ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄທ ກ່າວວ່າ ການເຈລະຈາສັນຕິພາບ ກັບກຸ່ມກະບົດ BRN ຍັງດຳເນີນຕໍ່ໄປ ຫຼັງຈາກມີການໂຈມຕີ ທີ່​ສຳ​ຄັນ


ເຈົ້າໜ້າທີ່ໄທ ຄົນນຶ່ງຢືນຢູ່ໃກ້ຊາກລົດບັນທຸກນ້ຳມັນເຊື້ອໄຟ ທີ່ໄດ້ຖືກໄຟເຜົາໄໝ້ ຢູ່ທີ່ປ້ຳນ້ຳມັນແຫ່ງນຶ່ງ ໃນຈັງຫວັດປັດຕະນີ ທາງພາກໃຕ້ຂອງໄທ, ວັນທີ 17 ສິງຫາ 2022.
ເຈົ້າໜ້າທີ່ໄທ ຄົນນຶ່ງຢືນຢູ່ໃກ້ຊາກລົດບັນທຸກນ້ຳມັນເຊື້ອໄຟ ທີ່ໄດ້ຖືກໄຟເຜົາໄໝ້ ຢູ່ທີ່ປ້ຳນ້ຳມັນແຫ່ງນຶ່ງ ໃນຈັງຫວັດປັດຕະນີ ທາງພາກໃຕ້ຂອງໄທ, ວັນທີ 17 ສິງຫາ 2022.

ການໂຈມຕີທີ່ຮ້າຍແຮງແບບປະສານງານກັນຫຼາຍຮອບໄດ້ສັ່ນສະເທືອນພາກໃຕ້ສຸດຂອງໄທ ໃນອາທິດນີ້ ຈະບໍ່ເຮັດ​ໃຫ້ການເຈລະຈາສັນຕິພາບຫຼືການເຈລະຈາເພື່ອໃຫ້ຢຸດຍິງກັບພວກກະບົດມຸສລິມ ທີ່ໄດ້ສະແຫວງຫາມາຍາວນານນັ້ນ ຢຸດສະງັກ ອີງຕາມຫົວໜ້າຜູ້ເຈລະຈາຂອງລັດຖະບານທີ່ໄດ້ກ່າວໃນວັນພະຫັດວານນີ້.

ກອງທັບໄທ ກ່າວວ່າ ສະຖານທີ່ 17 ແຫ່ງໃນທົ່ວສາມຈັງ​ຫວັດພາກໃຕ້ສຸດຂອງປະເທດ ໂດຍມີ ປັດຕະນີ ນະຣາທິວາດ ແລະຢະລາ ໄດ້ຖືກ​ໂຈມ​ຕີດ້ວຍການວາງລະເບີດ ແລະການວາງເພີງ ໃນໄລຍະທີ່ໃກ້ຄຽງກັນເມື່ອຕອນແລງວັນອັງຄານ ແລະຕອນເຊົ້າວັນພຸດຜ່ານມານີ້ - ສ່ວນໃຫຍ່ແລ້ວຢູ່ຮ້ານຄ້າສະດວກຊື້, ຮ້ານຄ້າທົ່ວໄປ ແລະປ້ຳນ້ຳມັນ. ເຈົ້າໜ້າທີ່ກ່າວວ່າ ຊາຍອາຍຸ 21 ປີໃນທ້ອງ ຖິ່ນໄດ້ເສຍ​ຊີ​ວິດ ໃນເຫດໄຟໄໝ້ແຫ່ງນຶ່ງແລະອີກເຈັດຄົນໄດ້ຮັບບາດເຈັບເລັກນ້ອຍ.

