ປະເທດໄທກ່າວວ່າ ຕົນໄດ້ຍົກເລີກໜັງສືເດີນທາງຂອງອະດີດນາຍົກລັດຖະມົນຕີທີ່ຖືກ
ໂຄ່ນລົ້ມ ທ່ານນາງຍິ່ງລັກ ຊິນນະວັດ ຜູ້ທີ່ໄດ້ໜີອອກຈາກປະເທດໄປໃນເດືອນທີ່ແລ້ວນີ້
ກ່ອນທີ່ຈະປະເຊີນກັບການຕັດສິນໃນຄະດີໂຄງການຈຳນຳເຂົ້ານັ້ນ.
ກະຊວງການຕ່າງປະເທດໄທ ກ່າວວ່າ ທ່ານນາງຍິ່ງລັກ ໄດ້ຖືໜັງສືເດີນທາງ ທາງການ
ທູດສອງສະບັບ ແລະອີກສອງສະບັບເປັນຂອງສ່ວນບຸກຄົນ.
ທ່ານນາງຍິ່ງລັກ ແມ່ນຖືກພົບເຫັນວ່າໄດ້ກະທຳຄວາມຜິດໂດຍສານສູງສຸດຂອງໄທ
ໃນເດືອນກັນຍາຜ່ານມາ ໃນຂໍ້ຫາທີ່ປະລະໜ້າທີ່ ແລະໄດ້ຖືກຕັດສິນລັບຫລັງໃຫ້ຈຳຄຸກ
ເປັນເວລາ 5 ປີ ໃນຂະນະທີ່ທ່ານນາງໄດ້ໜີອອກຈາກປະເທດ ກ່ອນໜ້າການປະກາດ
ຄຳຕັດສິນດັ່ງກ່າວ.
ລັດຖະບານໄດ້ສູນເສຍເງິນຈຳນວນ 1 ພັນລ້ານໂດລາ ໃນໂຄງການດັ່ງກ່າວ ທີ່ໄດ້ຊື້ກັກ
ຕຸນເຂົ້າໃນລາຄາທີ່ແພງກວ່າທ້ອງຕະຫຼາດ ຈາກພວກຊາວນາທີ່ຍາກຈົນ ແລະມີຈຸດ
ປະສົງທີ່ຈະຂາຍເຂົ້າໃນລາຄາທີ່ສູງກວ່ານັ້ນ.
ທ່ານນາງຍິ່ງລັກ ໄດ້ປະຕິເສດຕໍ່ຂໍ້ກ່າວຫາ ແລະອ້າງວ່າ ມີຈຸດປະສົງທາງດ້ານການ
ເມືອງ. ກະຊວງການຕ່າງປະເທດກ່າວວ່າ ຕົນເຊື່ອວ່າ ທ່ານນາງພັກຢູ່ທີ່ອັງກິດ ສ່ວນວ່າ
ທີ່ຢູ່ຂອງທ່ານນາງທີ່ຄັກແນ່ນັ້ນ ແມ່ນບໍ່ຮູ້ວ່າຢູ່ໃສແທ້.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