ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດານັກປະຕິຮູບຂອງໄທ ກຽບຮັບມື ກັບຄຳຕັດສິນໃຫ້ຍຸບພັກ


ແຟ້ມພາບ - ຜູ້ນຳພັກກ້າວໄກ, ສະແດງທ່າທີ່, ທ່ານ ພິຖາ ລິມຈະເຣີນຣັດ ກ່ອນການປຶກສາຫາລືຄັ້ງທຳອິດ ໃນບາງກອກ, ປະເທດໄທ, ວັນພຸດ ທີ 17 ພຶດສະພາ 2023.
ແຟ້ມພາບ - ຜູ້ນຳພັກກ້າວໄກ, ສະແດງທ່າທີ່, ທ່ານ ພິຖາ ລິມຈະເຣີນຣັດ ກ່ອນການປຶກສາຫາລືຄັ້ງທຳອິດ ໃນບາງກອກ, ປະເທດໄທ, ວັນພຸດ ທີ 17 ພຶດສະພາ 2023.

ຄະນະ​ກຳມະການ​ເລືອກ​ຕັ້ງ​ຂອງ​ໄທ ​ໄດ້​ຮຽກຮ້ອງ​ໃຫ້​ສານ​ລັດຖະທຳ​ມະນູນ​ຂອງ​ປະ​ເທດ ​ຍຸບ​ພັກ​ກ້າວໄກ ຊຶ່ງເປັນພັກຝ່າຍ​ຄ້ານຫຼັກ ​ໂດຍ​ອ້າງ​ເຖິງ​ຄຳ​ໝັ້ນ​ສັນຍາ​ຂອງ​ການ​ໂຄສະນາ​ຫາ​ສຽງ​ຂອງ​ພັກ​ໃນ​ປີ​ກາຍ​ນີ້ ທີ່​ຈະ​ແກ້​ໄຂ​ກົດໝາຍ​ທີ່​ເຂັ້ມ​ງວດ​ ທີ່​ຫ້າມ​ການວິພາກວິຈານສະຖາບັນກະສັດຂອງປະເທດ.

ສະຖາບັນກະສັດຂອງໄທເປັນສູນກາງຂອງສັງຄົມ ແລະຖືກບັນຍັດຢູ່ໃນລັດຖະທຳມະນູນຂອງປະເທດ, ໂດຍມີກະສັດຂຶ້ນຄອງລາດໃນ “ຕຳແໜ່ງທີ່ໄດ້ຮັບຄວາມເຄົາລົບແລະນັບຖື”.

ພັກກ້າວໄກຂອງໄທ ໄດ້ຊະນະບ່ອນນັ່ງຫຼາຍທີ່ສຸດໃນການເລືອກຕັ້ງທົ່ວໄປຂອງປີກາຍນີ້ ສ່ວນນຶ່ງມາຈາກການໃຫ້ຄຳໝັ້ນສັນຍາວ່າ ຈະປັບປຸງກົດໝາຍວ່າດ້ວຍການມິ່ນປະໝາດກະສັດ ແລະລາດຊະວົງຂອງປະເທດ, ເຊິ່ງເປັນການເຄື່ອນໄຫວທີ່ຄະນະກຳມາທິການການເລືອກຕັ້ງໃຫ້ເຫດຜົນວ່າ ເປັນຄວາມການພະຍາຍາມທີ່ຈະໂຄ່ນລົ້ມສະຖາບັນກະສັດຂອງປະເທດ.

ຄະນະ​ກຳມະການ​ເລືອກ​ຕັ້ງ​ໄດ້​ພິຈາລະນາ​ຜົນ​ຂອງ​ການ​ສຶກສາ ​ແລະ ວິ​ເຄາະ​ຄຳ​ຕັດສິນ​ຂອງ​ສານ​ລັດຖະທຳ​ມະນູນ ແລ້ວໄດ້​ຕົກລົງ​ເປັນ​ເອກະ​ພາບໃຫ້​ຍື່ນ​ຄຳ​ຮ້ອງ​ຟ້ອງ​ຕໍ່​ສານ​ລັດຖະທຳ​ມະນູນ ​ເພື່ອ​ສັ່ງ​ໃຫ້​ຍຸບ​ພັກກ້າວໄກ,” ຄະນະກຳມະການການເລືອກຕັ້ງ ກ່າວໃນຖະແຫຼງການ.

ມາດຕາ 92 ຂອງກົດໝາຍວ່າດ້ວຍພັກການເມືອງຂອງໄທ ລະບຸວ່າ ຖ້າສານພົບເຫັນວ່າ ພັກການເມືອງໃດມີຄວາມຜິດໃນຂໍ້ຫາພະຍາຍາມໂຄ່ນລົ້ມສະຖາບັນກະສັດຂອງໄທ, ຄະນະກຳມະການການເລືອກຕັ້ງ ສາມາດຮວບຮວມພະຍານຫຼັກຖານ ແລະ ຄຳຮ້ອງຟ້ອງເພື່ອສະເໜີຕໍ່ສານລັດຖະທຳມະນູນເພື່ອພິຈາລະນາຍຸບພັກດັ່ງກ່າວໄດ້. ຕາມ​ກົດໝາຍ​ແລ້ວ, ສະມາຊິກ​ສະພາ​ຂອງ​ພັກດັ່ງກ່າວ ​ອາດ​ຈະ​ຖືກ​ຫ້າມ​ບໍ່​ໃຫ້​ດຳ​ເນີນການທາງ​ການ​ເມືອງ​ເປັນ​ເວລາ 10 ປີ ຖ້າ​ຫາກ​ສານ​ຕັດສິນ​ວ່າ ​ມີ​ຄວາມ​ຜິດ.

ທ່ານປາຣິຕ ວະຈາຣາສິນ ໂຄສົງຂອງພັກກ້າວໄກ ໄດ້ກ່າວວ່າ ພວກເຂົາເຈົ້າບໍລິສຸດ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG