ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຕິກິລິຍາ ຕຳຫຼວດໄທ ຕໍ່ການວາງແຜນ ຄາດຕະກຳ ນັກທ່ອງທ່ຽວ ອິສຣາແອລ


ພະລາຊະວັງຫລວງ ທີ່ບາງກອກ
ພະລາຊະວັງຫລວງ ທີ່ບາງກອກ
ບັນ​ດາ​ເຈົ້າ​ໜ້າ​ທີ່​ໄທ ກ່າ​ວ​ວ່າ ເຂົາ​ເຈົ້າ​ຫວັງ​ວ່າ ເຂົາ​ເຈົ້າ​ໄດ້ພົບ
​ເຫັນ​ແຜນຫລ້າ​ສຸດຢູ່​ໃນ​ປະ​ເທດ​ເອ​ເຊຍ​ອາ​ຄະ​ເນທີ່​ຈະ​ທຳ​ການ
​ໂຈມ​ຕີນັກ​ທ່ອ​ງ​ທ່ຽວ​ ຊາວ​ໜຸ່ມ​ອິ​ສ​ຣາ​ແອ​ລ. ​ນັກ​ຂ່າວ ວີ​ໂອ​ເອ
Steve Herman ລາຍ​ງານ​ຈາກບາງກອກ.

​ກົມ​ຕຳ​ຫລວດ​ໄທ ກ່າວ​ວ່າ​ ການ​ຮັກ​ສາຄວາມ​ປອດ​ໄພ​ໄດ້​ເພີ້​ມ​
ຂື້ນ ​ຢູ່​ອ້ອມ​ແອ້ມ ບ່ອນ​ນັກ​ທ່ອງ​ທ່ຽວ​ອິ​ສ​ຣາ​ແອ​ລ ມັກ​ມາ​ຢ້ຽມ​
ຢາມ​ນັ້ນ ເຖິງ​ແມ່ນ​ວ່າ ບັນ​ດາ​ເຈົ້າ​ໜ້າ​ທີ່ລັດ​ຖະ​ບານ​ໄທ ​ປະ​ຕິ
​ເສດການ​ເຜີຍ​ແຜ່​ລາຍ​ງານ​ວ່າມີ​ເຖິງ​ເກົ້າ​ຄົນ ​ທີ່ພົວ​ພັນ​ກັບກຸ່ມ​
ຫົວ​ຮຸ​ນ​ແຮງ ເລ​ບາ​ນອນ Hezbollah ທີ່​ອາດ​ຈະຊອກຫາ​ໂຕ​ຢູ່
​ໃນ​ປ​ະ​ເທດ.

ໂຄ​ສົກ​ກົມຕຳ​ຫລວດລາຊະ​ອາ​ນາ​ຈັກ​ໄທ ກ່າວ​ວ່າ ພົນຕຳຫຼວດ​ຕີ ພິ​ຍາ ອຸ​ຕາ​ໂຍ ກ່າວ​ວ່າ ​ໄດ້​ມີການເພີ້​ມການຮັກ​ສາ​ຄວາມ​ປອດ​ໄພ ບໍ່ພຽງ​ແຕ່ໃນນະ​ຄອນ​ຫລວງບ​າງກອກເທົ່າ​ນັ້ນ ແຕ່​ຢູ່​ທົ່ວ​ປະ​ເທດນຳ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ​ ເຂົາ​ເຈົ້າ​ຫວັງ​ວ່າ ​ໂດຍ​ການຈັບ​ກຸມ​ແລະ​ຄວບ​ຄຸມ​ໂຕ​ຜູ້​ຕ້ອງ​ສົງໄສ​ ສອງ​ຄົນໄວ້ນັ້ນ ພວກ​ຕົນ​ໄດ້ທັບມ້າງ ແຜນ​ການ​ໂຈມ​ຕີ​ບັ້ນນຶ່ງ ຫລືອາດ​ຫລາຍ​ໆ​
ບັ້ນ ທີ່​ແນ່​ໃສ່ຄົນອິ​ສ​ຣາ​ແອ​ລ. ທັ​ງ​ສອງ ຊຶ່ງເກີດ​ຢູ່ເລ​ບາ​ນອນຖືກ​ກ່າວ​ຫາ​ວ່າ ມີ​ສ່ວນພົວພັນ​ກັບກຸ່ມ​ Hezbollah ທີ່ສະ​ຫະ​ລັດ ແລະ ​ອິ​ສ​ຣາ​ແອ​ລ ຖືວ່າເປັນ​ອົງ​ການ​ກໍ່​ການ​ຮ້າຍ.

