ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທຢຶດງາຊ້າງແລະນໍແຮດ ຈາກອາຟຣິກາ


ງາຊ້າງປ່າຈາກອາຟຣິກາ
ງາຊ້າງປ່າຈາກອາຟຣິກາ

ເຈົ້າໜ້າທີ່ໄທຢຶດງາຊ້າງແລະນໍແຮດໄດ້ຈຳນວນນຶ່ງ ທີ່ຖືກລັກລອບນຳເຂົ້າປະເທດ ໂດຍ
ເຊື່ອງໄວ້ໃນຕູ້ຄອນເທນເນີ້ບັນທຸກສິນຄ້າຂອງເຮືອບິນສົ່ງໄປແຕ່ໄນຈີເຣຍ.

ໃນມື້ວັນສຸກວານນີ້ ເຈົ້າໜ້າທີ່ພາສີຂອງໄທໄດ້ນຳອອກມາສະແດງ ງາຊ້າງຈຳນວນ 118
ງາພ້ອມກັບງາຊ້າງທີ່ຖືກຕັດແລ້ວ 50 ທ່ອນແລະນໍແຮດອີກ 3 ນໍ. ພວກເຈົ້າໜ້າທີ່ກ່າວ
ວ່າ ງາຊ້າງແລະນໍແຮດເຫຼົ່ານີ້ໄດ້ຖືກຄົ້ນພົບໃນຕູ້ສົ່ງສິນຄ້າ ທີ່ສະໜາມບິນບາງກອກ ໃນ
ຕົ້ນອາທິດນີ້. ຫີບສົ່ງສິນຄ້າ 11 ຫີບທີ່ຈັບໄດ້ໃນຄັ້ງນີ້ຖືກລະບຸວ່າເປັນ “ເຄື່ອງຫັດຖະກຳ”
ແລະມີມູນຄ່າ 1 ລ້ານ 7 ແສນໂດລາໃນຕະຫຼາດມືດ.

ເຈົ້າໜ້າທີ່ເວົ້າວ່າ ສິນຄ້າດັ່ງກ່າວແມ່ນສົ່ງໄປໃຫ້ພວກຜູ້ຊື້ຄົນນຶ່ງໃນເຂດພາກກາງຂອງໄທ
ທີ່ຊື່ຂອງຜູ້ກ່ຽວບໍ່ໄດ້ມີການເປີດເຜີຍໃຫ້ຊາບ. ພວກເຈົ້າໜ້າທີ່ແຈ້ງໃຫ້ຊາບຕື່ມວ່າ ສິນຄ້າ
ເຫຼົ່ານີ້ມີຕົ້ນຕໍສົ່ງໄປແຕ່ນະຄອນ Lagos ປະເທດໄນຈີເຣຍ ໂດຍຜ່ານທາງກາຕ້າແລະມາ
ເລເຊຍ ກ່ອນຈະໄປເຖິງປະເທດໄທ.

ນັບແຕ່ປີ 1975 ເປັນຕົ້ນມາ ສົນທິສັນຍານາໆຊາດວ່າດ້ວຍການຄ້າສັດແລະພືດທີ່ກຳລັງ
ຈະສູນພັນຫຼື CITES ໄດ້ຫ້າມບໍ່ໃຫ້ມີການຄ້າງາຊ້າງເກືອບທັງໝົດເພື່ອຢຸດຕິການຂ້າຊ້າງ
ເອົາງາ. ມີ 175 ປະເທດເຫັນພ້ອມກັບສົນທິສັນຍາສະບັບນີ້ແລະຜູ້ໃດກໍຕາມທີ່ຖືກຈັບໄດ້
ວ່າ ມີການລັກລອບຄ້າຊິ້ນສ່ວນຂອງສັດແລະພືດເຫຼົ່ານີ້ແລ້ວ ແມ່ນປະເຊີນກັບການຖືກລົງ
ໂທດຢ່າງໜັກ.

XS
SM
MD
LG