ລິ້ງ ສຳຫລັບເຂົ້າຫາ

ພວກຊົນກຸ່ມນ້ອຍທີ່ໄຮ້ສັນຊາດໃນໄທ ຮຽກຮ້ອງເອົາ ການຮັບຮູ້(ຊົມວີດິໂອ)

  • ທອງປານ ເທບວົງສາ

ທ້າວ Mong Thongdee, ອາຍຸ 12 ປີ, ເກີດໃນປະເທດໄທ ແຕ່ບໍ່ໄດ້ຮັບສັນຊາດໄທ ເນື່ອງຈາກພໍ່ແມ່ ເປັນຊົນເຜົ່າສານ ທີ່ຫລົບໜີຈາກມຽນມາ ໄປຊອກເຮັດວຽກໃນໄທ.

ເວລາ​ນີ້ ຢູ່ໃນ​ປະ​ເທດ​ໄທ ລູກໆ​ຂອງ​ພວກ​ຄົນ​ງານ​ຊາວ​ຕ່າງ​ດ້າວ ຊຶ່ງ​ສ່ວນຫລາຍ​ແມ່ນມາ​ຈາກ​ປະ​ເທດ​ພະມ້ານັ້ນ ອາດ​ສາມາດ​ຕົກ​ຢູ່​ໃນ​ສະພາບ​ທີ່ກົດໝາຍຫຼົງ​ລືມ​ ໂດຍຖືກປະປ່ອຍ​ໃຫ້​ພວກ​ເຂົາ​ເຈົ້າ​​ເປັນ​ຄົນ​ໄຮ້​ສັນຊາດ ຄືບໍ່​ຖືກ​ຮັບ​ຮູ້​ວ່າ​ເປັນຄົນສັດຊາດ​ໃດ. ມີ​ພວກ​ເດັກ​ນ້ອຍ​ຫລາຍ​ພັນ​ຄົນ​​ໄດ້​ຮັບການ​ສຶກສາ​ແລະ​ການ​ຮັກສາ​ສຸຂະພາບ​ ໃນຂອບເຂດທີ່ຈໍາ​ກັດ ​ຕະຫຼອດ ທັງຂໍ້​ຈໍາກັດກ່ຽວກັບອິດສະຫຼະພາບ ໃນການ​ເຄຶ່ອນ​ໄຫວ​ຍ້າຍໄປມາ. ນີ້ແມ່ນນຶ່ງໃນຫຼາຍໆ ຕອນຂອງລາຍງານກ່ຽວກັບຄົນໄຮ້ສັນຊາດຢູ່ໃນປະເທດໄທ ທີ່ຜູ້​ສືຂ່າວ​ວີ​ໂອ​ເອ Daniel Schearf ສົ່ງມາຈາກ​ບາງກອກ ​ຊຶ່ງໃນຕອນນີ້ແມ່ນກ່ຽວ​ກັບ​ຊະ​ຕາ​ກໍາ​ຂອງ​ພວກ​ເຂົາ​ເຈົ້າ. ທອງ​ປານ​ມີ​ລາຍລະອຽດ ມາສະ​ເໜີທ່ານ​​ໃນ​ອັນ​ດັບ​ຕໍ່​ໄປ.

ບັນຫາ​ຂອງ​ພວກ​ເດັກ​ນ້ອຍ​ໄຮ້​ສັນຊາດ​ໄດ້​ກາຍ​ເປັນ​ຂ່າວດັງ
ຂຶ້ນມາ ​ເວລາ​ທ້າວ​ມົງ ທອງດີ ຜູ້​ຊະນະ​ເລີດການ​ແຂ່ງຂັນ
ພັບ​ຍົນ​ເຈ້ຍ​ແຫ່ງ​ຊາດ​ຂອງ​ໄທ ໄດ້ຖືກ​ເຊື້ອ​ເຊີນ​ໃຫ້​ໄປ​ແຂ່ງ
ຂັນ​ພັບຍົນເຈ້ຍ​ລະດັບນາໆຊາດ​ ທີ່​ປະ​ເທດ​ຍີ່ປຸ່ນ.