ທາງ​ການ​ໄທ​ບົ່ງ​ຊື່ຜູ້​ຊາຍເລ​ບາ​ນອນ​ທີ່​ຖືກ​ຈັບວ່າ ​ເປັນ ທ້າວ Daoud Farhat ​ທີ່​ຖື​ສັນ​ຊາດ​ຝ​ຣັ່ງ ນຳ ແລະ ທ້າວ Youssef Ayad ​ທີ່ມີ​ໜັງ​ສື​ເດີນ​ທາງ ຟິ​ລິບ​ປີນ.

​ເອກ​ອະທິບໍດີກົມຖະ​ແຫລ​ງຂ່າວ​ ຂອງກະຊວງ​ການ​ຕ່າງປະ​ເທດ​ໄທ ທ່ານ ເສ​ກ ວັນນະ​
ເມ​ທີ ກ່າວ​ຕໍ່ ວີ​ໂອ​ເອ ວ່າ ທັງ​ສອງ​ຄົນ​ໄດ້​ຖືກ​ກັກໂຕ​ໄວ້ໃນ​ຖານ​ຝ່າ​ຝືນເງື່ອນ​ໄຂຂອງ ວິຊ່າທ່ອງ​ທ່ຽວ​ຂອງ​ເຂົາ​ເຈົ້າ ແຕ່​ວ່າ​ເຂົາ​ເຈົ້າ ບໍ່​ໄດ້​ຖືກ​ກ່າວ​ຫາ ວ່າ ​ໄດ້​ກະທຳ​ຄວາມ​ຜິດ
​ທີ່​ຮ້າຍ​ແຮງໃດໆເທື່ອ.

ທ່ານ ເສ​ກ ​ເວົ້າ​ວ່າ: ມີການພົບ​ເຫັນເອ​ກະ​ສານ​ຕ່າງໆ ທີ່ອາດ​ສາມາດ​ພົວ​ພັນ​
ກັບ
ວິທີ​ການ​ກໍ່​ຄວາມຮຸ​ນແຮງ​ໄດ້. ແຕ່​ວ່າ ​ໃນທາ​ງຝ່າຍ​ໄທ ເຮົາ​ບໍ່​ສາ​ມາດ​ລົ​ງ​
ຄວາມ​ເຫັນ​ໄດ້ວ່າ ເຂົາ​ເຈົ້າມາ​ທີ່​ນີ້
​ເພື່ອປະ​ຕິ​ບັດ​ກິດ​ຈະ​ການ​ກໍ່​ການ​ຮ້າຍ​ໃດໆ.
​ແຕ່​ວ່າ ບັນ​ດາ​ເຈົ້າ​ໜ້າ​ທີ່​ໄທ
ກໍ​ຄືຫ້ອງ​ການ​ຕຳ​ຫລວດກວດ​ຄົນ​ເຂົ້າ​ເມືອງ ໄດ້​
ຕັດ​ສິນ​ໃຈ​
ລົບ​ລ້າງວິ​ຊ່າຂອງ​ເຂົາ​ເຈົ້າ. ​ເພາະສະ​ນັ້ນ ​ເຮົາ​ກໍຈະ​ຕ້ອງ​ໄດ້​​ເຮັດ​
ຕາມ​ລະບຽບ​ການ
​ໂດຍໃຊ້​ກົດ​ໝາຍກວດ​ຄົນ​ເຂົ້າ​ເມືອງ.

​ຜູ້​ຕ້ອງ​ສົງ​ໄສ​ຄົນ​ທີ​ສາມ ທີ່ທາງເຈົ້າ​ໜ້າ​ທີອິ​ສ​ຣາ​ແອ​ລໄດ້​ແຈ້ງ ເຕືອນ​ໃຫ້ບັນດາ​ເຈົ້າ​ໜ້າ​
ທີ່​ໄທຮູ້ນັ້ນ ​ບໍ່​ໄດ້​ເຂົ້າ​ມາ​ປະ​ເທດ ອີງ​ຈາກເຈົ້າ​ໜ້າ​ທີ່​ຢູ່​ນີ້.

​ລາຍ​ງານ​ຂ່າວ​ໜັງສືພິມ​ເວົ້າ​ວ່າ ຂໍ້​ມູນ​ທີ່​ທາງອິ​ສ​ຣາ​ແອ​ລສະໜອງ​ໃຫ້​ນັ້ນ ​ບອກໃຫ້​ຮູ້
ໂດຍ​ສັງ​ເຂ​ບ ເຖິງ​ແຜນການ​ໂຈມ​ຕີຢູ່​ຫົກ​ແຫ່ງ ໃນ​ເມືອງ​ຫລວງ​ຂອງ​ໄທ.

ກະ​ຊວງ​ກິດຈະການ​ຕ່າງ​ປະ​ເທດອິ​ສ​ຣາ​ແອ​ລ ໄດ້​ປະ​ຕິ​ເສດ​ທີ່ຈະ​ເປີດ​ເຜີຍ​ລາຍ​ລະ​ອຽດ
​ໃດໆ. ​ໂຄ​ສົກ​ກ່າວ​ວ່າ ລັດ​ຖະ​ບານອິ​ສ​ຣາ​ແອ​ລ​ ມີ​ຄວາມ “ໝັ້ນ​ໃຈ​ວ່າ ທາງ​ການ​ໄທ ກຳ
ລັງ​ເອົາ​ບາດ​ກ້າວໃດໆ​ກໍ​ຕາມ ທີ່ເຫັນ​ວ່າຈຳ​ເປັນ.”

​ອິງ​ຕາມເຈົ້າ​ໜ້າ​ທີ່​ໄທນັ້ນ ພວກ​ຕ້ອງ​ສົງ​ໄສ​ມີ​ແຜນ​ຈະ​ທຳການ​ໂຈ​ມ​ຕີ ໃນ​ອາ​ທິດ​ກ່ອນ
ຕອນ​ທີ່​ມີ​ການ​ສະ​ຫລອງ​ບຸນ​ປີ​ໃໝ່​ສົງ​ການ ຊຶ່ງ​ກົງ​ກັນ​ກັບ ກາ​ນສະຫລອງ ບຸນ​
Passover ຂອງ​ຊາວ​ຍິວ.

​ລາຍ​ງານ​ສື່​ມ​ວນ​ຊົນເວົ້າ​ວ່າ ການ​ໂຈ​ມ​ຕີ​ຈຳ​ນວນ​ນຶ່ງໄດ້​ແນ່​ໃສ່ ຖະ​ໜົນ​ເຂົ້າສານ ໃນ​
ບາງກອກ ບ່ອນ​ທີ່​ພວກ​ຊາວ​ໜຸ່​ມ​ເປ້​ຖົງ ​ໂດຍ​ສະ​ເພາະ​ຊາວອິ​ສ​ຣາ​ແອ​ລ ມັກ​ພາ​ກັນ
​ໄປເຕົ້າ​ໂຮມ​ ຢູ່ທີ່​ນັ້ນ.

ທ່ານ Yoram Schweitzer ນັກ​ຄົ້ນ​ຄວ້າ​ອາ​ວຸ​ໂສ​ ທີ່ສະ​ຖາ​ບັນ​ການສຶກ​ສາ​ດ້ານຄວາມ
​ໝັ້ນ​ຄົງ​ແຫ່ງ​ຊາດອິ​ສ​ຣາ​ແອ​ລ ກ່າວ​ວ່າ ກຸ່ມ Hezbollah ມີ​ໜ່ວຍ ປະ​ຕິ​ບັດ​ງານ​ທີ່​ສະ​ລັບ​
ຊັບ​ຊ້ອນທັນ​ສະ​ໄໝ ​ຢູ່ນອກ​ຄ້າຍຂອງ​ເຂົາ ໃນເລ​ບາ​ນອ​ນ ແລະ​ໄດ້​ພະ​ຍາ​ຍາມຊຳ້​
ແລ້ວ​ຊ້ຳ​ເຫລົ່າທີ່​ຈະ​ທຳ​ການ​ໂຈມ​ຕີ​ຢູ່​ໃນປ​ະ​ເທດ​ໄທ ​ແລະ​ປ​ະ​ເທດ​ອຶ່ນໆ.

ທ່ານ Schweitzer ກ່າວ​ວ່າ : “ໃນ​ສອງ​ປີ​ທີ່​ຜ່ານ​ມາ ພວກເຂົາໄດ້​ພະ​ຍາ​ຍາມ​ຢ່າງ​
ຫລວງ
ຫລາຍ​ ທີ່​ຈະທຳການ​ໂຈມ​ຕີ​ຢູ່ນອກ​ປະ​ເທດ ບໍ່​ພຽງແຕ່​ໃນບາງກອກ ​ເທົ່າ​
ນັ້ນ ​ແຕ່
ໃນ​ເທິ​ກີ ​ໃນອິນ​ເດຍ ​ໃນ​ອາ​ເຊີ​​ໄບຈານ ແລະ​ໃນ​ບາງກອກ​ເອງ ພວກ
ເຂົາ​ກໍໄດ້​ພະ​ຍາ​ຍາມຈະ​ເຮັດ​ ໃນ​ປີ 2012. ແລະ​ກໍໄດ້​ມີ​ແຜນປະ​ຕິ​ບັດ​ານໃນ​
ປີ
1996 ເຊັ່ນ​ກັນ ​ແຕ່ໄດ້ຖືກ​ຂັດຂວາງ​ເສຍ​ກ່ອນ ຍ້ອນ​ເກີດອຸ​ປະ​ຕິ​ເຫດ. ສະ
ຫລູ​ບ​ແລ້ວ ກໍ​ແມ່ນ​ວ່າ
ພວກເຂົາ​ມີ​ຄວາມ​ສາ​ມາດ​ເຫລົ່າ​ນີ້ ​ແລະກໍມີ​ຄວາມ​ຕັ້ງ​
ໃຈ​
ສະ​ນັ້ນ ​ແນ່ນອນ​ວ່າ ​ມັນບໍ່​ແມ່ນ​ເລື້ອງແປ​ກ​ປະ​ຫລາດ.”

