ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນ​ໄດ້​ພົບ​ເຫັນ​ການ​ປ່ຽນ​ແປງ ທ​າງ​ດ້ານ​ກາ​ນ​ເມືອງ​ແລະ​ສັງ​ຄົມ ຂະ​ນະ​ທີ່​ໄທຕ້ອນ​ຮັບ​ປີໃໝ່ 2024


ດອກໄມ້ໄຟ ຖືກຈູດຢູ່ເໜືອພະລາດຊະວັງ ໃນລະຫວ່າງການສະເຫຼີມສະຫຼອງປີໃໝ່ໃນບາງກອກ, ໄທ, ວັນທີ 1 ມັງກອນ 2024.
ດອກໄມ້ໄຟ ຖືກຈູດຢູ່ເໜືອພະລາດຊະວັງ ໃນລະຫວ່າງການສະເຫຼີມສະຫຼອງປີໃໝ່ໃນບາງກອກ, ໄທ, ວັນທີ 1 ມັງກອນ 2024.

ປະເທດໄທ ໃນທີ່ສຸດກໍໄດ້ເຫັນປີທີ່ເຕັມໄປດ້ວຍເລື້ອງທີ່ຄົດລ້ຽວແລະຫັນປ່ຽນທີ່ໄດ້ປັບສະພາບການທາງດ້ານການເມືອງແລະສັງຄົມ.

ລັດຖະບານຊຸດໃໝ່ເກືອບຈະຍຸຕິການປົກຄອງໂດຍທະຫານ ແຕ່ຄວາມປາດຖະໜາຂອງປະຊາຊົນໄທ ກໍຍັງຄົງບໍ່ສົມຫວັງເທື່ອ.

ໄທໄດ້ເຫັນການໄດ້ຄືນມາຂອງອຳນາດສຳລັບພັກເພື່ອໄທ ຊຶ່ງປັດຈຸບັນນີ້ ໄດ້ນຳພາໂດຍມະຫາເສດຖີອະສັງຫາລິມະຊັບ ທ່ານເສດຖາ ທະວີສິນ ພາຍຫຼັງຈາກການເລືອກຕັ້ງທົ່ວໄປໃນເດືອນມິຖຸນາປີກາຍນີ້.

ເສັ້ນທາງສູ່ລັດຖະບານຂອງພັກເພື່ອໄທ ຊຶ່ງໝາຍເຖິງວ່າ ພວກເຂົາເຈົ້າຕ້ອງໄດ້ຈັດຕັ້ງລັດຖະບານປະສົມ ທີ່ລວມມີບັນດາພັກການເມືອງ ທີ່ສະໜັບສະໜຸນທະ ຫານ ຫຼັງຈາກທີ່ພັກກ້າວໄກ ໄດ້ຮັບໄຊຊະນະໃນການເລືອກຕັ້ງນັ້ນ ໄດ້ຖືກກີດ ຂວາງໂດຍສະພາສູງຂອງໄທ.

ແຕ່ການກັບຄືນປະເທດ ຂອງອະດີດນາຍົກລັດຖະມົນຕີ ທັກສິນ ຊິນນະວັດ ຫຼັງຈາກໄດ້ໜີໄປລີ້ໄພຢູ່ຕ່າງປະເທດເປັນເວລາ 15 ປີ ອາດສົ່ງເສີມພັກເພື່ອໄທ ໃນທາງທີ່ດີກໍເປັນໄດ້. ຜູ້ກໍ່ຕັ້ງພັກດັ່ງກ່າວ ທ່ານທັກສິນ ໄດ້ຖືກສານຕັດສິນໂທດໃຫ້ຈຳຄຸກແປດປີ ເມື່ອໃດທີ່ທ່ານໄດ້ກັບຄືນມາ ແຕ່ກໍໄດ້ຮັບການອະໄພ ໂທດໂດຍຣາຊະວົງ ທີ່ໄດ້ຜ່ອນຜັນໂທດລົງເຫຼືອພຽງປີດຽວ. ຄວາມຫລຸດຜ່ອນນັ້ນ ແລະຄວາມນິຍົມຊົມຊອບຂອງທ່ານ ໄດ້ເຮັດໃຫ້ເກີດມີຄຳຖາມຕ່າງໆນາໆ ກ່ຽວກັບວ່າ ອິດທິພົນຂອງທ່ານທັກສິນ ຈະມີຜົນຕໍ່ສະພາບການເມືອງຂອງໄທ ໃນອະນາຄົດຫຼາຍຊ່ຳໃດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG