ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກໄທ ໂຄສະນາຫາສຽງ ໃນການໂຮມຊຸມນຸມ ທີ່ບາງກອກ


ນາຍົກລັດຖະມົນຕີຮັກສາການແລະຜູ້ນຳພັກປະຊາທິປັດທ່ານອະພິຊິດ ເວດຊາຊີວະພວມຖະແຫຼງຕໍ່ພວກສະໜັບ ສະໜຸນ ໃນການໂຄສະນາຫາສຽງ ທີ່ຈັງຫວັດເພັດຊະບູນ (18 ມິຖຸນາ 2011)
ນາຍົກລັດຖະມົນຕີຮັກສາການແລະຜູ້ນຳພັກປະຊາທິປັດທ່ານອະພິຊິດ ເວດຊາຊີວະພວມຖະແຫຼງຕໍ່ພວກສະໜັບ ສະໜຸນ ໃນການໂຄສະນາຫາສຽງ ທີ່ຈັງຫວັດເພັດຊະບູນ (18 ມິຖຸນາ 2011)

ນາຍົກລັດຖະມົນຕີໄທ ທ່ານອະພິຊິດ ເວດຊາຊີວະໃຫ້ຄຳໝັ້ນສັນຍາວ່າຈະເປີດເຜີຍຂໍ້ມູນ
ໃໝ່ໃຫ້ຊາບກ່ຽວກັບຄວາມຮຸນແຮງທາງການເມືອງໃນປີກາຍນີ້ ໃນລະຫວ່າງການໂຮມຊຸມ
ນຸມໂຄສະນາຫາສຽງໃນວັນພະຫັດມື້ນີ້ຢູ່ທີ່ບ່ອນພວກເສື້ອແດງຫຼື ນປຊ ຈັດການປະທ້ວງ
ຂຶ້ນນັ້ນ.

ເຈົ້າໜ້າທີ່ໄດ້ສົ່ງກຳລັງຕຳຫຼວດຫຼາຍຮ້ອຍຄົນ ໄປຍັງບໍລິເວນດັ່ງກ່າວ ຍ້ອນຢ້ານຈະເກີດ
ຄວາມຮຸນແຮງຂຶ້ນ ຂະນະທີ່ພວກຜູ້ນຳເສື້ອແດງໄດ້ສັ່ງໃຫ້ສະມາຊິກຂອງຕົນ ຢູ່ໃຫ້ໄກໆ
ຈາກບ່ອນໂຄສະນາຫາສຽງ ໃນເຂດໃຈກາງບາງກອກ. ບັນດາສະມາຊິກຂອງພວກຝ່າຍ
ຄ້ານກ່າວວ່າ ການເລືອກເອົາສະຖານທີ່ດັ່ງກ່າວເປັນບ່ອນຊຸມນຸມຂອງທ່ານອະພິຊິດແມ່ນ
ເປັນການໝິ່ນປະໝາດຕໍ່ບັນດາຄອບຄົວຂອງພວກ 90 ກວ່າຄົນທີ່ໄດ້ເສຍຊີວີດເວລາຕຳ
ຫຼວດທັບມ້າງການປະທ້ວງທີ່ດຳເນີນມາເປັນເວລາ 6 ອາທິດໃນເດືອນພຶດສະພາປີ 2010.

ການຢັ່ງຫາງສຽງສຳລັບການເລືອກຕັ້ງຂອງໄທໃນວັນທີ 3 ກໍລະກົດຈະມານີ້ສະແດງໃຫ້
ເຫັນວ່າ ພັກປະຊາທິປັດຂອງທ່ານອະພິຊິດມີຄະແນນສຽງເປັນຮອງຫຼືນຳຫຼັງພັກເພື່ອໄທ ພາຍໃຕ້ການນຳພາຂອງນາງຍິ່ງຣັກ ຊິນນະວັດ ທີ່ເປັນນ້ອງສາວຂອງອະດີດນາຍົກລັດ
ຖະມົນຕີທັກສິນ ຊິນນະວັດທີ່ໄດ້ຖືກຂັບໄລ່ອອກຈາກອຳນາດ ໃນການກໍ່ລັດຖະປະຫານ
ປີ 2006 ແລະລີ້ໄພ ຢູ່ໃນຕ່າງປະເທດເວລານີ້ ທີ່ຊ່ອຍພາໃຫ້ມີການປະທ້ວງຂອງພວກ
ເສື້ອແດງນັ້ນ.

ທ່ານອະພິຊິດກ່າວຕໍ່ພວກນັກຂ່າວໃນວັນພຸດວານນີ້ວ່າ ທ່ານຄິດວ່າບັນດາຜູ້ມີສິດປ່ອນ
ບັດໄດ້ຮັບອິດທິພົນຈາກການຕຳໜິຕິຕຽນ ຕໍ່ລັດຖະບານຂອງທ່ານໃນການຮັບມືກັບການ
ປະທ້ວງແລະການໂຮມຊຸມໃນມື້ນີ້ແມ່ນເປັນໂອກາດອັນດີທີ່ຈະໃຫ້ຄວາມກະຈ່າງແຈ້ງກ່ຽວ
ກັບການເຂົ້າໃຈຜິດດັ່ງກ່າວ.

XS
SM
MD
LG