ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ເສື້ອແດງ ຂອງໄທ ຈະຖືກຕິດຄຸກ ຖານທຳລາຍຊື່ສຽງ


ທ່ານຈະຕຸພອນ ພຣົມພັນ ຫົວໜ້າຂະບວນການ"ເສື້ອແດງ" ຂອງໄທ ກ່າວຕໍ່ຜູ້ສະໜັບສະໜູນ.
ທ່ານຈະຕຸພອນ ພຣົມພັນ ຫົວໜ້າຂະບວນການ"ເສື້ອແດງ" ຂອງໄທ ກ່າວຕໍ່ຜູ້ສະໜັບສະໜູນ.

ຜູ້​ນຳຄົນ​ສຳຄັນ ​ທີ່ສະໜັບສະໜູນ​ອະດີດນາຍົກລັດຖະມົນ​ຕີ ທັກສິນ ຊິນນະ​ວັດ ຈະ​ໃຊ້​
ເວລາ​ໃນ​ປີໜ້າ​ຕິດ​ຄຸກ ​ໃນ​ຖານ​ທຳລາຍ​ຊື່​ສຽງ ອະດີດນາຍົກລັດຖະມົນຕີ ອີກຄົນ​ນຶ່ງ.

ສານ​ສູງ​ສຸດ​ໄດ້​ຕັດສິນ​ໃນ​ວັນ​ພະຫັດ​ວານນີ້ວ່າ ທ່ານຈະຕຸ​ພອນ ພຣົມພັນ ​ໄດ້​ມີ​ຄວາມ
​ຜິດ ​ທີ່ຮ້ອງນາຍົກລັດຖະມົນ​ຕີໃນ​ເວລາ​ນັ້ນ ຄື ທ່ານ ອະພິສິດ ​ເວດ​ຊາ​ຊີວະ ຢູ່​ໃນ​ຄຳ
​ປາ​ໄສໃນ​ປີ 2010 ວ່າ ​ເປັນ​ຄາດ​ຕະກອນ​ ທີ່​ທ່ານ​ໄດ້​ກ່າວ​ໃນລະ ຫວ່າງ​ການ​ປະ​ທ້ວງ
​ຢູ່​ຕາມຖະໜົນ​ໃນ​ບາງກອກ ຕ້ານລັດຖະບານນິຍົມ​ແນວທາງ​ເດີມ ​ຂອງທ່ານອະພິສິດ
ໂດຍ​ອັນ​ທີ່​ຮ້ອງ​ວ່າ ​ພວກ​ເສື້ອ​ແດງ ຈາກ​ຂະ​ບວນການນິຍົມ​ປະຊາທິປະ​ໄຕ.

ການ​ປະ​ທ້ວງ​ສິ້ນ​ສຸດ​ລົງ​ດ້ວຍ​ການ​ນອງ​ເລືອດ​ ດ້ວຍ​ການ​ປະ​ທະ​ກັນ​ກັບ​ທະຫານ ​ແລະ
​ພວກ​ເສື້ອ​ແດງ ​ເຮັດ​ໃຫ້​ຫລາຍສິບ​ຄົນ​ເສຍ​ຊີວິດ.

ສານ​ຊັ້ນ​ຕົ້ນ​ກ່ອນ​ໜ້າ​ນັ້ນ​ໄດ້​ຍົກ​ຟ້ອງ​ການ​ກ່າວ​ຫາທຳ​ລາຍຊື່​ສຽງ ຕໍ່ທ່ານຈະຕຸ​ພອນ.

ປະ​ເທດ​ໄທ ​ໄດ້ເກີດ​ຄວາມ​ບໍ່​ສະຫງົບ​ທາງການ​ເມືອງ​ ມາແຕ່​ປີ 2006 ​ເວ​ລາ ທ່ານທັກ
ສິນ ​ໄດ້​ຖືກ​ໂຄ່ນ​ລົ້ມ ​ໂດຍ​ພວກ​ເສື້ອເຫ​ລື​ອງ ທີ່​ຈົງ​ຮັກ​ພັກດີ​ຕໍ່​ກະສັດ ​ແລະ​ພວກ​ຫົວ​
ກະທິ​ທີ່​ຄອບ​ງຳ​ໂດຍທະຫານ. ຂະ​ບວນການ​ເຄື່ອນ​ໄຫວ​ຂອງ​ພວກ​ເສື້ອເຫລືອງ​ ໄດ້
​ພາ​ໃຫ້​ເກີດພວກ​ເສື້ອ​ແດງ ​ທີ່​ສະໜັບສະໜູນ ທ່ານ​ທັກສິນ ຊຶ່ງຢູ່​ໃນ​ຖັນ​ແຖວ​ແມ່ນ​
ຮວມທັງ​ຄົນ​ທຸກ​ຈົນ​ຢູ່​ຕາມຊົນນະ​ບົດ ​ທີ່​ໃຫ້ການ​ສະໜັບສະ ໜູນ​ຢ່າງ​ແຂງຂັນແກ່​ນະ​
ໂຍບາຍ​ທ່ານ​ທັກສິນ. ​ ​ທ່ານ​ທັກສິນເອງ​ໄດ້​ໄປລີ້​ໄພຢູ່ຕ່າງປະ​ເທດ ນັບ​ແຕ່​ປີ 2008
​ເປັນຕົ້ນມາ ​ເພື່ອ​ຫລີກ​ຫລ່ຽງການ​ກ່າວ​ຫາ​ສໍ້​ລາດ​ບັງ​ຫລວງ ທີ່​ໄດ້​ມີ​ການຍື່ນ​ຟ້ອງ​
ທ່ານນັ້ນ.

ກອງທັບ​ຂອງ​ໄທ​ ໄດ້​ປົກຄອງ​ປະ​ເທດມາ​ແຕ່​ປີ 2014 ​ເວລາພວກ​ທະຫານ​ໄດ້ ໂຄ່ນ
​ລົ້ມ​ ນ້ອງສາວ​ຂອງ​ທ່ານ​ທັກສິນ ທ່ານ​ນາງ​ຍິ່ງລັກ ຊິນນະ​ວັດ ທີ່​ໄດ້​ຖືກ​ເລືອກຕັ້ງ​ໃຫ້​
ເປັນ​ນາຍົກລັດຖະມົນຕີ​ເປັນ​ເວລາ​ສາມ​ປີ​ກ່ອນ​ໜ້ານັ້ນ. ທ່ານ​ນາງ​ໄດ້​ຖືກ​ກ່າວ​ຫາ​ວ່າ
ບໍ່​ເອົາ​ໃຈ​ໃສ່ ໂຄງກາ​ນຊື້​ເຂົ້າ​ ທີ່​ລັດຖະບານ​ໃຫ້​ເງິນ​ສະໜັບ ສະ​ໜຸນ​ໃນລາຄາ​ແພງ
ທີ່​ທ່ານ​ນາງ​ໄດ້​ກຳກັບນັ້ນ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG