ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວໂຣຮິງຢາ ຈາກມຽນມາ ເດີນທາງໄປ ເຖິງຝັ່ງໄທ ໃນຈໍານວນຫລາຍຂຶ້ນ (ວີດິໂອ)


ຊົນເຜົ່າໂຣຮິງຢາຈຸນຶ່ງ ທີ່ເດີນທາງເຖິງຝັ່ງ ເກາະພູເກັດຂອງໄທ ເມື່ອວັນທີ 1 ມັງກອນ 2013 ນີ້.
ຊົນເຜົ່າໂຣຮິງຢາຈຸນຶ່ງ ທີ່ເດີນທາງເຖິງຝັ່ງ ເກາະພູເກັດຂອງໄທ ເມື່ອວັນທີ 1 ມັງກອນ 2013 ນີ້.
ເຮືອຫຼາຍລໍາທີ່ບັນທຸກພົນລະ​ເຮືອນ​ຫຼາຍຮ້ອຍຄົນ ທີ່ປາກົດວ່າ​
ເປັນຊົນເຜົ່າ ໂຣຮິງຢານັ້ນ ຍັງ​ສືບ​ຕໍ່ເດີນທາງໄປເຖິງຝັ່ງທະເລ
ຂອງໄທ ຫຼັງຈາກຜະຈົນ​ໄພ​ຢູ່ກາງທະເລມາໄດ້ຫຼາຍອາທິດ. ຊົນ
ເຜົ່າໂຣຮິງຢາພວກ​ນີ້ ພາກັນຫຼົບໜີ ຈາກເຫດການຮຸນແຮງ ລະ
ຫວ່າງກຸ່ມສາສະໜາ ຢູ່ໃນລັດຣາຄາຍຂອງມຽນມາ. Steve
Sandford ຜູ້ສື່ຂ່າວວີໂອເອ ມີລາຍງານກ່ຽວກັບຜົນ​ກະທົບ​
ດ້ານ​ມະນຸດ​ສະ​ທໍາ ທີ່​ຍັງ​ສືບ​ຕໍ່​ມີ​ມາ ຈາກຄວາມຮຸນແຮງດັ່ງ
ກ່າວ ຊຶ່ງທອງປານຈະນໍາມາສະເໜີທ່ານ.

ເບິ່ງວີດິໂອລາຍງານນີ້ເປັນພາສາອັງກິດ:



ຢູ່ທີ່ທ່າເຮືອ ຜາງອ່າງ ທາງພາກໃຕ້ຂອງໄທ ພຽງ 100 ກິໂລແມັດ ຫ່າງຈາກຫາດຊາຍ ຕາກອາກາດທີ່ມີຊື່ສຽງ​ແຫ່ງຕ່າງໆຂອງປະ​ເທດ ມີຊາວຕ່າງດ້າວກຸ່ມຫລ້າສຸດ ​ເດີນທາງ ມາເຖິງຝັ່ງໄທ ໂດຍບໍ່ໄດ້ປະກາດໃຫ້ຮູ້.

ນັບຕັ້ງແຕ່ກາງເດືອນມັງກອນນີ້ເປັນຕົ້ນມາ ມີ​ພວກ​ຂີ່ເຮືອມາ ຈໍານວນຫຼາຍກວ່າ 1.000
ຄົນ ທີ່ອ້າງວ່າເປັນຊາວໂຣຮິງຢາທີ່ຖືກທອດຖິ້ມ ​ແລະພາກັນຫຼົບໜີຈາກເຫດການຄວາມ
ຮຸນແຮງ ລະຫວ່າງຊົນເຜົ່າ ຢູ່ໃນລັດຣາຄາຍຂອງ ມຽນມາ ​ໄດ້ລ່ອງລອຍເຂົ້າໄປໃນເຂດ ນ່ານນໍ້າ ຂອງໄທ.

ສໍາລັບຊາວໂຣຮິງຢາພວກ​ນີ້ຫຼາຍໆຄົນແລ້ວ ການເດີນທາງອັນແສນລໍາບາກ ຢູ່ເທິງເຮືອ ທີ່ຊຸດໂຊມ ລ່ອງ​ລອຍ​ມາຕາມຄື້ນທະເລສູງ ແລະມີສະບຽງ ອາຫານແລະນໍ້າດື່ມ ຕິດຕົວມາ
ພໍປະທັງຊີວິດເທົ່ານັ້ນ ​ແມ່ນສະເໜີໃຫ້ພວກເຂົາເຈົ້າ ອະນາຄົດທີ່ດີກວ່າ​ອັນ​ທີ່​ພວກ​ເຂົາ​ເຈົ້າປະເຊີນຢູ່ໃນມຽນມານັ້ນ.

Amlha Areecha ຈາກ​ເມືອງ ຊິດເຫວ່ ເວົ້າວ່າ ນາງໄດ້ຫຼົບໜີລົງສູ່ທະເລ ຫຼັງຈາກ
ທະຫານຍິງລູກຊາຍສອງຄົນຂອງລາວຕາຍ. ນາງ ອາຣີຊາ ເວົ້າວ່າ:

“ຢູ່ເທິງເຮືອກໍບໍ່ມີນໍ້າ ແລະພວກເຮົາ​ແມ່ນສິ້ນຫວັງ ແສນລໍາບາກ ບາງຄົນກໍ
ເປັນລົມ ບາງຄົນກໍຮາກອອກ ຂ້ອຍຢາກຕາຍຢູ່ທີ່ນີ້ບໍ່ຢາກກັບຄືນບ້ານແລ້ວ
ຂ້ອຍບໍ່ມີພີ່ນ້ອງເຫລືອຢູ່ເມືອງຊິດເຫວ່. ​ເຂົາ​ເຈົ້າຖືກຂ້າຕາຍໝົດແລ້ວ.”


ໃນ​ໄລຍະບໍ່ເທົ່າໃນປີຜ່ານມາ ເຮືອຫລາຍໆ​ລໍາທີ່ເຕັມໄປດ້ວຍ ສ່ວນ​ໃຫຍ່​ແລ້ວ​ແມ່ນຜູ້ຊາຍ
ຈາກບັງກລາແດັສແລະມຽນມາ ທີ່​ພາກັນ​ຫລົບໜີ​ຄວາມ​ລໍາ​ບາກ​ທາງ​ເສດຖະກິດ ໄດ້ມຸ້ງ
ໜ້າອອກສູ່ທະເລ ໃນຄວາມຫວັງວ່າ ຈະໄປຮອດໄປເຖິງມາເລເຊຍ ທີ່ໂດຍ​ສ່ວນ​ໃຫຍ່ແລ້ວ
ເປັນ​ປະ​ເທດມຸສລິມນັ້ນ.

ໃນປີນີ້ ເຫດການຄວາມຮຸນແຮງທີ່ເພີ່ມທະວີຂຶ້ນຢູ່ໃນລັດຣາຄາຍນັ້ນ ພາ​ໃຫ້ມີແມ່ຍິງ
ແລະເດັກນ້ອຍ ​ໃນ​ຈໍານວນຫຼາຍຄົນຂຶ້ນ ສ່ຽງຕາຍອອກເດີນທາງມາ. ນາງພະຍາບາ​ນ ວະນິດາ ນະຊະຣຸ້ງ ເວົ້າວ່າ ຫຼັງຈາກນອນແຮມ ຢູ່ກາງທະເລໄດ້ຫຼາຍອາທິດ ຫຼາຍໆຄົນ
ກໍເຈັບປ່ວຍ ຍ້ອນຂາດເຂີນທາດອາ ຫານ ແລະເປັນເລືອດຈາງ ກໍ​ມີ.

“ຄົນພວກນີ້ບໍ່ມີອາຫານຫຼືນໍ້າ ພຽງພໍ. ​ເຂົ​າ​ເຈົ້າເດີນທາງຢູ່ກາງທະເລ
ດົນກວ່າສິບມື້ ແລະຕ້ອງໄດ້ດື່ມນໍ້າທະເລ.”


ໃນຂະນະທີ່ເຈົ້າໜ້າທີ່ພະຍາຍາມຈະແຍກແຍະວ່າ ໃຜເປັນພວກຫຼົບ​ໜີຄວາມລໍາບາກ ທາງເສດຖະກິດ ແລະໃຜ​ເປັນ​ພວກ​ທີ່​ໄດ້​ຮັບ​ເຄາະ​ຈາກ​ຄວາມ​ຮຸນ​ແຮງ​ນັ້ນ ກໍມີການ
ກ່າວຫາວ່າ ພວກທະຫານໄທ​ໄດ້ຂາຍຊາວອົບພະຍົບ ໃຫ້ພວກລັກລອບຄ້າມະນຸດ.

ເຈົ້າໜ້າທີ່ຕໍາຫຼວດໄທ ສາລະວັດ ໄຕຣເພັດ ພິກຸນ ເວົ້າວ່າ ພວກໃດທີ່ຖືກພົບເຫັນຢູ່ກາງ
ທະເລ ທາງ​ການ​ໄທກໍ​ຈະ​ເອົາສະບຽງ​ໃຫ້​ເຂົາ​ເຈົ້າຕື່ມ ແລະປ່ອຍໃຫ້ພວກເຂົາເຈົ້າອອກ​ເດີນທາງຕໍ່ໄປ. ສາລະວັດຕໍາຫຼວດ ໄຕຣເພັດ ເວົ້າວ່າ:

“ຖ້າພວກເຮົາເຫັນພວກເຂົາເຈົ້າຢູ່ກາງທະເລ ຢູ່ໃນເຮືອຂອງພວກເຂົາເຈົ້າ ພວກເຮົາກໍຈະໃຫ້ອາຫານ ນໍ້າ ແລະນໍ້າມັນແອັດຊັງແກ່ພວກເຂົາເຈົ້າ ເພື່ອ​ໃຫ້ພວກເຂົາເຈົ້າສາມາດເດີນ ທາງໄປຍັງຈຸດໝາຍປາຍທາງໄດ້. ພວກເຮົາ
ຈະບອກທາງແກ່ພວກເຂົາເຈົ້າ ໃຫ້ໄປຮອດໄປເຖິງທີ່ນັ້ນ ຄືກ່ອນອື່ນພວກເຮົາ
ຈະຖາມວ່າ ພວກເຂົາເຈົ້າສິໄປໃສ ໄປມາເລເຊຍ ຫຼືໄປອິນໂດເນເຊຍ ແລະ
ພວກເຮົາ ກໍຈະບອກທິດທາງໃຫ້ພ້ອມ.”


ສໍາລັບໃນຕອນນີ້ ຊາວໂຣຮິງຢາຫຼາຍພັນຄົນຍັງຕົກຢູ່ໃນສະພາບທີ່ຖືກລືມ ຄື​ເປັນຄົນ
ໄຮ້ປະເທດ ທີ່​ໄຫວ້​ວອນ ຂໍໃຫ້ມີບ່ອນຫຼົບ​ໄພ ​ແລະພັກພິງອາ​ໄສ.
XS
SM
MD
LG