ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນະໂຍບາຍ ອົບພະຍົບ ທີ່ເຄັ່ງຄັດຂຶ້ນ ຂອງໄທ ພວມໄດ້ຮັບ ການກວດສອບ


ບັນດາຜູ້ຕ້ອງສົງໄສທີ່ເປັນຊົນເຜົ່າ Uighurs ຈາກຈີນ ທີ່ມາຈາກ ເຂດ Xinjiang ໃນພາກຕາເວັນຕົກຂອງຈີນ.
ບັນດາຜູ້ຕ້ອງສົງໄສທີ່ເປັນຊົນເຜົ່າ Uighurs ຈາກຈີນ ທີ່ມາຈາກ ເຂດ Xinjiang ໃນພາກຕາເວັນຕົກຂອງຈີນ.

ບັນດາ​ກຸ່ມປົກ​ປ້ອງ​ສິດທິ​ມະນຸດ ​ແລະ​ອົງການ​ຈັດຕັ້ງສັງຄົມ​ພົນ
ລະ​ເຮືອນອົບ​ພະຍົບກ່າວ​ວ່າ ນະ​ໂຍບາຍ​ຂອງ​ປະ​ເທດ​ໄທ ທີ່​ມີ
​ຕໍ່ພວກ​ຊອກ​ຫາ​ບ່ອນ​ລີ້​ໄພ ​ແລະ​ອົບ​ພະຍົບ ​ໄດ້​ເຄັ່ງ​ຄັດ​ຂຶ້ນ​ໃນ
​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ ທ່າມກາງ​ທີ່​ມີ​ການຈັບ​ກຸມ ​ແລະ​ເນລະ​
ເທດ​ເພີ້ມຂຶ້ນ ​ແມ່ນ​ແຕ່​ກ່ອນທີ່​ພວກ​ທະຫານ​ໄດ້​ເຂົ້າກຳ​ອຳນາດ
​ໃນ​ປີ 2014 ​ເສຍ​ອີກ.

​ແຕ່​ການ​ເອົາ​ທ່າ​ທີທີ່ເຄັ່ງຄັດ ​ໃນ​ການ​ຮັບ​ມື​ກັບ​ການ​ຊອກ​ຫາ
ບ່ອນ​ລີ້​ໄພ​ຂອງ​ຊາວ​ຈີນ ​ແລະ​ພວກ​ທີ່​ຄັດຄ້ານ​ລັດຖະບານອຶ່ນໆ
​ໄດ້​ສ້າງ​ຄວາມ​ຕົກ​ໃຈໃຫ້​ບັນດາ​ກຸ່ມ​ປົກ​ປ້ອງສິດທິ​ມະນຸດ ​ທ່າມ
ກາງໃນອັນ​ທີ່​ເຂົາ​ເຈົ້າ​ກ່າວວ່າ ປັກ​ກິ່ງເພີ້​ມການໃຊ້​ອິດ​ທິພົນ​ໃນ
​ການແຊກ​ແຊງ​ກ່ຽວກັບ​ນະ​ໂຍບາຍ​ຂອງ​ໄທທີ່​ມີ​ຕໍ່​ບັນດາ​ຜູ້ຊອກ​ສະ​ແຫວ​ງຫາ​ບ່ອນ​ລີ້​ໄພ ​ແລະ​ອົບ​ພະຍົບ.

ພວກ​ອົບ​ພະ​ຍົບ ຊຶ່ງ​ມັກ​ຈະ​ເດີນທາງ​ດ້ວຍ​ວີ​ຊາ​ທ່ອງທ່ຽວ ​ແລະ​ຫວັງ​ຈະ​ໄດ້​ຮັບ ຖານະ​ການ​
ຂໍລີ້​ໄພ​ທີ່​ເປັນ​ທາງ​ການ ຊຶ່ງ​ຕາມ​ປົກກະຕິ​ແລ້ວ​ແມ່ນ​ຫລົບໜີ​ການ​ປະ ຫັດ​ປະຫານ ​ແລະ​ມີ
​ຄວາມຢ້ານກົວ​ໃນ​ຖານະທີ່​ເປັນ​ຊົນ​ກຸ່ມນ້ອຍ ​ໂດຍ​ສະ​ເພາະ​ຢູ່​ໃນເຂດເອ​ເຊຍ​ໃຕ້.

