ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຮັກສາການລັດຖະບານຂອງ ໄທ ຖືກຕຳໜິຕິຕຽນສຳ​ລັບການຈັດກອງປະຊຸມ ເພື່ອສົນທະນາ ກ່ຽວ​ກັບ ການປົກຄອງທະຫານໃນ ມຽນມາ


 ນາຍົກລັດຖະມົນຕີຕ່າງປະເທດໄທ ທ່ານດອນ ປຣະມຸດວິໄນ ກ່າວຕໍ່ກອງປະຊຸ່ມນັກຂ່າວ ທີ່ກະຊວງຕ່າງປະເທດໄທ ທ່ີ່ບາງກອກ ວັນທີ 1 ກໍລະກົດ 2016
ນາຍົກລັດຖະມົນຕີຕ່າງປະເທດໄທ ທ່ານດອນ ປຣະມຸດວິໄນ ກ່າວຕໍ່ກອງປະຊຸ່ມນັກຂ່າວ ທີ່ກະຊວງຕ່າງປະເທດໄທ ທ່ີ່ບາງກອກ ວັນທີ 1 ກໍລະກົດ 2016

ປະເທດໄທໄດ້ເປັນເຈົ້າພາບຈັດກອງປະຊຸມກັບປະເທດເພື່ອນບ້ານ ເພື່ອສົນ ທະນາຫາລື ກ່ຽວ​ກັບ ຄວາມ​ຂັດ​ແຍ້ງ​ທາງ​ການ​ເມືອງ​ທີ່​ມີຄວາມຮຸນແຮງໃນ ມຽນມາ, ເຊິ່ງ​ແມ່ນໂຄງການລິເລີ້ມທີ່ໄດ້ຖືກຕຳນິຕິ​ຕຽນ​ສຳ​ລັບ​ຄວາມ​ເປັນ​ໄປ​ໄດ້ຕໍ່ກ​ານທຳລາຍຄວາມພະຍາຍາມສ້າງ​ຄວາມສະຫງົບຢູ່ໃນພາກ​ພື້ນ ແລະ ສຳ​ລັບ​ການ​ດຳ​ເນີນ​ການ​ໂດຍ​ລັດ​ຖະ​ບານ​ຮັກ​ສາ​ການ ອິງຕາມລາຍງານອົງການຂ່າວເອພີ.

ກະ​ຊວງ​ການ​ຕ່າງ​ປະ​ເທດ ໄທໄດ້ກ່າວວ່າຈຸດປະສົງການສົນທະນາທີ່ບໍ່ເປັນ ທາງການຂອງວັນຈັນມື້ນີ້ ກໍເພື່ອປຶກ​ສາ​ຫາ​ລື​ໃນຫລາຍຫົວຂໍ້ເພື່ອ​ເສີມ​ຄວາມ​ພະ​ຍາ​ຍາມ​ໃນ​ພາກ​ພືນ​ ອາ​ຊຽນ ເພື່ອ​ແກ້​ໄຂ​ສະ​ຖາ​ນະ​ການ​ໃນ ມຽນມາ. ມາເລເຊຍ, ອິນໂດເນເຊຍ ແລະ ສິງກະໂປ ແມ່ນ​ລວມ​ຢູ່​ໃນ​ບັນ​ດາ​ສະ​ມາ​ຊິກ ອ​າ​ຊຽນ ທີ່ບໍ່​ໄດ້ເຂົ້າຮ່ວມໃນກອງ ປະຊຸມ.

ເຂົາເຈົ້າແມ່ນ​ລວມຢູ່ໃນບັນດາຜູ້ທີ່ຊຸກຍູ້ແຮງທີ່ສຸດ ເພື່່ອກົດດັນເພີ້ມເຕີມໃສ່ລັດ ຖະບານທະຫານຂອງມຽນມາ ທີ່ໄດ້ຍຶດອຳນາດໃນປີ 2021 ເພື່ອເອົາບາດ ກ້າວໄປໜ້າສູ່ສັນຕິພາບ. ກຸ່ມຕ່າງໆ​ທີ່​ໄດ້​ຄັດ​ຄ້ານ​ການ​ປົກ​ຄອງ​ຂອງ​ທະ​ຫານ​ກໍ​ໄດ້​ຕຳ​ໜິ​ຕິ​ຕຽນ​ແຜນ​ການ​ປະ​ຊຸມ​ດັ່ງ​ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG