ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກຕໍ່ຕ້ານ ລັດຖະບານ ສືບຕໍ່ ການປະທ້ວງ ທີ່ບາງກອກ (ສະໄລດ໌/ວີດີໂອ)


ພວກປະທ້ວງ ຕໍ່ຕ້ານລັດຖະບານໃນໄທ ພະຍາຍາມຍົກຍ້າຍ ເຄື່ອງກີດຂວາງຂອງຕຳຫຼວດອອກ ໃນລະຫວ່າງການໂຮມຊຸມ ປະທ້ວງ ຢູ່ຕໍ່ໜ້າໜ່ວຍສືບສວນພິເສດ ທີ່ບາງກອກ (30 ພະຈິກ 2013)
ພວກປະທ້ວງ ຕໍ່ຕ້ານລັດຖະບານໃນໄທ ພະຍາຍາມຍົກຍ້າຍ ເຄື່ອງກີດຂວາງຂອງຕຳຫຼວດອອກ ໃນລະຫວ່າງການໂຮມຊຸມ ປະທ້ວງ ຢູ່ຕໍ່ໜ້າໜ່ວຍສືບສວນພິເສດ ທີ່ບາງກອກ (30 ພະຈິກ 2013)
ໄທ ເພີ້ມການຮັກສາຄວາມປອດໄພ ຢູ່ໃນເຂດບາງກອກໃນວັນ
ເສົາມື້ນີ້ ຂະນະທີ່ພວກປະທ້ວງຕໍ່ຕ້ານລັດຖະບານ ເຂົ້າຢຶດເອົາ
ຫ້ອງການ ຂອງບໍລິສັດລັດວິສາຫະກິດໂທລະຄົມມະນາຄົມ ໃນ ການເຄື່ອນໄຫວຫຼ້າສຸດເພື່ອພະຍາຍາມຫາທາງໂຄ່ນລົ້ມລັດຖະ
ບານ.

ຕຳຫຼວດ ໃນເຂດນະຄອນຫຼວງຂອງໄທກ່າວວ່າ ນອກນັ້ນແລ້ວ
ພວກປະທ້ວງ ຍັງມີແຜນການ ທີ່ຈະປິດລ້ອມ ກອງບັນຊາການ
ໃຫຍ່ຕຳຫຼວດແຫ່ງຊາດແລະຕຳຫຼວດນະຄອນຫຼວງພ້ອມທັງທຳ
ນຽບລັດຖະບານ ແລະແມ່ນກະທັງສວນສັດນຳດ້ວຍ.

Thailand Protests
please wait
Embed

No media source currently available

0:00 0:01:48 0:00


ໃນວັນສຸກວານນີ້ພວກປະທ້ວງຫຼາຍກວ່າ 1,000 ຄົນ ໄດ້ບຸກເຂົ້າໄປ ໃນກອງບັນຊາການ ກອງທັບບົກ ໃນຄວາມພະຍາຍາມເພື່ອຊັກຊວນໃຫ້ພວກທະຫານເຂົ້າຮ່ວມການດຳເນີນ ຄວາມພະຍາຍາມ ເພື່ອໂຄ່ນລົ້ມ ລັດຖະບານຂອງນາຍົກລັດຖະມົນຕີ ຍິ່ງລັກ ຊິນນະວັດ. ພວກປະທ້ວງໄດ້ອອກຈາກກອງບັນຊາການທະຫານຫລັງຈາກໄດ້ຢູ່ທີ່ນັ້ນປະມານ 2 ຊົ່ວ ໂມງ.

ຜູ້ບັນຊາການກອງທັບບົກ ນາຍພົນປຣະຢຸດ ຈັນໂອຊາ ໃນເວລາຕໍ່ມາໄດ້ຂໍຮ້ອງໃຫ້ພວກ ປະທ້ວງ ຢ່າໄດ້ບັງຄັບໃຫ້ທາງກອງທັບ ຕ້ອງເຂົ້າຂ້າງຝ່າຍໃດຝ່າຍນຶ່ງ.



ບັນດາຜູ້ນຳຂອງພວກຝ່າຍຄ້ານເວົ້າວ່າ ວັນອາທິດນີ້ຈະເປັນວັນໄຊຊະນະຂອງພວກເຂົາ ເຈົ້າ ແລະໄດ້ຮຽກຮ້ອງໃຫ້ພວກສະໜັບສະໜຸນ ປິດລ້ອມ ສຳນັກງານນາຍົກລັດຖະມົນຕີ. ເຂົາເຈົ້າປະກາດວ່າ ຈະເຂົ້າຍຶດເອົາທຸກໆກະຊວງຂອງລັດຖະບານ ຈົນກວ່າທ່ານນາງຍິ່ງ ລັກຈະລາອອກຈາກຕຳແໜ່ງ.

ທ່ານນາງຍິ່ງລັກໄດ້ລອດພົ້ນຈາກການລົງມະຕິບໍ່ໄວ້ວາງໃຈຢູ່ໃນສະພາແຫ່ງຊາດ. ນາຍົກ ລັດຖະມົນຕີຍິ່ງລັກ ໄດ້ປະຕິເສດທີ່ຈະລາອອກ ແລະຮຽກຮ້ອງໃຫ້ເປີດການໂອ້ລົມສົນທະ ນາເພື່ອຫາທາງແກ້ໄຂສະຖານະການ. ທ່ານນາງໃຫ້ຄຳໝັ້ນສັນຍາວ່າຈະບໍ່ໃຊ້ກຳລັງເພື່ອ ຍຸຕິການປະທ້ວງ.

Thailand Protesters Continue Bid to Oust Government
please wait

No media source currently available

0:00 0:02:28 0:00
ລິງໂດຍກົງ
XS
SM
MD
LG