ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊົນກຸ່ມນ້ອຍທີ່ໄຮ້ປະເທດ ຮຽກຮ້ອງເອົາ ສັນຊາດແລະການຊ່ວຍເຫລືອ ຈາກທາງການໄທ(ຊົມວີດິໂອ)


ຊາຍໜຸ່ມຊົນເຜົ່າໃນໄທ ຫລາຍຮ້ອຍຄົນ ສະຫລອງການໄດ້ຮັບສັນຊາດຈາກລັດຖະບານໄທ ດ້ວຍການບວດ ເປັນຈົວ 5 ວັນ ທີ່ຈັງຫວັດຊຽງໃໝ່ ໃນປີ 2005.
ຊາຍໜຸ່ມຊົນເຜົ່າໃນໄທ ຫລາຍຮ້ອຍຄົນ ສະຫລອງການໄດ້ຮັບສັນຊາດຈາກລັດຖະບານໄທ ດ້ວຍການບວດ ເປັນຈົວ 5 ວັນ ທີ່ຈັງຫວັດຊຽງໃໝ່ ໃນປີ 2005.

ປະເທດໄທເປັນບ່ອນຢູ່ອາໃສຂອງຜູ້ຄົນ ຈໍານວນຫລາຍແສນຄົນ ທີ່ເກີດຢູ່ທີ່ນັ້ນ ແຕ່ບໍ່ໄດ້ຖືກ ຮັບຮູ້ວ່າເປັນຄົນໄທ ເນຶ່ອງຈາກວ່າພວກເຂົາເຈົ້າບໍ່ມີເອກະສານຄົບຖ້ວນ. ບາງກຸ່ມກໍເປັນຄົນ ໄທ ແຕ່ຫຼາຍກຸ່ມແມ່ນພວກບັນດາຊົນເຜົ່າສ່ວນນ້ອຍ ທີ່ອາໃສຢູ່ໃນເຂດພູຜາທີ່ສອກຫລີກ ຫ່າງໄກ. ມີຫລາຍເຖິງນຶ່ງສ່ວນສາມຂອງພວກກຸ່ມຄົນທີ່ວ່ານີ້ ບໍ່ມີສັນຊາດ ຫຼືບໍ່ມີປະເທດ ແລະໃນເມື່ອພວກເຂົາເຈົ້າບໍ່ມີສັນຊາດແລ້ວ ພວກເຂົາເຈົ້າກໍບໍ່ສາມາດມີສິດເປັນເຈົ້າຂອງທີ່ ດິນ ຫລືປ່ອນບັດເລືອກຕັ້ງໄດ້ ຊຶ່ງມີຢູ່ເລື້ອຍໆທີ່ພວກເຂົາເຈົ້າຖືກກີດກັນ ບໍ່ໃຫ້ໄດ້ຮັບການ ຮັກສາສຸຂະພາບທີ່ໄດ້ຮັບການ ສະໜັບສະໜຸນໂດຍທຶນຂອງລັດຖະບານ ແລະຍັງຕ້ອງໄດ້ຂໍ ອະນຸຍາດເພື່ອຈະອອກຈາກໝູ່ບ້ານຂອງພວກເຂົາເຈົ້າໄປ.

// ສຽງຕົບມື //

ປະຊາຊົນກຸ່ມນຶ່ງໄດ້ຮັບການຢັ້ງຢືນວ່າເປັນສັນຊາດໄທ ໃນ
ພິທີ ທີ່ຈັດຂຶ້ນຢູ່ທີ່ສະພາແຫ່ງຊາດຂອງໄທ. ການກວດ
DNA ໄດ້ພິສູດວ່າພໍ່ແມ່ຂອງພວກເຂົາເຈົ້າເປັນສັນຊາດໄທ
ແລະບັດນີ້ພວກເຂົາເຈົ້າກໍສາມາດເປັນສັນຊາດໄທໄດ້.

//ສຽງ​ຜູ້​ເປັນ​ແມ່​ຮ້ອງ​ໄຫ້​ດ້ວຍ​ຄວາມ​ດີ​ໃຈ//

ມັນເປັນທັງຄວາມຫວານຊື່ນທີ່ປົນກັບຄວາມຂົມຂື່ນ ສໍາລັບ
ແມ່ຂອງນາຍ ອະດິສັກ ເລີດຊຸມ ທີ່ມີພູມລໍາເນົາເດີມຢູ່ບາງ
ກອກ ຊຶ່ງເປັນຊົນຊາວໄທທີ່ໄດ້ລໍຄອຍມາເປັນເວລາ 45 ປີ
ເພື່ອຈະມີສິດໃນການໄດ້ຮັບບໍລິການທາງດ້ານສັງຄົມ ເຊັ່ນ
ການຮັກສາສຸຂະພາບທີ່ໄດ້ຮັບການເກື້ອກຸນຈາກລັດຖະບານ
ນັ້ນ. ແຕ່ມັນກໍຊ້າເກີນໄປທີ່ຈະຊ່ວຍນາຍອະດິສັກ ບໍ່ໃຫ້ເສຍ ຂາໄປ.

ນາຍອະດິສັກກ່າວວ່າ ລາວເປັນມະເຮັງທີ່ຂາມາໄດ້ຫລາຍກວ່າ 10 ປີ ແຕ່ເນຶ່ອງຈາກວ່າ
ຜູ້ກ່ຽວບໍ່ເງິນ ກໍເລີຍບໍ່ສາມາດທີ່ຈະໄປປິ່ນປົວທີ່ໂຮງໝໍໄດ້ ແລະຍ້ອນວ່າລາວບໍ່ໄດ້ຮັບການ
ປິ່ນປົວໃດໆເລີຍນັ້ນ ພວກເຂົາເຈົ້າຕ້ອງຕັດຂາລາວຖິ້ມ.

ນາຍອະດິສັກ ໄດ້ກາຍເປັນຄົນທີ່ບໍ່ມີສັນຊາດ ເນຶ່ອງຈາກວ່າພໍ່ແມ່ຂອງລາວ ບໍ່ໄດ້ໄປຈົດທະ
ບຽນການເກີດຂອງລາວໄວ້.

ພວກກຸ່ມປົກປ້ອງສິດທິມະນຸດກ່າວວ່າ ມີພວກຊົນເຜົ່າສ່ວນນ້ອຍປະມານ 300,000 ຄົນ
ໃນປະເທດໄທ ທີ່ຕົກຢູ່ສະພາບການແບບດຽວກັນນີ້.

ຢ່າງໃດກໍຕາມ ວຸທິສະມາຊິກ Tuang Untachai ຫົວໜ້າຄະນະກໍາມະການສະໜັບ
ສະໜຸນໂຄງການກວດ DNA ແລະໂຕ້ແຍ້ງວ່າ ມີພວກບໍ່ມີສັນຊາດແຕ່ພຽງປະມານ
100,000 ຄົນເທົ່ານັ້ນ ທີ່ຄວນຈະໄດ້ຮັບອະນຸມັດ ເປັນສັນຊາດໄທໄດ້.

ທ່ານກ່າວຕໍ່ໄປວ່າ ສ່ວນພວກທີ່ເຫລືອນັ້ນ ແມ່ນພວກຄົນຕ່າງດ້າວທີ່ມາຈາກປະເທດ
ຕ່າງໆໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ທີ່ຕ້ອງການຢາກໄດ້ຮັບສະວັດດີການສັງ
ຄົມສົງເຄາະຂອງໄທ.

ທ່ານ Tuang ກ່າວວ່າ ພວກຄົນເຫລົ່ານັ້ນ ແມ່ນພວກທີ່ຫຼົບໜີເສິກສົງຄາມ ຊຶ່ງທ່ານກ່າວ
ຕື່ມວ່າ ພວກຄົນຕ່າງດ້າວຜິດກົດໝາຍບາງຄົນເຂົ້າມາໄທເພື່ອຊອກວຽກເຮັດງານທໍາ ໃນຂະ
ນະທີ່ອີກບາງຄົນ ກໍເຂົ້າມາ ແຕ່ບໍ່ຫາວຽກຫາການເຮັດ.

ຈິງໆແລ້ວ ພວກຊົນເຜົ່າຊາວພູຊາວດອຍຫລາຍໆຄົນໄດ້ພາກັນເຂົ້າມາ ຢ່າງບໍ່ຖືກຕ້ອງຕາມ
ກົດໝາຍເພື່ອຫລົບໜີຈາກການຂັດແຍ້ງສູ້ລົບກັນ ແລະໜີຄວາມລໍາບາກຍາກຈົນຢູ່ໃນມຽນ
ມາ ຊຶ່ງເປັນເພື່ອນບ້ານຂອງໄທນັ້ນ ແລະມີຢູ່ເລື້ອຍໆທີ່ພວກເຂົາເຈົ້າບໍ່ສາມາດພິສູດຄວາມ
ເປັນສັນຊາດຂອງພວກເຂົາເຈົ້າ ຢູ່ໃນປະເທດມຽນມາໄດ້.

ສ່ວນອີກຈຳນວນນຶ່ງແມ່ນມີຄອບຄົວທີ່ດໍາລົງຊີວິດຢູ່ໃນປະເທດໄທມາໄດ້ ຫຼາຍໆເຊັ່ນຄົນ
ແລ້ວ ແຕ່ພວກເຂົາເຈົ້າບໍ່ໄດ້ຈົດທະບຽນຫລືແຈ້ງການເກີດ.

ນາງ ມາ ຊ່າ ຊົນເຜົ່າກະຫລ່ຽງເປັນພຽງຄົນດຽວ ໃນໝູ່ບ້ານຂອງນາງ ທີ່ໄດ້ເກີດຢູ່ໃນ
ປະເທດໄທ ຊຶ່ງເວລານີ້ ນາງກໍກໍາລັງຍື່ນໃບຄຳຮ້ອງຂໍສັນຊາດ.

//ສຽງ​ນາງ Ma Sa//

ນາງ ມາ ຊ່າ ເວົ້າວ່າ ມັນຈະເປັນການດີຖ້ານາງໄດ້ເປັນສັນຊາດໄທ ໃນກໍລະນີທີ່ວ່ານາງ
ຕ້ອງການໄປປິ່ນປົວຮັກສາທີ່ໂຮງໝໍ ນາງກໍຈະໄດ້ຮັບບັດກວດ ແລະຮັກສາສຸຂະພາບຟີ.

ຖ້າຫາກບໍ່ມີຫລັກຖານພິສູດວ່າເປັນສັນຊາດໄທແລ້ວ ນາງກໍຈະບໍ່ສາມາດເປັນເຈົ້າຂອງທີ່ດິນ ບໍ່ມີສິດເຮັດວຽກເຮັດການ ຫຼືແມ່ນແຕ່ຈະອອກໄປຈາກໝູ່ບ້ານໂດຍບໍ່ໄດ້ຮັບອະນຸຍາດກ່ອນ.

ຢູ່ທີ່ຫ້ອງການລັດຖະບານແຫ່ງນຶ່ງໃນຈັງຫວັດແມ່ຮ່ອງສອນປະເທດໄທ ມີຊາວບ້ານຈໍານວນ
ປະມານ 20 ຄົນນັ່ງຢູ່ຕັ່ງພລາສຕິກ ໃນຂະນະທີ່ພວກເຈົ້າໜ້າທີ່ກວດກາເບິ່ງເອກະສານ
ແລະຄໍາຮ້ອງຂອງພວກເຂົາເຈົ້າ.

ພວກຊົນເຜົ່າກຸ່ມນ້ອຍທີ່ບໍ່ມີປະເທດ ຫລາຍໆຄົນ ຮອດບໍ່ຮູ້ເລີຍວ່າຕົນເປັນຄົນບໍ່ມີສັນຊາດ
ຈົນກວ່າພວກເຂົາເຈົ້າຍື່ນຄໍາຮ້ອງ ຂໍການບໍລິການຕ່າງໆຈາກລັດຖະບານ ຫລືພະຍາຍາມ
ຈະອອກຈາກໝູ່ບ້ານຂອງພວກເຂົາເຈົ້າ.

ຕິດຢູ່ທີ່ຝາຫ້ອງການ ມີປ້າຍປະກາດທີ່ອະທິບາຍເຖິງບັດປະຈໍາຕົວ ແບບຕ່າງໆທີ່ແຕກຕ່າງ
ກັນ ທີ່ອອກໃຫ້ແກ່ພວກຊົນເຜົ່າກຸ່ມນ້ອຍ.

ມັນເປັນລະບົບຈັດລະດັບທີ່ໃຫ້ສະວັດດີການຕ່າງໆ ເຊັ່ນການຮັກສາສຸຂະພາບແກ່ພວກທີ່ມີ
ບັດປະຈໍາຕົວໂດຍສະເພາະຢ່າງໃດຢ່າງນຶ່ງ ແຕ່ບໍ່ແມ່ນສໍາລັບຄົນພວກອື່ນໆ.

ບັນດາກຸ່ມປົກປ້ອງສິດທິມະນຸດເວົ້າວ່າ ລະບົບດັ່ງກ່າວພາໃຫ້ເກີດການສໍ້ລາດບັງຫລວງ ແລະຄວາມລໍາອຽງແມ່ນເປັນອຸປະສັກ ທີ່ເຫັນກັນເປັນປະຈໍາ.

ນາຍ ຈະຣູນ ຈິນະການ ເຈົ້າໜ້າທີ່ຈົດທະບຽນຜູ້ນຶ່ງ ປະຕິເສດກ່ຽວກັບບັນຫາທີ່ກ່າວມາ
ນັ້ນ ແຕ່ຮັບຮູ້ວ່າອໍານາດທີ່ຈະອະນຸມັດໃຫ້ສັນຊາດນັ້ນ ແມ່ນມາຈາກພວກເຈົ້າໜ້າທີ່ທ້ອງຖິ່ນ.

ນາຍຈະຣູນກ່າວວ່າ ຫົວໜ້າຫຼືນາຍບ້ານຄົນດຽວເທົ່ານັ້ນທີ່ຕັດສິນອະນຸມັດໃຫ້ສັນຊາດຫລື
ບໍ່ໃຫ້ ແລະທ່ານເວົ້າຕື່ມວ່າ ມັນຂື້ນຢູ່ກັບຄວາມຄິດຄວາມເຫັນຂອງນາຍບ້ານ ກໍຄືຄວາມ
ຮອບຮູ້ດ້ານກົດໝາຍ ຫລັກຖານ ພະຍານທີ່ນຳສະເໜີ ແລະບຸກຄົນຜູ້ຍື່ນຂໍສັນຊາດນັ້ນເອງ.

ເພື່ອຈະໄດ້ຮູບພາບກ່ຽວກັບສະພາບການຂອງພວກເຂົາເຈົ້າທີ່ແຈ່ມແຈ້ງ ຫລາຍຂຶ້ນກວ່ານີ້ ທາງອົງການສະຫະປະຊາຊາດກໍກໍາລັງປະຕິບັດງານ ກັບພວກເຈົ້າໜ້າທີ່ໄທ ທໍາການສໍາ
ຫລວດພວກຊົນເຜົ່າຄັ້ງໃຫຍ່ທີ່ສຸດ ແບບທີ່ບໍ່ເຄີຍມີມາກ່ອນ.

ການສໍາຫລວດຄັ້ງລ່າສຸດ ທີ່ມີຂຶ້ນໃນປີ 2007 ໄດ້ເປີດເຜີຍໃຫ້ເຫັນວ່າ ຫລາຍກວ່າເຄິ່ງນຶ່ງ
ຂອງພວກທີ່ຖືກສຳຫລວດນັ້ນ ແມ່ນບໍ່ມີໃບຢັ້ງຢືນການເກີດ ແລະພວກເດັກນ້ອຍທີ່ບໍ່ມີປະ
ເທດທັງຫລາຍ ມີໜ້ອຍກວ່າເຄິ່ງນຶ່ງ ທີ່ມີທ່າທາງວ່າຈະໄດ້ຮັບການສຶກສາຂັ້ນພື້ນຖານໄດ້
ຄືກັນກັນກັບພວກເດັກນ້ອຍອື່ນໆໃນໄທ.

ຄລິກຢູ່ບ່ອນວີດິໂອ ເພື່ອເບິ່ງວີດິໂອພາສາອັງກິດ ກ່ຽວກັບລາຍງານນີ້.

XS
SM
MD
LG