ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໄທມີແຜນການຈະປັບຂຶ້ນ ລາຄາເຂົ້າ ໃຫ້ພວກຊາວນາ


ພວກຊາວນາໄທ ກໍາລັງປູກເຂົ້າ
ພວກຊາວນາໄທ ກໍາລັງປູກເຂົ້າ

ຄາດ​ວ່າ​ໃນ​ບໍ່​ຊ້າ​ນີ້ ລັດຖະບານ​ຂອງ​ນາຍົກລັດຖະມົນຕີ ຍິ່ງ​ລັກ ຊິນນະ​ວັດ​ ຈະ​ເລີ່​ມ​ແຜນ ການຂຶ້ນ​ລາຄາ​ເຂົ້າຄັ້ງ​​ໃໝ່​ຢ່າງໃຫຍ່ ທີ່​ອາດ​ສາມາດ​ສົ່ງ​ຜົນ​ກະທົບ​ຕໍ່​ປະ​ເທດ​​ໄທ ທີ່​ເປັນຜູ້​ສົ່ງ​ອອກ​ເຂົ້າລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ. Ron Corben ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ​ຈາກບາງ ກອກ​ວ່າ ພວກ​ນັ ວິ​ເຄາະ​ກ່າວ​ວ່າ ການ​ທີ່​ລັດຖະບານຈະຂຶ້ນລາຄາເຂົ້າ​ໃຫ້​ພວກ​ຊາວ​ນາ ຕາມ​ທີ່​ໄດ້​ຮັບປາກ​ໄວ້ນັ້ນ​ ມັນໝາຍ​ເຖິງ​ວ່າ ປະລິມານ​ເຂົ້າທີ່ສົ່ງ​ອອກ​​ຈະ​ຕົກ​ຕໍ່າລົງ ​ແລະ​ເປີດ​ໂອກາດ​ໃຫ້​ພວກ​ປະ​ເທດ ສົ່ງ​ອອກ​ເຂົ້າທີ່​ເປັນ​ຄູ່ແຂ່ງ​ ເຊັ່ນ​ອິນເດຍ ​ແລະ​ຫວຽດນາມນັ້ນ. ທອງ​ປານ ມີ​ລາຍ​ລະອຽດມາສະເໜີ​ທ່ານ​.

ແຜນການ​ຂຶ້ນ​ລາຄາ​ເຂົ້າ​ໃໝ່ນັ້ນ​ເປັນ​ຄໍາ​ໝັ້ນ​ສັນຍາ​ອັນ​ສໍາຄັນດ້ານນະ​ໂຍບາຍ ທີ່​ພັກ​ເພື່ອ​ໄທ ​
ຂອງ​ນາຍົກລັດຖະມົນຕີ ຍິ່ງລັກ ຊິນນະ​ວັດ ​ໄດ້​ໃຫ້​ໄວ້ເພື່ອ​ຮັບປະກັນໃຫ້ໄດ້​ຮັບ​ການ​ສະໜັບ
ສະໜຸນພວກ​ຊາວນາ​ຈໍາ​ນວນ​ແປດ​ລ້ານ​ຄົນ​ຂອງ​ປະ​ເທດ​ໄທ ​ໃນ​ການ​ເລືອກຕັ້ງ​ທົ່ວ​ປະ​ເທດ
ເມື່ອ​ເດືອນກໍລະກົດ​ຜ່ານ​ມາ.

