ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍຕຳຫຼວດໄທ ບໍ່ຮັບເອົາການຂຶ້ນຊັ້ນ


ນາຍຕຳຫຼວດໄທ ບໍ່ຮັບເອົາການຂຶ້ນຊັ້ນ
ນາຍຕຳຫຼວດໄທ ບໍ່ຮັບເອົາການຂຶ້ນຊັ້ນ

ນາຍຕຳຫຼວດໄທ ທີ່ປະເຊີນກັບການຖືກດຳເນີນຄະດີ ໃນຂໍ້​ຫາຄາດຕະກຳ ນັກທຸລະກິດຊາອຸດີຄົນນຶ່ງນັ້ນ ໄດ້ ປະຕິເສດບໍ່ຂໍຮັບເອົາການຂຶ້ນຊັ້ນເປັນຮອງຜູ້ບັນຊາການ ຕຳຫຼວດແຫ່ງ ຊາດ.

ການເຄື່ອນໄຫວທີ່ວ່ານີ້ໄດ້ຫຼຸດຜ່ອນຄວາມເຄັ່ງຕຶງທາງດ້ານ ການທູດກັບຊາອຸດີອາ​ເຣເບຍທີ່ໄດ້ມີຄວາມໂກດແຄ້ນເປັນ ທີ່ສຸດຕໍ່ການສະເໜີຂຶ້ນຊັ້ນ ໃຫ້ແກ່ນາຍຕຳຫຼວດໄທຄົນ ນີ້. ຄວາມສຳພັນລະຫວ່າງປະເທດທັງສອງ ໄດ້ຊຸດໂຊມລົງ ຍ້ອນຄະດີ ທີ່ແກ່ຍາວມາ ເປັນເວລາ 20 ປີ ທີ່ພົວພັນກັບ ການເສຍຊີວິດ ຂອງ 6 ຄົນ ແລະການລັກຂະໂມຍເພັດ ນິນຈິນດາໜັກ 90 ກິໂລ ຂອງຊາອຸດີອາ​ເຣເບຍ.

ຄົນທຳຄວາມສະອາດຊາວໄທຄົນນຶ່ງ ຖືກກ່າວຫາວ່າ ໄດ້ນຳເອົາເພັດພອຍດັ່ງກ່າວກັບ​ຄືນ ​ມາ​ປະ​ເທດ​ໄທ ຊຶ່ງມີຮວມທັງເພັດສີຟ້າທີ່ຫາຍາກ ທີ່ໄດ້ຖືກລັກຂະໂມຍ ໄປຈາກພະລາດຊະວັງ ໃນນະຄອນຫຼວງຣິຢາດ ໃນປີ 1989. ​ເພັດ​ພອຍສ່ວນ​ໃຫຍ່ ຍັງ​ຫາຍ​ສາບ​ສູນຢູ່.

ການລັກຂະໂມຍທີ່ວ່ານີ້ ແມ່ນພົວພັນກັບການສັງຫານ ນັກການທູດຊາອຸດີອາຣາເບຍ 3 ຄົນ ທີ່ບາງກອກ ການຄາດຕະກຳພັນລະຍາແລະລູກສາວ ຂອງພໍ່ຄ້າເພັດພອຍໄທຄົນ​ນຶ່ງ ແລະການຫາຍສາບສູນ ຂອງນັກທຸລະກິດຊາອຸດີອາ​ເຣເບຍ.

ພົນຕຳຫຼວດໂທສົມຄິດ ບຸນຖະໜອມແລະອີກ 4 ຄົນໄດ້ຖືກກ່າວຫາ ໃນເດືອນມັງກອນວ່າ ເປັນຜູ້ສັງຫານ ນັກທຸລະກິດຊາອຸດີອາ​ເຣເບຍ ບໍ່ດົນກ່ອນທີ່ກຳນົດການຟ້ອງຮ້ອງຈະໝົດອາ ຍຸລົງ.

XS
SM
MD
LG