທ້​ຕໍ່​ໄທ​ແລະ​ຕໍ່​ພາກ​ພື້ນ​ນັ້ນ ຊຶ່ງ​ທ່ານ
Gunaratna ກ່າວ​ຊີ້​ແຈງດັ່ງ​ນີ້:

ທ່ານເວົ້າວ່າ “ກຸ່ມ Hezbollah ​ເລ​ບາ​ນອນ​ ຕາມ​ທໍາ​ມະ​ດາໄດ້​ດໍາ​ເນີນ​ການ​ມາ​ໃນ​ໄທ.
ຄວາມ​ຈິງ​ແລ້ວ ພວກ​ເຮົາ​ມີ​ກໍລະນີ​ກ່ຽວ​ກັບ​ການ​ກໍ່​ການ​ຮ້າຍ​ຈໍານວນ​ນຶ່ງ​ຈາກ​ກຸ່ມ Hez
bollah ​ເລ​ບາ​ນອນ​ ທີ່​ວາງ​ແຜນ​ແລະ​ກະກຽມການ​ໂຈມ​ຕີ​ໃນ​ໄທ​ແລະ​ໃນ​ພາກ​ພື້ນ. ​ໃນ
ກາງ​ຊຸມ​ປີ 1990 ​ໄດ້​ມີ​ການພົບ​ເຫັນ​ແຜນການ​ໂຈມ​ຕີລັບ​ຫລາຍ​ຄັ້ງຂອງ​ກຸ່ມ Hezbol
lah ​ເລ​ບານອນ ຍົກ​ໂຕ​ຢ່າງ​ຄື: ​ໄດ້​ມີ​ແຜນການ​ນຶ່ງທີ່​ຈະ​ທໍາ​ການ​ໂຈມ​ຕີ​ພວກ​ສະຖານ
ທູດ​ອິສຣາ​ແອ​ລ​ແລະ​ສະຫະລັດ​ໃນ​ສິງກະ​ໂປແລະ​ໃນ​ໄທ​ເຊ່ນ​ກັນ.”

ທ່ານ Gunaratna ກ່າວ​ວ່າ​ ກຸ່ມ Hezbollah ​ໄດ້​ເປັນ​ຜູ້​ຮັບຜິດຊອບ ໃນ​ການວາງ​ແຜນ​
ໂຈມ​ຕີ​ດ້ວຍ​ລະ​ເບີດ​ລົດ​ທີ່ບໍ່​ປະສົບ​ຜົນ​ສໍາ​ເລັດ​ໃສ່​ສະ ຖານທູດອິສຣາ​ແອ​ລ ​ໃນ​ປີ 1994
ຊຶ່ງ​ໄດ້​ລອດ​ພົ້ນຈາກ​ການ​ໂຈມ​ຕີ​ໄດ້​ຢ່າງ​ຫວຸດຫວິດ ຫລັງ​ຈາກ​ລົດ​ບັນທຸກ​ທີ່​ບັນຈຸ​ວັດຖຸ​ລະ
ເບີດ​ປະສົບ​ກັບ​ອຸບັດ​ເຫດຈະລາ​ຈອນ​ເລັກ​ນ້ອຍ​ໃນ​ກາງ​ຖະໜົນ ​ແລະ​ຄົນ​ຂັບ​ລົດ​ບັນທຸກ​
ໄດ້​ເອົາ​ໂຕ​ຫລົບໜີ​ຈາກ​ບ່ອນ​ເກີດ​ເຫດໄປ​ນັ້ນ. ມີ​ຫລາຍ​ຄັ້ງ ການ​ຮ່ວມ​ມື​ໃນ​ການ​ຕໍ່ຕ້ານ​
ການ​ກໍ່​ການ​ຮ້າຍ​ຂອງ​ໄທ​ກັບ​ສະຫະລັດ​ໄດ້ເປັນບັນຫາ​ໂຕ້​ແຍ່ງກັນ.

ໄທ​ໄດ້​ຖືກ​ກ່າວ​ຫາ​ວ່າ​ເປັນ​ນຶ່ງ​ຢູ່​ໃນ​ບັນຊີຈຸ​ທຳ​ອິດ​ຂອງ​ບັນດາ​ປະ​ເທດ​ທີ່​ ບໍ່​ມີ​ການ​ເປີດ​ເຜີຍ​ ບ່ອນ​ທີ່ພວກ​ສາຍ​ລັບ​ສະຫະລັດ​ທໍາ​ການ​ຈັບ​ກຸມ​ແລະ​ສອບ​ປາກ​ຄໍາ​ພວກ​ຜູ້​ນໍາຂອງ​ກຸ່ມ​ກໍ່​ການ​ຮ້າຍ​ນັ້ນ ຊຶ່ງ​ທ່ານ Gunaratna ກ່າວ​ວ່າ ການ​ຮ່ວມ​ມືກັນ​ໃນ​ການ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ ລະຫວ່າງສະ ຫະລັດ​ແລະ​ໄທ ​ແມ່ນ​ສໍາຄັນ​ທີ່ສຸດ​ເພື່ອ​ຊ່ອຍ​ໃຫ້ໄທ​ແລະ​ຂົງ​ເຂດເປັນ​ທີ່ປອດ​ ໄພນັ້ນ ຊຶ່ງ​ທ່ານ Gunaratna ກ່າວ​ດັ່ງ​ນີ້:

ທ່ານ​ເວົ້າວ່າ “ຄົນ​ອາ​ເມຣິກັນ​ໄດ້​ມີໜ້າ​ຢູ່​ໃນ​ບາງກອກ​ມາ ​ແລະ​ຈະ​ມີໜ້າ​ຢູ່​ໃນ​ບາງກອກ​ຢູ່​ຕໍ່​ໄປ ອອກທຶນ​ຊ່ອຍ​ເຫລືອ​ແລະ​ໃຫ້ການ​ສະໜັບສະ ໜຸນ​ຕໍ່​ໂຄງການ​ເຝິກ​ແອບ​ຫລາຍ​ໂຄງການ​ແລະ​ໃຫ້ການ​ຊ່ອຍ​ເຫລືອ​ໃນ​ຮູບ​ແບບອື່ນໆ​ເພື່ອ​ສ້າງ​ຕັ້ງ​ສະມັດຖະພາບ​ໃນ​ການ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ໃນພາກ​ພື້ນ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະໃນ​ຫລາຍ​ດ້ານ​ແລ້ວ ​ໄທໄດ້​ເປັນ​ຈຸດ​ສໍາຄັນ​ສໍາລັບ​ການ​ຮ່ວມ​ໄມ້​ຮ່ວມ​ມື​ທີ່​ໄດ້​ເຮັດ​ໃຫ້​ພາກ​ພື້ນ​ປອດ​ໄພຈາກ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ນັ້ນ.”

ເຖິງ​ແມ່ນ​ມີ​ການ​ຈັບ​ກຸມ​ນາຍ​ຮຸ​ສ​ເຊ​ນ​ແລະ​ຍຶດວັດຖຸ​ລະ​ເບີດ​ໄວ້​ນີ້​ກໍ​ຕາມ ​ແຕ່​ສະຖານທູດ​ສະຫະລັດ ກ່າວ​ວ່າ ຄໍາ​ເຕືອນ​ກ່ຽວ​ກັນ​ການ​ກໍ່​ການ​ຮ້າຍ ທີ່​ຕົນ​ໄດ້​ອອກ​ໄປ​ໃນ​ວັນ​ສຸກ​ຜ່ານ​ມາກໍ​ຍັງ​ມີ​ຜົນ​ບັງຄັບ​ໃຊ້​ຢູ່​ຕໍ່​ໄປ.

ລາຍ​ງານ​ສື່​ມວນ​ຊົນ​ໄທ​ຊີ້​ໃຫ້​ເຫັນ​ວ່າ ນາຍ​ຮຸ​ສ​ເຊ​ນຍັງ​ມີ​ຢ່າງ​ໜ້ອຍ​ຜູ້ສົມຮູ້​ຮວມຄິດ​ນໍາ​ອີກ​ຄົນ​ນຶ່ງ ຊຶ່ງ​ເວລາ​ຍັງ​ຊອກ​ຫາ​ບໍ່​ເຫັນ​ເທື່ອ.

XS
SM
MD
LG