ອີງ​ຕາມ​ແຜນການ​ດັ່ງກ່າວ​ແລ້ວ ລັດຖະບານ​ຈະ​ຈ່າຍ​ຄ່າ​ເຂົ້າຈ້າວ​ທໍາ​ມະດາ ​ໃຫ້​ແກ່​ພວກ​
ຊາວນາ​ ໃນ​ລາຄາເກືອບຮອດ 500 ​ໂດ​ລາ​ຕໍ່ເຂົ້ານຶ່ງ​ຕັນແລະ 650 ​ໂດ​ລາ ສໍາ​ຫລັບເຂົ້າ
ຈ້າວ​ຫອມ​ມະລິ​ຄຸນ​ນະພາ​ບ​ພິ​ເສດ ຊຶ່ງ​ເມື່ອ​ຄິດ​ໄລ່​ແລ້ວ​ ກໍເປັນການຂຶ້ນລາຄາປະມານ 50
​ເປີ​ເຊັນຈາກ​ນະໂຍບາຍຂອງລັດຖະບານຊຸດກ່ອນ ທີ່​ຮັບປະກັນ​ລາຄາເຂົ້າໃຫ້​ພວກ​ຊາວນາ​
ແຕ່ພຽງ 330 ​ໂດ​ລາ​ຕໍ່​ເຂົ້ານຶ່ງ​ຕັນນັ້ນ. ບັນດາ​ເຈົ້າໜ້າ​ທີ່​ກະ​ເສດກ່າວ​ວ່າ ມີພວກ​ຊາວນາ
​ສີ່​ລ້ານ​ຄົນແລ້ວ ທີ່​ໄດ້​ຈົດ​ທະບຽນຮັບເອົາແຜນ​ຕັ້ງລາຄາ​ເຂົ້າ​ໃໝ່ນີ້.

ທ່ານ David Dawe ຈາກ​ອົງການ​ອາຫານ​ແລະ​ການ​ກະ​ເສດຂອງ​ສະຫະ​ປະຊາ​ຊາດ ຫລື
FAO ກ່າວ​ວ່າ ​ໃນ​ຂະນະທີ່​ລາຄາ​ເຂົ້າທີ່​ສູງ​ຂຶ້ນກວ່າ​ເກົ່ານີ້​ ອາດ​ຈະ​ພາ​ໃຫ້​ມີ​ການ​ຜະລິດ​ເຂົ້າ
ຫລາຍ​ຂຶ້ນໃນ​ໄລຍະ​ຍາວ ​ແຕ່​ກໍ​ຍັງ​ມີຄວາມ​ບໍ່​ແນ່ນອນ ​ກ່ຽວກັບຜົນ​ກະທົບ​ໂດຍ​ເຕັມ​ຂອງ
​ໂຄງການ​ດັ່ງກ່າວ. ທ່ານ David Dawe ກ່າວວ່າ:

“ມີ​ຄວາມ​ບໍ່​ແນ່ນອນ​ຫລາຍ​ສິ່ງ​ຫລາຍ​ປະການ ກ່ຽວກັບວ່າແຜນການທີ່​ວ່າ​ນີ້ ແທ້ໆ​ແລ້ວ
ຈະ
ໃຊ້​ໄດ້ຜົນ​ຢ່າງ​ໃດ ຊຶ່ງນີ້ພາໃຫ້ມີຜົນ​ກະທົບ​ທີ່​ສັບສົນ​ຕໍ່​ລາຄາ​ເຂົ້າ​ໂລກ. ຂ້າພະ​ເຈົ້າ
ໝາຍ​ເຖິງ​ວ່າ ລັດຖະບານ​ບໍ່​ມີ​ຄວາມສາມາດ
ຄືຂ້າພະ​ເຈົ້າຄິດ​ວ່າ ​ລັດຖະບານ​ບໍ່​ມີ​ຄວາມ
ສາມາດ
ທີ່ຈະຊື້ເຂົ້າທັງ​ໝົດດ້ວຍຕົນເອງໄດ້ ຄືລັດຖະບານຈະ​ຕ້ອງໄດ້ປະຕິບັດ​ການ​ໂດຍ
​ຜ່ານ​ພາກສ່ວນ​ເອກະ​ຊົນ
ຊຶ່ງກໍຈະເປັນຄໍາ​ຖາມ​ທີ່​ໜ້າ​ສົນ​ໃຈ​ຢູ່ ​ເພາະວ່າ​ພວກ​ເອກະຊົນ
​ແມ່ນ
ຈະ​ບໍ່​ຕ້ອງການທີ່ຈະ​ຊື້​ໃນ​ລາຄາ​ນັ້ນ ຖ້າ​ຫາກວ່າ ພວກ​ເຂົາ​ເຈົ້າຈະຕ້ອງໄດ້ຂາຍຫລຸດ
ລາຄາ
ໃນ​ຕະຫລາດ​ສົ່ງ​ອອກ.

