ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານໄທຍົກເລີກ ການປະກັນໂຕ 2 ຜູ້ນຳເສື້ອແດງ


ພວກຜູ້ນຳຂອງຂະບວນການເສື້ອແດງ ຫຼື ນປຊ ຂອງໄທ, ນາຍຈະຕຸພອນ ພຣົມພັນ (ຊ້າຍ) ແລະນາຍນິສິດ ສິນທຸໄພຣ ຍົກມືຂຶ້ນໃນບ່ອນຂັງ ຢູ່ສານອາຍາຂອງໄທ ທີ່ບາງກອກ ຂະນະທີ່ພວກເຂົາເຈົ້າຖືກນຳໂຕໄປຄຸມຂັງ (12 ພຶດສະພາ 2011)
ພວກຜູ້ນຳຂອງຂະບວນການເສື້ອແດງ ຫຼື ນປຊ ຂອງໄທ, ນາຍຈະຕຸພອນ ພຣົມພັນ (ຊ້າຍ) ແລະນາຍນິສິດ ສິນທຸໄພຣ ຍົກມືຂຶ້ນໃນບ່ອນຂັງ ຢູ່ສານອາຍາຂອງໄທ ທີ່ບາງກອກ ຂະນະທີ່ພວກເຂົາເຈົ້າຖືກນຳໂຕໄປຄຸມຂັງ (12 ພຶດສະພາ 2011)

ສານແຫ່ງນຶ່ງຂອງໄທໄດ້ສົ່ງພວກຜູ້ນຳ 2 ຄົນ ຂອງຂະ
ບວນການເສື້ອແດງຫຼື ນປຊ ກັບຄືນໄປເຂົ້າຄຸກອີກເພື່ອ
ລໍຖ້າການດຳເນີນຄະດີ ໃນຂໍ້ຫາຈຳນວນນຶ່ງ ທີ່ສືບເນື່ອງ
ມາຈາກການປະທ້ວງທີ່ຮຸນແຮງໃນປີກາຍນີ້.

ສານຂອງໄທໄດ້ຕັດສິນໃນວັນພະຫັດມື້ນີ້ວ່າ ບຸກຄົນທັງ 2
ໄດ້ລະເມີດເງື່ອນໄຂໃນການປະກັນໂຕໂດຍໄດ້ກ່າວຕຳໜິຕິ
ຕຽນກະສັດໄທໃນການໂຮມຊຸມນຸມເມື່ອ ວັນທີ 10 ເມສາ
ຜ່ານມາແລະເວົ້າວ່າການໃຫ້ຄວາມເຫັນດັ່ງກ່າວແມ່ນຍຸແຍ່
ເພື່ອໃຫ້ເກີດຄວາມວຸ້ນວາຍ.

ບຸກຄົນທັງສອງ ຊຶ່ງໄດ້ແກ່ນາຍຈະຕຸພອນ ພຣົມພັນແລະນາຍນິສິດ ສິນທຸໄພຣແມ່ນຮວມຢູ່
ໃນກຸ່ມພວກຜູ້ນຳເສື້ອແດງ 9 ຄົນ ທີ່ຖືກກ່າວຫາວ່າກໍ່ການຮ້າຍ ລຸນ ຫຼັງການປະທ້ວງໃນປີ
ກາຍຊຶ່ງໄດ້ຖືກທັບມ້າງໂດຍກຳລັງຮັກສາຄວາມສະຫງົບຂອງໄທ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 90
ກວ່າຄົນນັ້ນ.

ນາຍຈະຕຸພອນ ເປັນສະມາຊິກສະພາແຫ່ງຊາດທີ່ຖືກຍຸບໃນສັບປະດານີ້ ແລະເປັນຜູ້ສະມັກ
ເຂົ້າແຂ່ງຂັນ ເອົາຕຳແໜ່ງດັ່ງກ່າວອີກ ຂອງແນວໂຮມປະຊາທິປະໄຕ ຕ້ານຜະເດັດການຫຼື
ນປຊ.

XS
SM
MD
LG