ເຖິງ​ແມ່ນ​ທ້າວມົງ ​ເກີດ​ໃນ​ປະ​ເທດ​ໄທກໍ​ຕາມ ​ແຕ່ເດັກຊາຍ
ເຜົ່າສານຜູ້ນີ້ ໄດ້ຖືກລັດຖະບານໄທປະຕິ​ເສດ​ບໍ່ຍອມອອກ
ໜັງສືຜ່ານ​ແດນຫຼື​ພາສປອດໃຫ້ ​ເນຶ່ອງຈາກ​ພໍ່​ແມ່ຂອງ​ຜູ້
ກ່ຽວ​ເປັນ​ຄົນ​ງານ​ຊາວ​ຕ່າງ​ດ້າວ ​ທີ່​ຫລົບໜີການສູ້​ລົບໃນ ​ມຽນມາ ​ເຂົ້າມາ​ຢູ່​ປະ​ເທດ​ໄທ.

ພາບ​ຂອງ​ທ້າວ​ມົງ ທີ່​ຮ້ອງ​ໄຫ້ດ້ວຍ​ຄວາມເສຍ​ໃຈ​ ​ຢູ່​ໃນຈໍ
ໂທລະພາບ​ແຫ່ງ​ຊາດ​ຂອງໄທ ​ໄດ້​ພາໃຫ້ຊາວໄທ​ທໍາ​ມະ​ດາ
ສາມັນຈຳນວນຫຼວງຫຼາຍ ເກີດຄວາມອີດູສົງສານຜູ້ກ່ຽວ.

ນາຍົກລັດຖະມົນຕີ​ໄທ ທ່ານ​ອະພິສິດ ​ເວ​ດຊາ​ຊິ​ວະ ​ໄດ້​ເຂົ້າມາ​ພົວພັນ​ ເພື່ອອອກ​ໜັງສື​ເດີນທາງ​ຊົ່ວຄາວ​ໃຫ້​ທ້າວ​ມົງ. ​ໃນ​ການ​ແຂ່ງຂັນພັບ​ຍົນເຈ້ຍ​ທີ່ປະ​ເທດ​ຍິ່ປຸ່ນນັ້ນ​ ທ້າວ​ມົງຊະນະ​ຫລຽນ​ທອງແດງ ​ແລະ​ທີ​ມຂອງ​ລາວ​ຊະນະ​ຫລຽນຄໍາ​ສໍາລັບ​ປະ​ເທດໄທ. ​ທັງໆທີ່ບໍ່ມີສະຖານະ​ພາບ​ເປັນຄົນໄທ ແຕ່ທ້າວມົງ ກໍເອີ້ນໄທວ່າ ​ເປັນ
ບ້ານເກີດ​ເມືອງ​ນອນ​ຂອງ​ລາວນ.

ໃນໄລຍະເວລາ​ນຶ່ງ​ປີ​ກວ່າຕໍ່​ມາ​ ທ້າວ​ມົງ​ກໍຍັງເປັນຊົນ​ສ່ວນ​ນ້ອຍ​ຜູ້​ນຶ່ງທີ່​ມີ​ຊື່​ສຽງ​ໂດ່ງດັງ. ຜູ້ກ່ຽວ​ຖືກ​ເຊື້ອ​ເຊີນ​ໃຫ້​ໄປສະ​ແດງ​ຄວາມ​ສາມາດພັບ​ຍົນ​ເຈ້ຍ ​ແລະ​ລາວກໍຖືກຫ້ອມລ້ອມ​ດ້ວຍໄປ​ພວກ​ຍິງ​ສາວ​ເພື່ອ​ຂໍ​ລາຍ​ເຊັນ​ຂອງລາວ.

ທ້າວ Mong Thongdy ສາທິດການ ພັບຍົນກະດາດໃຫ້ເພື່ອນນັກຮຽນເບິ່ງ.
ທ້າວ Mong Thongdy ສາທິດການ ພັບຍົນກະດາດໃຫ້ເພື່ອນນັກຮຽນເບິ່ງ.

ທ້າວ​ມົງກ່າວ​ວ່າ ລາວ​ຢາກ​ຮຽນ​ໃຫ້​ໄດ້​ດີ​ທີ່​ສຸດ ​ແລະ​ຖ້າ​ລາວ​ມີ​ໂອກາດ ລາວ​ກ່າວ​ວ່າ ລາວ​ຢາກ​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ​ເພື່ອ​ປະ​ເທດ​ໄທ ຫລື​ບາງທີ​ກໍ ຊ່ວຍ​ປັບປຸງ​ຊື່​ສຽງ​ຂອງ​ປະ​ເທດ​ໄທ​ໃຫ້ດີຂຶ້ນຕື່ມ.

ທ້າວ​ມົງຢາກ​ຈະ​ເປັນ​ນັກ​ບິນ ​ແລະ​ຊື່​ສຽງ​ຂອງ​
ລາວ ​ແມ່ນ​ອຳນວຍໂອກາດ​ໃຫ້ລາວ​ແລະ
ເພື່ອນ​ຮ່ວມ​ຫ້ອງ​ຮຽນຂອງ​ລາວ​ມີ​ໂອກາດ​ເຂົ້າ
ໄປ​ແຂ່ງ​ຂັນ​ໃນການ​ປະ​ກວດ​ເຮືອບິນຫຼືຍົນທີ່ ບັງຄັບ​ໂດຍ​ຄື້ນວິທະ​ຍຸ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທ້າວ​ມົງກໍ​ຍັງ​ຕ້ອງ​ໄດ້​ຂໍໜັງ
ສື​ອະນຸຍາດ ​ເພື່ອຈະ​ອອກ​ຈາກເຂດທີ່​ລາວອາ
ໄສຢູ່ນັ້ນ ​ເພາະ​ເຈົ້າໜ້າ​ທີ່​ໄທ​ຖືວ່າ​ພວກຄົນງານໄຮ້ສັນຊາດນັ້ນ ​ເຖິງ​ແມ່ນ​ຈະ​ເປັນເດັກນ້ອຍ
ກໍ​ຕາມ ແມ່ນເປັນໄພອັນຕະລາຍຕໍ່ຄວາມໝັ້ນຄົງ ແຫ່ງຊາດຂອງໄທ.

ນາຍ​ດວງ​ຣິດ ​ເກ​ຕິ​ມາ ຜູ້​ອໍານວຍ​ການ​ໂຮງຮຽນ​ບ້ານ​ຫ້ວຍ​ຊາຍ ​ໃນ​ຈັງຫວັດຊຽງ​ໃໝ່ ຊຶ່ງ​
ເປັນ​ໂຮງຮຽນ​ຂອງ​ທ້າວ​ມົງນັ້ນ ​ເວົ້າວ່າ ໃນຈານວນນັກຮຽນທັງ ໝົດ​ 80 ຄົນຂອງ​ລາວ​ນັ້ນ
ມີ​ຫລາຍ​ກວ່າ​ເຄິ່ງນຶ່ງ​ເປັນຄົນໄຮ້​ສັນຊາດ ​ແຕ່​ພວກ​ເຂົາ​ເຈົ້າບໍ່ຄວນ​ຈະ​ຖືກ​ໝາຍ​ຫົວ​ວ່າ ​ເປັນ
ພາລະ​ທີ່​ສ້າງ​ຄວາມໜັກ​ໃຈ​ແຕ່​ຢ່າງ​ໃດ.

ນາຍ​ດວງ​ຣິດກ່າວ​ວ່າ ພວກ​ເດັກນ້ອຍເຫລົ່າ​ນີ້​ບາງທີ​ອາດ​ຈະ​ບໍ່​ເປັນ​ໄພຂົ່ມ ຂູ່​ຕໍ່​ປະ​ເທດ​ໄທ ​ແລະ​ຊໍ້າບໍ່ໜຳອາດຈະປະກອບສ່ວນຊ່ອຍ​ສະໜັບສະໜຸນປະ​ເທດ​ໄທນຳດ້ວຍ ຊຶ່ງ​ລາວ​ກ່າວ​ວ່າ ດັ່ງ​ນັ້ນລັດຖະບານ​ໄທຈຶ່ງ​ຄວນ​ຈະ​ພິ​ຈາລະ​ນາ ອະນຸມັດ​ໃຫ້​ສັນຊາດ​ແກ່​ພວກ​ເຂົາ​ເຈົ້າ.

ພວກ​ເດັກນ້ອຍ​ຈໍານວນ​ຫລາຍໆ​ຄົນ​ ໄດ້​ຍົກຍ້າຍ​ຕິດຕາມ​ຄອບຄົວຂອງ​ພວກ​ເຂົາ​ເຈົ້າ ເຂົ້າມາ
ຢູ່ໃນປະເທດໄທຢ່າງ​ຜິດ​ກົດໝາຍ ​ເພື່ອ​ຫລົບໜີ​ອອກ​ຈາກ​ການ​ຂັດ​ແຍ້​ງສູ້​ລົບ​ແລະ​ຄວາມ​ທຸກ​
ຈົນ ຊຶ່ງ​ເຮັດ​ໃຫ້ເປັນການຍາກຫຼາຍ ທີ່​ພວກ​ເຂົາ​ເຈົ້າຈະ​ຮຽກຮ້ອງ​ເອົາ​ສັນຊາດພະມ້າ​ໄດ້.

ພວກ​ເຂົາ​ເຈົ້າ​ທໍາ​ງານ​ຫາ​ລ້ຽງ​ຊີບ​ຢູ່​ຕາມ​ສະຖານ​ທີ່​ກໍ່ສ້າງ ​ແລະ​ຕາມ​ນາ​ສວນ​ຫລື​ຟາ​ມຕ່າງໆ ​ແຕ່​ພວກ​ເຂົາ​ເຈົ້າບໍ່​ສາມາດ​ລົງທະບຽນ​ກັບ​ພວກ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​ໄດ້. ຍ້ອນສະຖານະ​ພາບ​ຂອງ​ພວກ​ເຂົາເຈົ້າ ຈຶ່ງເຮັດໃຫ້ພວກເຂົາ ເຈົ້າມີຄວາມຫຼໍ່ແຫຼມ ຕໍ່ການ​ຖືກ​ສວາຍ​ໃຊ້​ເພື່ອ​ປະ​ໂຍດ​ສ່ວນຕົວ ແລະ​ບໍ່ສາ ມາດໄດ້​ຮັບ​ສະ​ວັດ​ດີການທາງດ້ານ​ສັງຄົມ​ໃດໆ​ຈາກ​ລັດຖະບານ.

ເຖິງ​ແມ່ນ​ລັດຖະບານ​ໄທ ​ບັງຄັບໃຫ້ພວກ​ເດັກນ້ອຍ​ທັງ​ໝົດ​ເຂົ້າໂຮງຮຽນ ​ໂດຍ​ບໍ່​ສົນໃຈວ່າ
ເຂົາເຈົ້າຕົກຢູ່ສະ​ຖານະ​ພາບໃດກໍຈິງ ແຕ່​ຫລາຍໆ​ຄົນກໍ​ປາກເວົ້າພາ​ສາ​ໄທບໍ່​ໄດ້​ດີ​ພໍ​ ທີ່ຈະ
ຮຽນ​ໃຫ້​ທັນ​ໝູ່​ຢູ່​ໃນ​ຫ້ອງ​ຮຽນ ຫລືພໍ່​ແມ່​ກໍບໍ່​ສົ່ງ​ພວກເຂົາ​ເຈົ້າ​ໄປ​ເຂົ້າ​ໂຮງຮຽນ ​ເພາະ​ຢ້ານວ່າ
ພວກ​ເຂົາ​ເຈົ້າຈະ​ຖືກ​ເນລະ​ເທດ​.