ປີ​ນີ້ ປະລິມານ​ຜົນ​ຜະລິດ​ເຂົ້າຂອງ​ໄທ ຄາດ​ວ່າ​ຈະໄດ້​ເກີນ​ 20 ລ້ານ​ຕັນ ຊຶ່ງ​ປະມານ​ເຄິ່ງ
ນຶ່ງ​ຂອງ​ຈໍານວນ​ນັ້ນ ​ແມ່ນ​ສໍາລັບ​ສົ່ງ​ອອກ. ໃນ​ເບື້ອງ​ຕົ້ນ​ ໄດ້​ມີການທໍານາຍ​ໄວ້ວ່າ ​ການ
ສົ່ງ​ອອກເຂົ້າ​ຂອງໄທສໍາລັບ​ປີ 2012 ຈະມີຈໍານວນເທົ່າໆກັບປີນີ້​ ຄືປະມານ 10 ລ້ານຕັນ
ແຕ່ມາ​ບັດ​ນີ້ ກະຊວງກະ​ເສດ​ສະຫະລັດທໍານາຍ​ວ່າ​ ປະລິມານສົ່ງອອກເຂົ້າຂອງໄທ ໃນປີ
ໜ້າ ຈະ​ຫລຸດລົງ​ມາເປັນພຽງ ເຈັດ​ລ້ານ​ຕັນ​ ພາຍ​ໃຕ້​ແຜນການຕັ້ງ​ລາຄາໃໝ່.

ໄທ​ໄດ້ເປັນ​ປະ​ເທດ​ສົ່ງ​ອອກ​ເ​ຂົ້າຫລາຍທີ່ສຸດ​ຂອງ​ໂລກ​ ມາ​ຕັ້ງ​ແຕ່​ປີ 1981 ແລ້ວ. ຄູ່​ແຂ່ງ
ທີ່ສໍາຄັນຂອງໄທ​ ແມ່ນໄດ້ແກ່ອິນເດຍ​ແລະຫວຽດນາມ. ອິນ​ເດຍ​ເປັນ​ປະ​ເທດ​ຜະລິດ​ເຂົ້າ
ລາຍ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ ​ແລະ​ເມື່ອ​ບໍ່​ນານມາ​ນີ້​ ອິນ​ເດຍ​ໄດ້​ຫວນ​ຄືນ​ສູ່​ຕະຫລາດ​ສົ່ງ
​ອອກ​ເຂົ້າ​ຂອງໂລກ ໂດຍ​ໄດ້​ລົບ​ລ້າງກົດໝາຍ ​ປີ 2008 ທີ່ຫ້າມການ​ສົ່ງ​ອອກ​ເຂົ້າເກຣດ
ທໍ​າມະ​ດາ. ປະ​ເທດ​ສົ່ງ​ອອກ​ເຂົ້າລາຍ​ໃຫຍ່ອື່ນໆ​ ກໍ​ມີ​ ບຣາຊິ​ລ ​ແລະ​ປາ​ກິ​ສຖານ ​ຊຶ່ງຄາດ
​ກັນວ່າ ​ທັງ​ສອງປະ​ເທດຈະເພີ່ມ​ການ​ສົ່ງເຂົ້າອອກຂາຍ​ສູ່​ຕະຫລາດ​ໂລກ ເຊ່ນກັນ.

ທ່ານ ຊາ​ມາ​ເຣນດູ ​ໂມ​ຮັນ​ຕີ (Samarendu Mohanty) ນັກ​ເສດຖະສາດປະ​ຈໍາ​ສະ​ຖາ
​ບັນ​ຄົ້ນຄວ້າເຂົ້ານາໆຊາດ​ IRRI ທີ່​ຕັ້ງ​ຢູ່​ຟິລິບ​ປິນ ກ່າວ​ວ່າ ລັດຖະບານ​ໄທ​ຈະ​ຕ້ອງ​ໄດ້
​ເກື້ອ​ກຸນ​ລາຄາ​ເຂົ້າສົ່ງ​ອອກ​ ແກ່​ພວກ​ຊາວນາ ​ເພື່ອໃຫ້ແຂ່ງ​ຂັນກັບປະ​ເທດ​ອື່ນໆ​ໃນຕະ
ຫລາດ​ໂລກ​ໄດ້ ຊຶ່ງ​ທ່ານ​ກ່າວ​ວ່າ ມັນ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ຊາວໄທຜູ້ເສຍ​ພາສີ​ທັງຫລາຍ.
ທ່ານ ​ໂມ​ຮັນ​ຕີ ກ່າວ​ວ່າ:

“ຈະ​ມີການ​ເກື້ອ​ກຸນ​ການສົ່ງ​ອອກ. ດັ່ງ​ນັ້ນ ໂຄງການ​ທີ່ຈະນໍາ​ມາ​ປະຕິບັດ ກໍ​ແມ່ນ​ໃຫ້
ລັດຖະບານ​ໄທ​ຂາຍ​ເຂົ້າຂອງ​ຕົນອອກ ໃນລະຫວ່າງ​ລັດຖະບານກັບລັດຖະບານ ຫລື
ອອກ​ໜັງສື​ອະນຸຍາດ
ໃຫ້ສົ່ງ​ອອກ ຊຶ່ງຂ້າພະ​ເຈົ້າຄາດໝາຍວ່າຈະ​ພາ​ໃຫ້ລາຄາ​ເຂົ້າ​ໂລກ
ຕົກຕໍ່າລົງ. ນັ້ນ​ແຫລະ ຈະ​ແມ່ນຜົນ​ກະທົບທີ່​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງຂອງໂຄງກາ​ນນີ້​
ຂອງ
ໄທ ຕໍ່ຕະຫລາດ​ໂລກ. ຜົນ​ກະທົບ​ຕໍ່​ຊາວ​ໄທ ກໍ​ຄື ມັນ​ຈະເປັນ​ການສິ້ນ​ເປືອງ​ແກ່
ປະ​ຊາ​ຊົນ​ໄທ​ຜູ້
ເສຍ​ພາສີ ຢ່າງຫລວງຫລາຍ​ພໍ​ສົມຄວນ ​ແລະ​ເຂົ້າໄທ​ຈະ​ແພງຂຶ້ນກວ່າ
​ເກົ່າ​ໃນ​ຕະຫລາດ​ພາຍ​ໃນ​ປະ​ເທດ. ໂຄງການ​ຂອງ​ໄທ​ແມ່ນ​ຈະ
ເປັນ​ການເກື້ອ​ກຸນ​ແກ່
ພວກ​ອຸບປະໂພ​ກບໍລິ​ໂພ​ກຊາດ​ອື່ນໆ​ຂອງໂລກ​.”

ທ່ານ ອໍາມາ ສະ​ຍາມ​ວັລລາ(Ammar Siamwalla) ປະທານ​ອົງການຄົ້ນ​ຄ້ວາພາກ
ສ່ວນ​ເອກະ​ຊົນທີ່​ຊື່ວ່າ ສະຖານະບັນ​ຄົ້ນຄວ້າ​ດ້ານການ​ພັດທະນາ​ໄທ ຫລື TDRI
ກ່າວ​ວ່າ ພວກ​ທີ່​ຈະໄດ້​ຮັບ​ຜົນ​ປະ​ໂຫຍ​ດຫລາຍ​ກ່ວາ​ໝູ່ນັ້ນ ​ຈະ​ແມ່ນ​ພວກ​ຜະລິດ​ເຂົ້າ
ລາຍ​ໃຫຍ່ໆ​. ທ່ານ​ຢ້ານ​ກົວ​ວ່າ ​ໂຄງການ​ດັ່ງກ່າວ​ອາດຈະ​ສົ່ງ​ຜົນ​ໃຫ້​ເກີດມີ​ບໍລິສັດ
ເຂົ້າ​ແຫ່ງ​ຊາດ ທີ່​ດໍາ​ເນີນ​ການ​ໂດຍລັດຖະບານ​ ຊຶ່ງຈະ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ແກ່
ພາກສ່ວນ​ສົ່ງ​ອອກ​ເຂົ້າ​ເອກະ​ຊົນ​ຂອງ​ໄທນັ້ນ. ທ່ານ ສະ​ຍາມ​ວັລລາ ກ່າວ​ວ່າ:

ຜົນ​ກະທົບໃຫຍ່ໆ​ນັ້ນ​ກໍ​ແມ່ນ​ວ່າ ມັນ​ຈະທໍາລາຍ​ວົງ​ການ​ອຸດສາຫະກໍາ​ເຂົ້າ​ເອກະຊົນ
​ຂອງ​ພວກ​ເຮົາ
ໂດຍ​ສະ​ເພາະແລ້ວ ​ກໍ​ແມ່ນນັບ​ຕັ້ງ​ແຕ່​ພວກ​ໂຮງສີ​ເຂົ້າລາຍ​ນ້ອຍໆຂຶ້ນ
​ມາ
ຄື​ວ່າ​ພວກ​ເຮົາ​ມີ​ລາຄາ​ເຂົ້າທີ່​ສູງ​ກວ່າ​ຕະຫລາດທົ່ວ​ໄປ ​ເຖິງ 50 ​ເປີ​ເຊັນ ​ແມ່ນ​ບໍ່?
ແລ້ວ​ພວກ​ເຮົາ​ຈະ​ຂາຍ​ເຂົ້າ​ໄດ້​ຢ່າງ​ໃດ
? ແລະ​ຄໍາ​ຕອບ​ຕໍ່​ຄໍາ​ຖາມ​ຂອງທ່ານ ກໍ​ແມ່ນ​
ນອນ​ຢູ່​ໃນ​ຫັ້ນ​ແຫລະ
ກໍ​ຄື​ວ່າ ລັດຖະບານຈະ​ເຂົ້າມາ​ດໍາ​ເນີນ​ກິດ​ຈະ​ການ​ຂາ​ຍ​ເຂົ້າ
​ແທນ
ຫລື​ແນວ​ໃດ?

ທ່ານ ອໍາມາ ສະຍາມ​ວັລລາ ກ່າວ​ວ່າ​ ນອກ​ນີ້​ແລ້ວ ໂຄງການ​ດັ່ງກ່າວຂອງ​ລັດຖະບານ
ກໍອາດ​ຈະກໍ່​ໃຫ້ເກີດ​ມີ​ການ​ສໍ້ລາດ​ບັງ​ຫລວງ​ໄດ້​ງ່າຍ ​ແລະການ​ຂາດເຂີນ​ງົບປະມານ​.

ໂຄງການ​ທໍານອງ​ດຽວ​ກັນ​ນີ້​ໃນ​ປີ 2008 ​ບໍ່ໄດ້ປະສົບ​ຜົນສໍາ​ເລັດ​ຍ້ອນ​ມີ​ການຂາດ​ເຂີນ
​ງົບປະມານ ​ຫລາຍ​ກວ່າ 1,400 ລ້ານ​ໂດ​ລາ. ທາງກະ​ຊວງ​ກະ​ເສດ​ສະຫະລັດ​ໄດ້ເຕືອນ
​ວ່າ ຖ້າ​ຫາກ​ລັດຖະບານ​ໄທ​ໃຊ້ເງິນສົງເຄາະ​ຂອງ​ລັດຖະບານ ​ເພື່ອ​ເກື້ອ​ກຸນການ​ສົ່ງ​ອອກ
​ເຂົ້າ​ໃນ​ລາ​ຄາ​ທີ່​ຕໍ່າ​ກວ່າ​ທີ່​ຕົນ​ຈ່າຍໃຫ້​ພວກ​ຊາວນາ​ໄທ​ແລ້ວ ມັນກໍ​ອາດຈະ​ເປັນ​ການ​ຝ່າຝືນ​
ຕໍ່​ກົດ​ລະບຽບ​ຂອງອົງການ​ຄ້າ​ໂລກ.

XS
SM
MD
LG