ມີອົບພະຍົບຊາວມຽນມາຢ່າງໜ້ອຍ 30 ຄົນເສຍຊີວິດແລະ 200 ຄົນໄດ້ຮັບບາດເຈັບ ຍ້ອນອັກຄີໄພ ທີ່ສູນອົບພະຍົບແຫ່ງນຶ່ງ ໃນ ພາກເໜືອຂອງໄທ ໃນມື້ວັນສຸກວານນີ້.
ເຈົ້າໜ້າທີ່ເວົ້າວ່າ ໄຟເລີ້ມລຸກໄໝ້ ໃນເວລາປະມານ 4 ໂມງແລງ ຕາມເວລາທ້ອງຖິ່ນໂດຍໄດ້ທຳລາຍຕູບອາຄານພັກເຊົາປະມານ
100 ຫຼັງ ສຸກສາລາ ພ້ອມທັງບ່ອນແຈກຢາຍອາຫານຂອງສູນດັ່ງ
ກ່າວ.
ອົງການອົບພະຍົບຂອງສະຫະປະຊາຊາດ ຫຼື UNHCR ກ່າວໃນ ວັນເສົາມື້ນີ້ວ່າຕົນໄດ້ສົ່ງຍານພາຫະນະແລະການສະໜັບສະໜຸນ
ອື່ນໆໄປຊ່ອຍພວກອົບພະຍົບ ທີ່ໄດ້ຮັບບາດເຈັບໃນທັນທີ.
ພວກເຈົ້າໜ້າທີ່ ກ່າວວ່າ ການດຳເນີນຄວາມພະຍາຍາມບັນເທົາ
ທຸກແມ່ນໄດ້ຮັບການປະສານງານ ໂດຍພວກເຈົ້າໜ້າທີ່ປະຈຳຈັງ
ຫວັດ ຂອງລັດຖະບານ ແຫ່ງຣາຊະອານາຈັກໄທ ແລະພວກເຈົ້າ
ໜ້າທີ່ປະຈຳສູນ.
ສູນອົບພະຍົບທີ່ສອກຫຼີກຫ່າງໄກດັ່ງກ່າວໄດ້ສ້າງຕັ້ງຂຶ້ນໃນປີ 1992 ສຳລັບພວກອົບພະຍົບ ທີ່ຫຼົບໜີບັນຫາຂັດແຍ້ງ ລະຫວ່າງຊົນຊາດຊົນເຜົ່າ ຢູ່ໃນມຽນມາ ຊຶ່ງເປັນບ່ອນພັກພາອາໄສ ຂອງພວກອົບພະຍົບປະມານ 3,500 ຄົນ.