ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາພັກຝ່າຍຄ້ານຂອງໄທ ​ໄດ້​ຮັບ​ຄະ​ແນນ​ບໍ່​ພໍ ໃນ​ການ​ພະ​ຍາ​ຍາມຄັ້ງທີສອງ ເພື່ອຈະເປັນນາຍົກ


ທ່ານພິທາ ລິ້ມຈະເຣີນຣັດ, ຫົວໜ້າພັກກ້າວໄກ ຍົກບັດປະຈໍາໂຕຂອງທ່ານ ຢູ່ທີ່ສະພາ ລຸນຫຼັງສານລັດຖະທໍາມະນູນຂອງໄທ ມີຄໍາສັ່ງງົດທ່ານຈາກສະພາຊົ່ວຄາວ, ບາງກອກ, ປະເທດໄທ, ວັນທີ 19 ກໍລະກົດ 2023.
ທ່ານພິທາ ລິ້ມຈະເຣີນຣັດ, ຫົວໜ້າພັກກ້າວໄກ ຍົກບັດປະຈໍາໂຕຂອງທ່ານ ຢູ່ທີ່ສະພາ ລຸນຫຼັງສານລັດຖະທໍາມະນູນຂອງໄທ ມີຄໍາສັ່ງງົດທ່ານຈາກສະພາຊົ່ວຄາວ, ບາງກອກ, ປະເທດໄທ, ວັນທີ 19 ກໍລະກົດ 2023.

ສະພາຂອງໄທ ໄດ້ລົງຄະແນນເພື່ອປະຕິເສດການແຕ່ງຕັ້ງສະມາຊິກສະພາພັກຝ່າຍຄ້ານ ທ່ານພິທາ ລິ້ມຈະເຣີນຣັດ ເປັນນາຍົກລັດຖະມົນຕີຄົນຕໍ່ໄປຂອງປະເທດ.

ການລົງຄະແນນສຽງໃນວັນພຸດວານນີ້ ເປັນຄັ້ງທີສອງໃນນຶ່ງອາທິດ ທີ່ທ່ານພິທາ ພະຍາຍາມເຂົ້າ​ກຳຕໍາແໜ່ງນີ້ ລຸນຫຼັງນໍາພາພັກກ້າວໄກ ແລະບັນດາພັກຮ່ວມລັດຖະບານຂອງທ່ານ ໄດ້ຮັບໄຊຊະນະແບບບໍ່ໜ້າ​ເຊື່ອໃນການເລືອກຕັ້ງສະພາໃນເດືອນພຶດສະພາແລ້ວນີ້, ໂດຍ 8 ພັກຮ່ວມລັດຖະບານ ໄດ້ຮັບບ່ອນນັ່ງຢູ່ໃນສະພາ 312 ບ່ອນນັ່ງຂອງ​ທັງ​ໝົດ 500 ບ່ອນນັ່ງໃນສະພາຕໍ່າ ໃນຂະນະທີ່ຜູ້ລົງຄະແນນສຽງ ໄດ້ປະຕິເສດຜູ້ສະໝັກຈາກພັກທີ່ມີທະຫານສະໜັບສະໜຸນ, ເຊິ່ງໄດ້ປົກຄອງປະເທດມາເປັນເວລາ 9 ປີ.

ແຕ່ ທ່ານພິທາ ຊໍ້າພັດຂາດຄະແນນສຽງຫຼາຍກວ່າ 50 ຄະແນນ ໃນຄວາມພະຍາຍາມຂອງລາວທີ່ຈະຊະນະຕໍາແໜ່ງນີ້ ເນື່ອງຈາກ​ການຂັດແຍ້ງ​ຢ່າງ​ແຂງ​ຂັນ​ຈາກ​ພວກອະນຸລັກນິຍົມ ທີ່ມີທະຫານ​ໜຸນເບື້ອງຫຼັງ.

ການລົງຄະແນນສຽງ ມີຂຶ້ນພຽງບໍ່ເທົ່າໃດຊົ່ວໂມງ ລຸນຫຼັງສານລັດຖະທໍາມະນູນຂອງໄທ ອອກຄໍາສັ່ງວ່າ ທ່ານພິທາ ຖືກງົດຈາກສະພາ ໃນລະຫວ່າງທີ່ພວກເຂົາພິຈາລະນາ​ຄະ​ດີດັ່ງກ່າວໃນຂໍ້ຫາ ທ່ານພິທາ ລະເມີດກົດໝາຍການເລືອກຕັ້ງ.

ຄໍາຕັດສິນຂອງສານ ມີ​ຂຶ້ນ​ນຶ່ງອາທິດ ລຸນຫຼັງຄະນະກໍາມະການເລືອກຕັ້ງກ່າວວ່າ ມີຫຼັກຖານທີ່ສະແດງໃຫ້ເຫັນວ່າຜູ້ນໍາຂອງພັກກ້າວໄກ ຮ່ວມເປັນເຈົ້າຂອງ​ຮຸ້ນໃນບໍລິສັດສື່ສັງຄົມ, ເປັນການລະເມີດທີ່ຈະຂັດຂວາງທ່ານ ຈາກການດໍາລົງຕໍາແໜ່ງນາຍົກລັດຖະມົນຕີ.

ບໍລິສັດ iTV ໄດ້​ຢຸດ​ກິດ​ຈະ​ການ​ມາ​ໄດ້​ຫລາຍ​ປີ​ແລ້ວ. ທ່ານ​ພິ​ທາໄດ້ໂຕ້ແຍ້ງວ່າ ການເປັນເຈົ້າຂອງຮຸ້ນຂອງບໍລິສັດດັ່ງ​ກ່າວ ບໍ່ໄດ້ລະເມີດກົດລະບຽບການເລືອກຕັ້ງແຕ່​ຢ່າງ​ໃດ.

ທ່ານ​ຍັງອາດ​ຈະ​ຖືກ​ຫ້າມບໍ່​ໃຫ້​ຫລິ້ນ​ການ​ເມືອງຕໍ່​ໄປອີກ ​ແລະ​ປະ​ເຊີນ​ກັບ​ການ​ຈໍາ​ຄຸກ​ຫຼາຍ​ປີ ​ຖ້າ​ຫາກ​ວ່າ​ທ່ານ​ໄດ້ຖືກ​ດຳ​ເນີນ​ຄະ​ດີ ​ແລະ​ຕັດ​ສິນ​ໃຫ້​ຖືກລົງໂທດ​ໃນ​ຂໍ້​ກ່າວ​ຫາດັ່ງ​ກ່າວ​.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG