ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ສູງ​ສຸດ​​ຂອງ​ໄທ ​ຕັດ​ສິນ ​ໃຫ້​ຜູ້​ນຳ​ພັກ​ຝ່າຍ​ຄ້ານ​ ງົດເຂົ້າ​ຮ່ວ​ມ​ສະ​ພາ


(ພາບ​ໃນ​ແຟມ) ຫົວ​ໜ້າ​ພັກ​ກ້າວ​ໄກ, ທ່ານ​ພິ​ທາ ລິ້ມ​ຈະ​ເຣີນ​ຣັດ ຍົກ​ມີໂບກ​ໃສ່​ຄົນ ​ຂະ​ນະ​ທີ່ເຂົ້າ​ໄປ​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ໃນ​ບາງກອກ, ປະ​ເທດ​ໄທ, ວັນ​ທີ 22 ພຶດ​ສະ​ພາ, 2023.
(ພາບ​ໃນ​ແຟມ) ຫົວ​ໜ້າ​ພັກ​ກ້າວ​ໄກ, ທ່ານ​ພິ​ທາ ລິ້ມ​ຈະ​ເຣີນ​ຣັດ ຍົກ​ມີໂບກ​ໃສ່​ຄົນ ​ຂະ​ນະ​ທີ່ເຂົ້າ​ໄປ​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ໃນ​ບາງກອກ, ປະ​ເທດ​ໄທ, ວັນ​ທີ 22 ພຶດ​ສະ​ພາ, 2023.

ສານ​ສູງ​ສຸດ​ຂອງ​ໄທ​ໄດ້​ຕັດ​ສິນ​ໃຫ້​ສະ​ມາ​ຊິກ​ສະ​ພາ​ຝ່າຍ​ຄ້ານ, ທ່ານ​ພິ​ທາ ລິ້ມ​ຈະ​ເຣີນ​ຣັດ ຖືກງົດ​ບໍ່​ໃຫ້ເຂົ້າ​ຮ່ວມ​ສະ​ພາໃນ​ຂະ​ນະ​ທີ່ສານຮັບ​ຟັງ​ຄະ​ດີ​ທີ່​ກ່າວ​ຫາ​ວ່າ ທ່ານ​ໄດ້​ລະ​ເມີດ​ກົດ​ໝາຍ​ເລືອກ​ຕັ້ງ.

ຄຳຕັດສິນຂອງສານລັດຖະທຳມະນູນໃນວັນພຸດມື້ນີ້ ມີຂຶ້ນໃນມື້ດຽວກັນກັບວັນທີ່ ສະພາ ມີກຳນົດລົງຄະແນນສຽງ ກ່ຽວ​ກັບການສະໝັກເລືອກຕັ້ງຂອງ​ທ່ານເປັນ ນາຍົກລັດຖະມົນຕີ ແລະນຶ່ງອາທິດ ພາຍຫຼັງທີ່ຄະນະກຳມາທິການເລືອກຕັ້ງຂອງປະເທດກ່າວວ່າ ມີຫຼັກຖານທີ່ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້ນຳພັກກ້າວ​ໄກ ເປັນເຈົ້າຂອງຮຸ້ນໃນບໍລິສັດສື່ມວນຊົນເຊິ່ງເປັນການລະເມີດ ທີ່ຈະ​ກີດ​ກັນບໍ່ໃຫ້ທ່ານລົງສະໝັກ​ແຂ່ງ​ຂັນ​ເອົາຕໍາແໜ່ງນີ້.

ທ່ານ​ພິ​ທາ ໄດ້ໃຫ້​ຂໍ້ໂຕ້ແຍ້ງວ່າ ການເປັນເຈົ້າຂອງຮຸ້ນຂອງບໍລິສັດ iTV ທີ່ຢຸດ​ກິດ​ຈະ​ການ​ແລ້ວ ໃນປັດຈຸບັນ ບໍ່ແມ່ນການລະເມີດກົດລະບຽບການເລືອກຕັ້ງ ແຕ່​ຢ່າງ​ໃດ.

ທ່ານ​ພິ​ທາຍັງສາມາດລົງແຂ່ງຂັນເປັນນາຍົກລັດຖະມົນຕີໄດ້ ເຖິງແມ່ນວ່າ ຈະມີ ການຕັດສິນຂອງສານວ່າ ທ່ານຖືກງົດ ບໍ່​ໃຫ້​ເຂົ້າ​ຮ່ວມໃນສະພາກໍຕາມ.

ທ່ານ​ພິ​ທາຍັງອາດ​ຖືກ​ຫ້າມບໍ່​ໃຫ້​ຫລິ້ນ​ການ​ເມືອງຕໍ່​ໄປອີກ ​ແລະ​ປະ​ເຊີນ​ກັບ​ການ​ຈໍາ​ຄຸກ​ຫຼາຍ​ປີ ​ຖ້າ​ຫາກ​ວ່າ​ທ່ານ​ໄດ້ຖືກ​ດຳ​ເນີນ​ຄະ​ດີ ​ແລະ​ຕັດ​ສິນ​ໃຫ້​ຖືກລົງໂທດ​ໃນ​ຂໍ້​ກ່າວ​ຫາດັ່ງ​ກ່າວ​.

XS
SM
MD
LG