ບັນດາລົດ ແລະລົດໄຟພາກັນຂ້າມຂົວທັກສິນ ພາກກາງຂອງບາງກອກ.
ບັນດາລົດ ແລະລົດໄຟພາກັນຂ້າມຂົວທັກສິນ ພາກກາງຂອງບາງກອກ.

ທ່ານ​ນາງ Julia Mayerhofer ຜູ້ອຳນວຍການ​ອົງການ​ຕາໜ່າງສິດທິອົບ​ພະຍົບ ​ໃນ​ເຂດ​
ເອ​ເຊຍ​ປາຊິຟິກ ກ່າວ​ວ່າ ບັນຍາກາດ​ຄວາມປອດ​ໄພ​ຢູ່​ໃນ​ປະ​ເທດ​ໄທ ສຳລັບ​ອົບ​ພະ​ຍົບ
ໄດ້​ເຊຶ່ອມ​ໂຊ​ມລົງ ​ມາ​ເປັນ​ເວລາ​ຫລາຍ​ປີ​ແລ້ວ.

ທ່ານ​ນາງ Mayerhofer ​ໄດ້​ກ່າວເຖິງ​ຮ່ອງ​ຮອຍກ່ອນ​ໜ້ານີ້ ​ເຖິງແຮງ​ພັກ​ດັນ​ໄປ​ສູ່່​ນະໂຍ
ບາຍ​ທາງ​ເລື​ອກຂອງການ​ເປັນ​ປາກ​ກະບອກ​ສຽງ ​ໃນການ​ກັກ​ຂັງ​ພວກ​ອົບ​ພະຍົບ ​ໂດຍ​
ສະ​ເພາະບັນດາ​ເດັກນ້ອຍ​ທີ່​ໄດ້ຕົກ​ຫລົ່ນໄປ​ຢູ່​ທາງ​ຂ້າງ.

ພວກ​ອົົບ​ພະ​ຍົບ ​ແລະ​ບັນດາ​ຜູ້​ຊອກ​ຫາ​ບ່ອນ​ລີ້​ໄພ​ຢູ່​ໃນ​ປະ​ເທດ​ໄທ ຍັງ​ສືບ​ຕໍ່ຕົກ​ຢູ່ອັນ
ຕະລາຍ​ ຕາບ​ໃດ​ທີ່​ຍັງ​ບໍ່​ມີ​ກົດໝາຍ​ແຫ່ງ​ຊາດ ​ແລະ​ຂອບ​ທາງ​ດ້ານກົດ​ໝາຍ​ຊຶ່ງ​ປະ​ເທດ​ດັ່ງກ່າວ ບໍ່​ໄດ້​ຮ່ວມ​ລົງ​ນາມ​ໃນ​ສົນທິສັນຍາ​ອົບ​ພະຍົບ ສະບັບປີ​ປີ 1951 ຂອງ​ອົງການ
ສະຫະ​ປະຊາ​ຊາດ.​

ຊົນເຜົ່າ Uighur ມຸສລິມ ພາກັນລຽນແຖວຢູ່ຂ້າງລົດຕຳຫລວດທີ່ Khlong Hoi Khong ພາກໃຕ້ຈັງຫວັດ ສົງຂລາ ປະເທດໄທ.
ຊົນເຜົ່າ Uighur ມຸສລິມ ພາກັນລຽນແຖວຢູ່ຂ້າງລົດຕຳຫລວດທີ່ Khlong Hoi Khong ພາກໃຕ້ຈັງຫວັດ ສົງຂລາ ປະເທດໄທ.

XS
SM
MD
LG