ກຸ່ມບາຣີຊານ ເຣໂວລູຊີ ນາຊົງໂນລ ຫຼື BRN (Barisan Revolusi Nasional) ຄືກຸ່ມກະບົດມຸສລິມທີ່ໃຫຍ່ສຸດຂອງໄທ ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີ ທີ່ກຸ່ມ​ດັ່ງ​ກ່າວໄດ້ເອົາລົງໃນໜ້າເຟສບຸກຂອງຕົນ ເມື່ອວັນພະຫັດວານນີ້ ແລະໄດ້ຂໍໂທດສຳລັບການເສຍຊີວິດ. ກຸ່ມດັ່ງກ່າວ ເວົ້າວ່າ ຕົນໄດ້ເລືອກເປົ້າໝາຍຕ່າງໆທີ່ເປັນສັນຍາລັກ ລະບົບທຶນນິຍົມຂອງໄທ ທີ່ຕົນໄດ້ຖິ້ມໂທດໃສ່ ການທຳລາຍທຸລະກິດຊຸມຊົນ.

ການໂຈມຕີ ໃນລະດັບຂອງຄວາມຮ້າຍແຮງທີ່ບໍ່ຄ່ອຍມີ ເມື່ອຊ່ວງບໍ່ເທົ່າໃດປີມານີ້ ໄດ້ມີຂຶ້ນທ່າມກາງຄວາມກ້າວໜ້າພໍປານກາງ ຫຼັງຈາກທີ່ການເຈລະຈາສັນຕິພາບ ລະຫວ່າງ ກຸ່ມ BRN ແລະຄະນະເຈລະຈາຂອງລັດຖະບານ ໄດ້ຢຸດສະງັກມາໄດ້ຫຼາຍປີ. ຫຼັງຈາກທີ່ຄວາມຮຸນແຮງໄດ້ຫລຸດລົງຢ່າງຫຼວງຫຼາຍ ຕະຫຼອດໄລຍະເດືອນສັກສິດຂອງມຸສລິມ ທີ່ເອີ້ນວ່າ ຣາມາດານ ໃນຕົ້ນປີນີ້, ຊຶ່ງໄດ້ກຳນົດໃຫ້ມີການຢຸດຍິງຮ່ວມກັນ ກ່ອນໜ້ານີ້ ແລະທັງສອງຝ່າຍ ຕົກລົງທີ່ຈະເລີ້ມການເຈລະຈາກ່ຽວກັບໄລຍະຂອງການຢຸດຍິງ ໂດຍມີກົນໄກສຳລັບການສືບສວນສອບສວນຂໍ້ກ່າວຫາ ໃນການລະເມີດໃດໆ ຮ່ວມກັນ.

ພົເອກ ວັນລົບ ຣັກສະເນາະ ຜູ້ນ້ຳໜ້າຄະນະເຈລະຈາເພື່ອສັນຕິພາບ ໄດ້ກ່າວຕໍ່ວີໂອເອ ໃນວັນພະຫັດວານນີ້ວ່າ ການໂຈມຕີຫຼ້າສຸດ ບໍ່ຄວນເຮັດໃຫ້ການເຈລະຈາລົ້ມເລີກ.

ທ່ານໄດ້ກ່າວດ້ວຍການສົ່ງຂໍ້ຄວາມ ວ່າ “ຄະນະເຈລະຈາເພື່ອສັນຕິພາບ ຢາກຈະເນັ້ນຢ້ຳຄືນວ່າ ບໍ່ວ່າຈະມີສະຖານະການໃດໆທາງພາກພື້ນ​ດິນ ພວກເຮົາຈະຍັງຄົງຮັກສາຄວາມໝັ້ນໝາຍຂອງພວກເຮົາ ທີ່ຈະເຄື່ອນໄຫວໄປສູ່ວິທີທາງຕ່າງໆເພື່ອໃຫ້ມີສັນຕິພາບ ອີງຕາມນະໂຍບາຍຂອງລັດຖະບານ ເພື່ອທີ່ຈະນຳມາຊຶ່ງສັນຕິພາບ​ແບບຍືນຍົງ ແລະຄວາມສະຫງົບສຸກ ໃຫ້ແກ່ປະຊາຊົນຢູ່ໃນພື້ນທີ່.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG