ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກ​ກ້າວ​ໄກ ທີ່​ຊ້ຳ​ໃຈ ປະ​ຕິ​ຍານ​ວ່າ ​ຈະ​ຫ້າວ​ຫັນ​ຈາກ​ການ​ເປັນ​ຝ່າຍ​ຄ້ານ


ຜູ້​ສະ​ໜັບ​ສະ​ໜູນ​ພັກ​ເພື່ອ​ໄທ ເຕົ້າ​ໂຮມ​ກັນ​ຢູ່ອ​າ​ນຸ​ສາ​ວະ​ລີ​ປະ​ຊາ​ທິ​ປະ​ໄຕ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ໃນ ບາງກອກ, ໄທ, 19 ກໍ​ລະ​ກົດ 2023.
ຜູ້​ສະ​ໜັບ​ສະ​ໜູນ​ພັກ​ເພື່ອ​ໄທ ເຕົ້າ​ໂຮມ​ກັນ​ຢູ່ອ​າ​ນຸ​ສາ​ວະ​ລີ​ປະ​ຊາ​ທິ​ປະ​ໄຕ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ໃນ ບາງກອກ, ໄທ, 19 ກໍ​ລະ​ກົດ 2023.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໃນ​ພັກ​ກ້າວ​ໄກ​ຂອງ ໄທ ເວົ້າ​ວ່າ​ມັນ​ຈະ​ມີ​ກຳ​ລັງ​ການ​ຄັດ​ຄ້ານ​ທີີ່​ຮ້າຍ​ແຮງ​ໃນ​ສະ​ພາ​ແຫ່ງ​ຊາດ ເຖິງ​ແມ່ນ​ຈະ​ຖືກ​ກີດ​ກັ້ນ ​ຈາກ​ການ​ນຳ​ພາ​ລັດ​ຖະ​ບານ ແລະ ສູນ​ເສຍ​ຜູ້​ນຳ​ພັກ​ຂອງ​ເຂົາ​ເຈົ້າ, ທ່ານ ພິ​ທາ ລິ້ມ​ຈະ​ເລີນ​ຣັດ, ຕໍ່​ຂໍ້​ກ່າວ​ຫາ​ທາງ​ກົດ​ໝາຍ​ກໍ​ຕາມ. ແລະ​ເຂົາ​ເຈົ້າ​ຢືນ​ຢັດ​ວ່າ​ການ “ຕໍ່​ສູ້” ໄລ​ຍະ​ຍາວ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ທີ່​ສຳ​ຄັນ​ຍິ່ງ ແມ່ນ​ຈະ​ເປັນ​ໄຊ​ຊະ​ນະ​ຂອງ​ເຂົາ​ເຈົ້າ.

ພັກ​ດັ່ງ​ກ່າວ​ໄດ້​ຮັບ 14 ລ້ານ​ຄະ​ແນນ​ສຽງ​ ໃນ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ​ພຶດ​ສະ​ພາ​ທີ່​ຜ່ານ​ມາ ໃນ​ປະ​ເທດ​ທີ່​ເບື່ອ​ໜ່າຍ​ກັບພວກ​ຫົວ​ອະ​ນຸ​ລັກ​ນິ​ຍົມ ​ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍກອງ​ທັບ​ບົກ ຜູ້​ທີ່​ໄດ້​ຄວບ​ຄຸມ​ການ​ເມືອງ ແລະ ເສດ​ຖະ​ກິດ​ນັບ​ຕັ້ງ​ການ​ກໍ່​ລັດ​ຖະ​ປະ​ຫານ​ໃນ​ປີ 2014.

ເຖິງ​ແມ່ນ​ໄດ້​ປາ​ກົດ​ຕົວ​ຂຶ້ນ​ມາ ​ເປັນ​ພັກ​ທີ່​ໃຫຍ່​ທີ່​ສຸດ​ ໃນ​ສະ​ພາ​ແຫ່ງ​ຊາດ​ກໍ​ຕາມ, ພັກ​ກ້າວ​ໄກ ໄດ້​ຖືກ​ບັງ​ຄັບ​ໃຫ້​ກາຍ​ເປັນ​ຝ່າຍ​ຄ້ານ​ໃນ​ສະ​ພາ​, ຫຼັງ​ຈາກ​ສະ​ພາ​ສູງເຊິ່ງ​ຖືກ​ແຕ່ງ​ຕັ້ງ​ໂດຍກອງ​ທັບ​ບົກ ​ພາຍ​ໃຕ້​ລັດ​ຖະ​ທຳ​ມະ​ນູນ​ທີ່​ຖືກ​ຂຽນ​ໂດຍກອ​ງ​ທັບ, ເພື່ອ​ກີດ​ກັ້ນ​ທ່ານ ພິ​ທາ ຈາກ​ການ​ກາຍ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ທ່ານ ພິ​ທາ ຖືກ​ຫ້າມ​ເຮັດ​ວຽກ​ຊົ່ວ​ຄາວ​ຈາກ​ສະ​ພາ​ແຫ່ງ​ຊາດ ຫຼັງ​ຈາກ​ຖືກ​ກ່າວ​ຫາ ກ່ຽວ​ກັບ ການ​ລະ​ເມີດ​ກົດ​ໝາຍ​ສຳ​ລັບ​ຜູ້​ຖື​ຕຳ​ແໜ່ງ​ທາງ​ການ​ເມືອງ ເພາະ​ວ່າ​ທ່ານ​ເປັນ​ເຈົ້າ​ຂອງ​ຮຸ້ນ​ສ່ວນ​ໃນ​ບໍ​ລິ​ສັດ​ສື່ມວນ​ຊົນ​ທີ່ໄດ້​ປິດ​ກິດ​ຈະ​ການ​ດົນ​ນານ​ແລ້ວ.

ທ່ານ​ໄດ້​ລາ​ອອກ​ຈາກ​ການ​ເປັນ​ຜູ້​ນຳ​ພັກ​ໃນ​ຕົ້ນ​ເດືອນນີ້, ຮ່ວມ​ກັບ​ແກນ​ນຳ​ຂອງ​ພັກຫຼາຍ​ຄົນ​ ຍ້ອນ​ສານ​ໄດ້​ຫ້າມ​ເຂົາ​ເຈົ້າ ​ຈາກ​ການ​ພົວ​ພັນ​ໃນ​ການ​ເມືອງ ແລະ ກິດ​ຈະ​ກຳ​ທາງ​ກົດ​ໝາຍ​ອື່ນໆ.

ທ່ານ ພິ​ທາ ເວົ້າ​ວ່າ​ທ່ານ​ຈະ​ກັບ​ຄືນ​ມາ​ສູ່​ແນວ​ໜ້າ​ທາງ​ການ​ເມືອງ ຖ້າ​ທ່ານ​ໄດ້​ເອົາ​ຊະ​ນະ​ຄະ​ດີ​ຕໍ່ທ່ານ, ແຕ່​ຖ້າ​ຫາກ​ທ່ານ​ຖືກ​ຕັດ​ສິນ​ວ່າ​ມີ​ຄວາມ​ຜິດ ທ່ານ​ອາດ​ປະ​ເຊີນ​ກັບ​ການ​ຖືກ​ຂັງ​ຄຸກ ແລະ ຖືກ​ຫ້າມ​ບໍ່​ໃຫ້ຫຼິ້ນການ​ເມືອງ ​ເປັນ​ເວ​ລາ​ດົນ​ນານ.

ອ່ານ​ຂ່າວນີ້​ເປັນ​ພາ​ສ​າອ​ັງ​ກິດ

XS
SM
MD
LG