ທ່ານ Hsai Leng ເປັນຜູ້​ອໍາ​ນວຍ​ການ​ສູນ​ກາງ​ສຶກສາ​ຂອງຄົນ​ຕ່າງ​ດ້າວ​ທີ່ຊຽງ​ໃໝ່ ຊຶ່ງ​ເປັນ
ສູນ​ກາງ​ການ​ກຸສົນ ​ທີ່​ໄດ້ຮັບທຶນຈາກນັກທຸລະກິດ​ຊາວອາເມ​ຣິ​ກັນ​ຄົນ​ນຶ່ງ ບ່ອນ​ທີ່ພວກ​ຄົນ
ຕ່າງ​ດ້າວ​ທັງຫລາຍ​ສາມາດ​ໄດ້​ຮັບ​ການ​ສຶກສາແບບບໍ່ເສຍຄ່າ ​ແລະ​ການ​ສະໜັບສະໜຸນ​ອຸ້ມ​ຊູ​
ຈາກ ​ປະຊາ​ຄົມ​ນັ້ນ.

ທ່ານ Hsai ກ່າວ​ວ່າ ພວກ​ເດັກ​ນ້ອຍ​ເຫລົ່າ​ນີ້​ບໍ່​ສາມາດ​ໄປ​ເຂົ້າ​ໂຮງຮຽນ​ໄທ​ໄດ້ ບໍ່​ສາມາດ​
ໄດ້​ຮັບ​ການປິ່ນປົວ​ຮັກສາ​ສຸຂະພາບ​ ​ແລະແມ່ນ​ແຕ່​ບາງ​ເທື່ອ​ຖ້າ​ເຂົາ​ເຈົ້າບໍ່​ມີ​ເອກ​ກະສາ​ນຄົບ
ຖ້ວນ ກໍ​ບໍ່​ສາມາດ​ມີ​ວຽກ​ເຮັດ​ງານທໍາ​ໄດ້​ເຊັ່ນ​ກັນ.

ກ່ອນ​ປີ 1972 ປະ​ເທດ​ໄທ​ໄດ້​ໃຫ້​ສັນຊາດ​ແກ່​ທຸກໆ​ຄົນ​ທີ່​ເກີດ​ຢູ່​ໃນປະ​ເທດ​ໄທ.

ແຕ່​ການ​ຫລັ່ງ​ໄຫລ​ຂອງພວກ​ອົບ​ພະຍົບ​ແລະ​ຊາວ​ຕ່າງ​ດ້າວ ​ເຂົ້າໄປໃນໄທ​ຍ້ອນເກີດບັນຫາ​ຄວາມ​ຂັດ​ແຍ້​ງສູ້​ລົບ​ກັນຢູ່​ໃນ​ຂົງ​ເຂດ ຈຶ່ງ​ພາ​ໃຫ້​ມີ​ການ​ປ່ຽນ​ແປງ​ກົດໝາຍ​ກ່ຽວ​ກັບ​ເລຶ່ອງນີ້ໃນ​ໄທ ​ຊຶ່ງ​ກົດໝາຍ​ສະບັບ​ໃໝ່ບົ່ງ​ໄວ້​ວ່າ​ໃຫ້​ພວກ​ເດັກນ້ອຍ​ທີ່​ບໍ່ແມ່ນ​ສັນຊາດ​ໄທນັ້ນ ຕ້ອງ​ໄດ້​ຍື່ນໃບ​ຄຳຮ້ອງ​ຂໍ​ສັນຊາດ.

ສະມາຊິກວຸທິ​ສະພາ Tuang Untachai ກ່າວ​ວ່າ ບໍ່​ຄວນ​ຫວັງວ່າ ​ປະເທດໄທຈະ​ຈ່າຍ​ຄ່າ​ສະ​ວັດ​ດີກາ​ນ​ໃຫ້ແກ່​ພວກ​ເດັກ​ນ້ອນຕ່າງ​ດ້າວເຫຼົ່ານີ້​.

ທ່ານ Tuang ກ່າວ​ວ່າ ຖ້າ​ໄທ​ອະນຸມັດ​ໃຫ້​ສັນຊາດ​ແກ່​ພວກ​ຊາວ​ຕ່າງ​ດ້າວ ທີ່​ອາ​ໃສ​ຢູ່​ໃນ​ໄທ ຫລາຍຂຶ້ນເທົ່າ​ໃດ ກໍ​ຍິ່ງ​ຈະ​ເຮັດ​ໃຫ້​ຊາວ​ຕ່າງ​ດ້າວ​ຈາກ​ປະ​ເທດ​ເພື່ອນ​ບ້ານ​ ພາກັນ​ຫລັ່ງ​
ໄຫລ​ເຂົ້າ​ໄປ​ໃນ​ໄທ​ຫລາຍ​ເພີ່ມ​ຂື້ນ​ເທົ່ານັ້ນ ຊຶ່ງ​ທ່ານ​ກ່າວ​ຕື່ມ​ວ່າ ​ໄທ​ກໍ​ເປັນ​ປະ​ເທດ​ທີ່ສໍາຄັນ​
ປະ​ເທດ​ນຶ່ງ ທີ່​ພວກ​ຊາວ​ຕ່າງດ້າວແນ​ໃສ່ ດັ່ງ​ນັ້ນ​ຖ້າ​ຫາກ​ວ່າ​ນະ​ໂຍບາຍເຂົ້າ​ເມືອງ​ບໍ່​ແຈ່ມ
ແຈ້ງ​ແລ້ວ ພວກ​ຊາວ​ຕ່າງ​ດ້າວຫລາຍໆ​ຄົນ​ກໍ​ຈະ​ພາກັນ​ເຂົ້າໄປໃນໄທ ​ເພາະວ່າ​ຖ້າ​ເຂົ້າໄປ
ໃນປະ​ເທດ​ໄທ​ໄດ້​ ພວກ​ເຂົາ​ເຈົ້າຈະ​ໄດ້​ຮັບ​ສິດທິ​ຂັ້ນ​ພື້ນຖານ​ຕ່າງໆ​ສໍາລັບການ​ສຶກສາ ການ
ປິ່ນປົວ​ສຸຂະພາບ ​ແລະ​ການ​ບໍລິການ​ດ້ານ​ອື່ນໆ​ ​ຄືກັນ​ກັບ​ຄົນໄທທົ່ວ​ໄປທັງຫລາຍນັ້ນ​.

ທີ່​ຮ້ານ​ເສີມ​ສວຍ​ແຫ່ງ​ນຶ່ງ​ໃນ​ຊຽງ​ໃໝ່ ​ແມ່ຍິງ​ເຜົ່າ​ສານ​ຄົນ​ນຶ່ງ​ກໍ​າລັງ​ຂັດ​ຖູ​ຕີນຂອງ​ລູກ​ຄ້າ​ລາວ
ຄົນ​ນຶ່ງ ທີ່ໄປຮັບການບໍລິການທາເລັບ. ຜູ້ກ່ຽວ​ອາ​ໃສ​ຢູ່​ຕຶກ​ຫ້ອງ​ແຖວ​ ນຶ່ງ​ຫ້ອງ​ນອນ​ ກັບ​ລູກ​ສາວ ​ແລະ​ແມ່ ​ແລະ​ກໍບໍ່​ຂໍ​ເປີດ​ເຜີຍ ຊື່​ສຽງ​ລຽງ​ນາມ ​ເນຶ່ອງຈາກ​ວ່າ​ພວກ​ເຂົາ​ເຈົ້າ​ບໍ່ແມ່ນຄົນ ເຂົ້າເມືອງຢ່າງຖືກຕ້ອງ​ຕາມກົດໝາຍ​ໝົດ​ທຸກ​ຄົນ

ນາງ​ກ່າວ​ວ່າ ນາງ​ໄດ້​ເຂົ້າມາ​ຢູ່​ໃນ​ໄທ​ຈາກ​ມຽນມາເພື່ອ​ຫາ​ເຮັດວຽກ​ແລະ​ຝາກ​ເງິນ​ລາຍ​ໄດ້ໄປ​
ໃຫ້ລູກ​ແລະ​ແມ່ຢູ່ທາງ​ບ້ານ ​ແລະ​ເນຶ່ອງຈາກ​ຄ່າ​ຄອງ​ຊີ​ບ​ໃນ​ພະມ້ານັ້ນ​ແພງ​ຫຼາຍ ພ້ອມກັບ
ນາງຢາກຈະ​ຢູ່​ຮ່ວມ​ກັນກັບ​ລູກ​ແລະ​ແມ່​ຂອງນາງ. ດັ່ງ​ນັ້ນ​ນາງ​ຈຶ່ງ​ເອົາ​ຄອບຄົວ​ເຂົ້າມາ​ຢູ່​ໃນ​ໄທ
ແຕ່​ນາງ​ກໍ​ກ່າວ​ວ່າ ນາງ​ບໍ່​ກ້າ​ທີ່​ຈະ​ເອົາ​ລູກ​ສາວ​ຂອງ​ລາວ ​ເຂົ້າ​ໄປ​ຮຽນ​ໜັງສື​ຢູ່​ໃນ​ໂຮງຮຽນ​ໄທ
ເພາະນາງ​ບໍ່​ຄິດ​ວ່າ​ລູກ​ຂອງ​ນາງ​ຈະຮຽນ​ທັນ​ໝູ່​ ​ແລະ​ນອກ​ນີ້​ແລ້ວ ​ນາງ​ກໍ​ບໍ່​ຄິດ​ວ່າ​ຈະ​ສາມາດ
ຈ່າຍ​ຄ່າ​ຮຽນ​ໄດ້.

ສໍາລັບ​ໃນ​ເວລາ​ນີ້ ​ແມ່​ທີ່​ເປັນ​ຊົນ​ເຜົ່າ​ສານຄົນທີ່ວ່າ​ນີ້ ​ໄດ້​ສົ່ງ​ລູກສາວຂອງ​ນາງ​ໄປເຂົ້າຮຽນ​ຢູ່​ທີ່
ສູນ​ກາງ​ສຶກສາ​ຄົນ​ຕ່າງ​ດ້າວ​ແລ້ວ ຊຶ່ງນາງ​ຕ້ອງການ​ຢາກ​ໃຫ້​ລູກ​ສາວ​ຂອງ​ນາງ​ຕັ້ງ​ໃຈ​ຮຽນ ​
ເພື່ອໃຫ້​ໄດ້​ສັນຊາດ​ໄທ ​ເພື່ອ​ວ່າ​ນາງ​ຈະ​ມີ​ອະ​ນາ​ຄົດ​ທີ່​ດີໆ ​ແລະ​ກໍ​ບໍ່​ຕ້ອງ​ກັບ​ຄືນ​ໄປຍັງ​ມຽນມາ
ບ່ອນທີ່​ມີ​ການ​ສູ້​ລົບ​ກັນ ​ແລະ​ມີ​ຄວາມທຸກ​ຈົນ​ຢູ່​ຕະລອດ​ມາ​ນັ້ນ.

ເຊີນຄລິກບ່ອນວີດິໂອ ເພື່ອເບິ່ງແລະຟັງວີດິໂອ ກ່ຽວກັບທ້າວມົງ ເປັນພາສາອັງກິດ

XS
SM
MD
LG