ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະລາຊີນີໄທຊົງພະປະຊວນ


ພະລາຊີນີໄທຊົງພະປະຊວນ
ພະລາຊີນີໄທຊົງພະປະຊວນ

ສຳນັກພະລາດຊະວັງຂອງໄທກ່າວວ່າ ພະລາຊີນີ ທີ່ມີພະ ຊົນມາຍຸ 78 ພັນສາຂອງໄທ ຊົງພວມຫາຍດີຈາກພະອາ ການປະຊວນຍ້ອນບັນຫາຫົວໃຈ ຫຼັງຈາກຊົງເຂົ້າຮັບການ ປິ່ນປົວ ທີ່ໂຮງພະຍາບານບາງກອກ.

ພະລາຊິນີ ສິຮິກິດ ແຫ່ງລາຊະອານາຈັກໄທ
ພະລາຊິນີ ສິຮິກິດ ແຫ່ງລາຊະອານາຈັກໄທ

ຖະແຫຼງຂ່າວສະບັບນຶ່ງຂອງ ສຳນັກພະລາດຊະວັງແຈ້ງ ວ່າ ພະລາຊີນີສິຣິກິດໄດ້ຊົງ ຖືກສົ່ງເຂົ້າຮັບການປິ່ນປົວ ທີ່ໂຮງພະຍາບານຈຸລາລົງ ກອນ ໃນຕອນແລງຂອງມື້ ວັນພະຫັດຜ່ານມາ ຍ້ອນມີ ພະອາການຫົວໃຈເຕັ້ນຜິດ ປົກກະຕິ. ຖະແຫຼງຂ່າວ ເວົ້າຕື່ມວ່າ ການເຕັ້ນຂອງ ຫົວໃຈພະລາຊີນີໄດ້ກັບຄືນ ເປັນປົກກະຕິແລ້ວ ໃນຄືນວັນສຸກວານນີ້.

ກະສັດພູມີພົລ ອະດຸນຢະເດດ ທີ່ມີພະຊົນມາຍຸ 82 ພັນສາ ທີ່ພວມຊົງປະຊວນຢູ່ໃນເວລາ ນີ້ ກໍໄດ້ສະເດັດໄປຢ້ຽມພະອາການປະຊວນ ຂອງພະລາຊີນີສິຣິກິດໃນມື້ວັນສຸກວານນີ້ ຈາກ ໂຮງພະຍາບານສິຣິຣາດ ບ່ອນທີ່ພະອົງພວມຊົງປະທັບຢູ່ແລະຮັບການປິ່ນປົວພະຍາບານມາ ແຕ່ປີກາຍ.

ກະສັດພູມີພົນ ຊົງໄດ້ເຂົ້າຮັບການປິ່ນປົວທີ່ໂຮງພະຍາບານສິຣິຣາດໃນເດືອນກັນຍາປີກາຍ ຍ້ອນມີພະອາການປະຊວນ ກ່ຽວກັບລະບົບຫາຍໃຈ. ບໍ່ໄດ້ມີການອະທິບາຍໃດໆວ່າ ເປັນ ຫຍັງພະອົງຈຶ່ງຊົງຮັບການປິ່ນປົວ ເປັນເວລາດົນນານແທ້.

XS
SM
MD
LG