ບັນດາເຈົ້າໜ້າທີ່ໄທ ກ່າວວ່າ ການວາງລະເບີດຮ້າຍແຮງ ທີ່
ສານເຈົ້າເອຣະວັນໃນບາງກອກ ເມື່ອແລງວັນຈັນ ອາທິດແລ້ວ
ນີ້ ມີທ່າທາງວ່າ ເປັນແຜນຂອງຢ່າງໜ້ອຍ 10 ຄົນ ຮວມທັງ
ຊາວຕ່າງປະເທດຈຳນວນນຶ່ງມາໄດ້ນຶ່ງເດືອນກວ່າໆແລ້ວ. ແຕ່
ວ່າ ເຫດລະເບີດ ທີ່ໄດ້ສັງຫານ 22 ຄົນ ແລະເຮັດໃຫ້ມີຜູ້ບາດ
ເຈັບອີກ 120 ຄົນນັ້ນ ບໍ່ເຊື່ອວ່າ ເປັນການໂຈມຕີຂອງພວກ ກໍ່
ການຮ້າຍຕ່າງປະເທດ. ນັກຂ່າວ ວີໂອເອ Steve Herman ມີ
ລາຍງານເລື່ອງນີ້ຈາກບາງກອກ ຊຶ່ງ ກິ່ງສະວັນ ຈະນຳເອົາລາຍ
ລະອຽດມາສະເໜີທ່ານ.
ຄະນະປົກຄອງທະຫານໄທ ກຳລັງຊອກຫາຊ່ອງທາງເພື່ອໃຫ້ການຄຳ້ປະກັນ ແກ່ ບັນດານັກທ່ອງທ່ຽວຕ່າງປະເທດວ່າ ກຸ່ມກໍ່ການຮ້າຍນາໆຊາດບໍ່ໄດ້ແນ ເປົ້າໝາຍໃສ່ປະເທດໄທ ຫລືຄົນສັນຊາດຈີນ ທີ່ເປັນຜູ້ເຄາະຮ້າຍໃນການວາງລະເບີດ ທີ່ສານເຈົ້າເອຣະວັນ.
ໃນຕອນທ່ຽງຂອງວັນພະຫັດແລ້ວນີ້ ທະຫານໄດ້ປະກາດພິເສດທາງໂທລະພາບ ທຸກໆ ຊ່ອງ ທີ່ໄດ້ອອກຄືນອີກ ເປັນພາສາອັງກິດ ແລະຈີນກາງ.
ຜູ້ປະກາດ ທ່ານນາງ Pariya Netvichien ໄດ້ອ່ານເປັນພາສາອັງກິດວ່າ:
“ບັນດາພະແນກຮັກສາຄວາມປອດໄພໄດ້ປະສານງານກັບອົງການສືບລັບຕ່າງໆຈາກປະເທດພັນທະມິດ ແລະໄດ້ລົງຄວາມເຫັນກັນໃນຂັ້ນຕົ້ນວ່າ ເຫດຮ້າຍບໍ່ມີ ທ່າທາງວ່າ ມີການ ພົວພັນກັບພວກກໍ່ການຮ້າຍຕ່າງປະເທດແລະບັນດານັກທ່ອງ ທ່ຽວຊາວຈີນ ກໍບໍ່ໄດ້ເປັນເປົ້າໝາຍໂດຍກົງ.”
ໃນວັນພຸດທີ່ຜ່ານມາ ລັດຖະບານໄດ້ອອກໝາຍຈັບ ແລະເຜີຍແຜ່ຮູບແຕ້ມຂອງຜູ້ຊາຍຕ່າງປະເທດ ທີ່ເຂົາເຈົ້າເຊື່ອວ່າ ທຳການໂຈມຕີ.
ຜູ້ຊາຍສູງ ຮ່າງຄີງບາງ ນຸ່ງເສື້ອຍືດສີເຫລືອງ ໄດ້ເຫັນຢູ່ກ້ອງວົງຈອນປິດ ຍ່າງໄປແບບ ງຽບໆ ອອກຈາກສານເຈົ້າ ຫລັງຈາກໄດ້ວາງຖົງເປ້ໄວ້ກ້ອງຕັ່ງແປ້ນມ້າ ກ່ອນລະເບີດໄດ້ ແຕກຂື້ນ.
ບັນດາເຈົ້າໜ້າທີ່ຕຳຫລວດກ່າວວ່າ ຜູ້ຊາຍອີກສອງຄົນ ຜູ້ນຶ່ງນຸ່ງເສື້ອແດງ ແລະອີກຜູ້ນຶ່ງ
ນຸ່ງເສື້ອຂາວ ທີ່ເຫັນຢູ່ໃນກ້ອງວົງຈອນປິດນັ້ນ ກໍເປັນຜູ້ຕ້ອງສົງໄສໃນການໂຈມຕີດ້ວຍ.
ທີ່ປຶກສາກະຊວງປ້ອງກັນປະເທດ ທ່ານ Panitan Wattanayagorn ກ່າວຕໍ່ ວີໂອເອ
ວ່າ ການສືບສວນເປັນວຽກຂອງຕຳຫລວດໄທແລະເຂົາເຈົ້າສາມາດຮັບ ມືກັບມັນໄດ້ ໃນ
ປັດຈຸບັນນີ້ ໂດຍປາດສະຈາກການຊ່ວຍເຫລືອໃດໆ ຈາກຕ່າງ ປະເທດ.
ທ່ານເວົ້າວ່າ “ເທັກນິກບາງຢ່າງ ຫລືການວິເຄາະລະດັບສູງ ໂດຍສະເພາະນັ້ນ ສາມາດຂໍຮ້ອງໄດ້ ຖ້າຫາກມີຄວາມຈຳເປັນ. ແຕ່ເທົ່າທີ່ຜ່ານມາ ບັນດາເຈົ້າໜ້າທີ່ໄທມີຄວາມສາມາດຮັບມື ກັບຄະດີໄດ້ຢ່າງເຕັມທີ່.”
ຍັງບໍ່ທັນມີການລົງຄວາມເຫັນກ່ຽວກັບສາເຫດໃນການໂຈມຕີຄັ້ງນີ້. ນອກນັ້ນຍັງບໍ່ທັນ
ເປັນທີ່ແຈ້ງຂາວເທື່ອວ່າ ມີຜູ້ຕ້ອງສົງໄສໃດໆໄດ້ຫລົບໜີອອກໄປນອກປະເທດແລ້ວຫລືບໍ່. ນາຍົກລັດຖະມົນຕີໄທກ່າວວ່າ ມັນອາດເປັນການໂຈມຕີທີ່ມີຈຸດ ປະສົງທາງການເມືອງ ທີ່
ແນໃສ່ເພື່ອສ້າງຄວາມເສຍຫາຍໃຫ້ແກ່ການທ່ອງທ່ຽວ ຫລືເສດຖະກິດ.