​ໂຄ​ສົກກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ ທ່ານ ເສ​ກ ວັນນະ​ເມ​ທີ ກ່າວ​ວ່າ ບັນ​ດາ​ເຈົ້າ​ໜ້າ​
ທີ່ໃນບາງກອກ ຮູ້​ເລື່ອງ​ນີ້ດີ ແລະກໍ​ມີ​ຄວາມ​ຕັ້ງ​ໃຈ ​ທີ່​ຈະ​ຂັດຂວາງທຸກ ​ຄວາມພະ​ຍາ​
ຍາມ​ໃດໆ ​ໃນ​ອະ​ນາ​ຄົດ.

​ທ່ານ ເສ​ກ ​ເວົ້າ​ວ່າ: ບັນດາອົງ​ກນ​ຄວາມ​ໝັ້ນຄົງ​ຂອງໄທ ຍັງ​ຄົງ​ເຝົ້າສິ້ງ​ຊອມ​
ລະວັງ​ໄພ​ຢູ່
. ​ເຂົ​າ​ເຈົ້າ​ພາ​ກັນ​ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບ ໜ່ວຍ​ຮັກ​ສາ​ຄວາມ​ປອດ​
ໄພ​ທັງ​ໝົດ ໂດຍ​ສະ​ເພາະ​ຢ່າງ​ຍິ່ງກັບອິ​ສ​ຣາ​ແອ​ລ ແລະກັບ​ປະ​ເທດ
ອື່ນໆ ອີກ​
ຫລາຍໆ​ປະ​ເທດ
ຍ້ອນຄວາມ​ຈິງ​ທີ່​ວ່າ ໄທເປັນ​ຈຸດ​ໝາຍປາຍທາງ​ຂອງພວກ​
ນັກ​ທ່ອງ​ທ່ຽວ ແລະ
​ເປັນຈຸດສູນ​ກາງຂອງສາຍ​ການ​ບິນ ໃນເອ​ເຊຍ​ອາ​ຄະ​ເນ.
ມັນ​ແມ່ນ​ຄວາມ​ເສຍປຽບ​ຢ່າງ​ນຶ່ງ ຂອງ​ການ​ເປັນ​ສູນ​ກາງຂອງສາຍ​ການ​ບິນ.”

​ປະ​ເທດ​ໄທ ເປັນຈຸດ​ໝາຍ​ປາຍທາງ ທີ່ພວກ​ນັກ​ທ່ອງ​ທ່ຽວເງິນໜ້ອຍ ນິຍົມ​ກັນ​ໄປ
ແລະ​ເປັນ​ຈຸດເລີ້ມ​ຕົ້ນ ​ສຳ​ຫລັບ​ການ​ເດີນທາງ​ໄປ​ທ່ຽວຕໍ່ ທີ່ປະ​ເທດ​ໃກ້​ຄຽງ ສຳ​ຫລັບ
​ພວກນັກ​ທ່ອງ​ທ່ຽວ​ຊາວໜຸ່ມອິ​ສ​ຣາ​ແອ​ລ ທີ່​ຫາ​ກໍ​ສຳ​ເລັດ​ການ​ຮັບ​ໃຊ້ ​ເປັນ​ທະ​ຫານ​
ຕາມ​ຂໍ້​ບັງຄັບ​ຂອງ​ກົດໝາຍ. ​ຄາດກັນ​ວ່າ ມີ​ຊາວອິ​ສ​ຣາ​ແອ​ລ ປະ​ມານ 120,000
ພັນຄົນ ພາ​ກັນ​ໄປ​ທ່ຽວ ປະ​ເທດ​ໄທ ​ໃນແຕ່​ລະ​ປີ.
XS
SM
MD
LG