ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທປ່ອຍພວກອົບພະຍົບ ຈາກປາກີສຖານ


ພວກອົບພະຍົບຈາກປາກີສຖານ ພາກັນຍ່າງເປັນແຖວອອກມາຈາກສູນຄຸມຂັງແຫ່ງນຶ່ງໃນບາງກອກ ຫລັງຈາກທາງການໄທປ່ອຍໂຕເຂົາເຈົ້າ, ວັນທີ 6 ມິຖຸນາ 2011.
ພວກອົບພະຍົບຈາກປາກີສຖານ ພາກັນຍ່າງເປັນແຖວອອກມາຈາກສູນຄຸມຂັງແຫ່ງນຶ່ງໃນບາງກອກ ຫລັງຈາກທາງການໄທປ່ອຍໂຕເຂົາເຈົ້າ, ວັນທີ 6 ມິຖຸນາ 2011.

ທາງ​ການ​ໄທ​ໄດ້​ປ່ອຍ​ໂຕ​ພວກ​ສະມາຊິກ​ 96 ຄົນຂອງ​ນິ
ກາຍ​ນ້ອຍໆ​ນິກາຍ​ນຶ່ງ​ຂອງ​ສາສະໜາ​ອິສລາມ ຫລັງ​ຈາກ
ທີ່​ໄດ້​ກັກ​ຂັງເຂົາ​ເຈົ້າ​ໄວ້ ເກືອບ 6 ​ເດືອນ.

ພວກ​ນັບຖື​ນິກາຍ​ Ahmadiya ​ກຸ່ມ​ນີ້ໄດ້​ພາ​ກັບ​ຫລົບໜີ​ຈາກ​ປາ​ກີ​ສ ຖານ ບ່ອນ​ທີ່ພວກ​ເຂົາ​ເຈົ້າ​ຖືກ​ປະ​ຫັດ​ປະຫານ. ທັງ​ໝົດ​ນັ້ນໄດ້​ຖືກ​ຮັບ​ຮູ້​ວ່າເປັນ​ອົບ​ພະຍົບ ຈາກ​ສະຫະ​ປະຊາ​ຊາດ ຍົກ​ເວ້ນແຕ່ພຽງ 2 ຄົນເທົ່າ​ນັ້ນ​. ກຸ່ມອົບ​ພະຍົບດັ່ງ ກ່າວ​ ຊຶ່ງ​ຮວມທັງ​ເດັກນ້ອຍ 34 ຄົນ​ທີ່​ມີ​ອາຍຸ​ຕໍາ​ກວ່າ 12 ຂວບ ​ໄດ້​ຖືກຈັບ​ ​ເວລາຕໍາຫລວດ​ໄທ​ບຸກ​ເຂົ້າ​ກວດ​ຄົ້ນ ສະຖານ​ທີ່​ແຫ່ງ​ນຶ່ງ​ ໃນ​ເດືອນ​ທັນວາ​ປີ​ແລ້ວ​ນີ້.

ບັນດາ​ກຸ່ມ​ສົ່ງ​ເສີມ​ສິດທິ​ອົບ​ພະຍົບກ່າວ​ວ່າ ພວກ​ຖື​ນິກາຍ Ahmadiya ຖືກ​ປ່ອຍ​ເປັນ​ອິດ​ສະລະ​ໃນ​ວັນ​ຈັນ​ມື້​ນີ້ ຫລັງ​ຈາກ​ພວກ​ກຸ່ມ​ສົ່ງ​ເສີມ​ອົບພະຍົບ​ໃນ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັບ​ຄະນະ​ກໍາມາ​ທິການ​ສົ່ງເສີມ​ສິດທິ​ມະນຸດ​ແຫ່ງ​ຊາດ​ຂອງ​ໄທ ​ໄດ້ຈັດ​ຕັ້ງ​ກອງ​ທຶນ​ນຶ່ງ​ຂຶ້ນ​ເພື່ອ​ຫາ​ລາຍໄດ້​ ສໍາລັບ​ເສຍ​ຄ່າ​ປະກັນ​ໂຕ​ພວກ​ເຂົາ​ເຈົ້າ​ນັ້ນ.

ພວກ​ອົບ​ພະຍົບ 96 ຄົນ​ນີ້​ ຈະໄດ້​ຮັບ​ອະນຸຍາດ​ໃຫ້ຢູ່​ໃນ​ບາງກອກ​ຢ່າງ​ເສລີ​ໄດ້ຕໍ່​ໄປ​ ຈົນ​
ກວ່າວ່າທາງ​ຫ້ອງການອົບ​ພະຍົບຂອງສະຫະ​ປະຊາ​ຊາດ ຈະ​ສາມາດ​ສົ່ງ​ພວກ​ເຂົາ​ເຈົ້າ​ໄປ​
ຕັ້ງ​ຖິ່ນ​ຖານ​ຢູ​ໃນ​ປະ​ເທດ​ທີ 3 ໄດ້.

XS
SM
MD
LG