ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງ ບຸກເຂົ້າໄປ ໃນກອງບັນຊາການ ທະຫານ ຢູ່ບາງກອກ (ສະໄລດ໌/ວີດີໂອ)


ທະຫານຄົນນຶ່ງ ຢືນຢູ່ຂະນະທີ່ພວກປະທ້ວງ ຕໍ່ຕ້ານລັດຖະບານໄທ ພາກັນນັ່ງລົງ ທີ່ຄ້າຍທະຫານ ຢູ່ບາງກອກ (29 ພະຈິກ 2013)
ທະຫານຄົນນຶ່ງ ຢືນຢູ່ຂະນະທີ່ພວກປະທ້ວງ ຕໍ່ຕ້ານລັດຖະບານໄທ ພາກັນນັ່ງລົງ ທີ່ຄ້າຍທະຫານ ຢູ່ບາງກອກ (29 ພະຈິກ 2013)
ພວກປະທ້ວງຫຼາຍກວ່າ 1 ພັນຄົນ ໄດ້ບຸກເຂົ້າໄປໃນກອງບັນຊາ
ການໃຫຍ່ຂອງກອງທັບບົກທີ່ນະຄອນຫຼວງຂອງໄທຊຶ່ງເປັນການ
ເພີ້ມທະວີ ຄວາມຮຸນແຮງຫຼ້າສຸດ ໃນການເດີນຂະບວນປະທ້ວງ
ເພື່ອຊອກຫາຊ່ອງທາງ ທີ່ຈະຂັບໄລ່ນາຍົກລັດຖະມົນຍິ່ງລັກ ຊິນ
ນະວັດ ອອກຈາກຕຳແໜ່ງ.

ເຈົ້າໜ້າທີ່ທະຫານຂອງໄທ ກ່າວວ່າ ພວກປະທ້ວງໄດ້ບຸກເຂົ້າໄປ
ໃນກອງບັນຊາການໃຫຍ່ ໃນວັນສຸກມື້ນີ້ ໂດຍຮຽກຮ້ອງໃຫ້ພວກ
ທະຫານເຂົ້າຮ່ວມໃນການຕໍ່ສູ້ ເພື່ອໂຄ່ນລົ້ມລັດຖະບານ.

ພວກປະທ້ວງຝ່າຍຄ້ານໄດ້ຂະຫຍາຍການປະທ້ວງຂອງພວກເຂົາ
ເຈົ້າອອກໄປ ທົ່ວນະຄອນຫຼວງຂອງໄທ ໂດຍໃຫ້ຄຳໝັ້ນສັນຍາວ່າ ຈະເຂົ້າຍຶດເອົາທຸກໆກະ ຊວງຂອງລັດຖະບານ ຈົນກວ່ານາຍົກລັດຖະມົນຕີຍິ່ງລັກ ຊິນນະວັດລາອອກຈາກຕຳແໜ່ງ.



ທ່ານນາງຍິ່ງລັກ ຊິນນະວັດໄດ້ລອດພົ້ນຢ່າງງ່າຍດາຍ ຈາກການລົງມະຕິບໍ່ໄວ້ວາງໃຈຢູ່ໃນ ສະພາແຫ່ງຊາດໃນວັນພະຫັດວານນີ້. ສະມາຊິກສະພາໄດ້ລົງຄະແນນ 297 ຕໍ່ 134 ສຽງ ຄັດຄ້ານຕໍ່ມາດຕະການທີ່ຈະໂຄ່ນລົ້ມທ່ານນາງຍ້ອນການກ່າວຫາວ່າມີການສໍ້ລາດບັງຫຼວງ.

ນາຍົກລັດຖະມົນຕີຍິ່ງລັກ ໄດ້ປະຕິເສດບໍ່ຍອມລາອອກ ແລະໄດ້ຮຽກຮ້ອງໃຫ້ເປີດການໂອ້ ລົມສົນທະນາ ເພື່ອແກ້ໄຂສະຖານະການ. ທ່ານນາງປະກາດວ່າ ຈະບໍ່ມີການໃຊ້ຄວາມຮຸນ ແຮງເພື່ອຍຸຕິການປະທ້ວງ.

ພວກປະທ້ວງ ໄດ້ເຂົ້າຍຶດເອົາບາງສ່ວນ ຂອງກະຊວງການເງິນ ແລະກະຊວງການຕ່າງປະ ເທດແລະປິດລ້ອມກະຊວງພາຍໃນແລະຕຳຫຼວດກ່າວໃນວັນພະຫັດມື້ວານນີ້ວ່າ ພວກປະ ທ້ວງໄດ້ດຶງຈ່ອງ ສາຍໄຟຟ້າລົງມາຫຼາຍສາຍ ຢູ່ນອກກອງບັນຊາການໃຫຍ່ຕຳຫຼວດ ແລະ
ໂຮງໝໍແຫ່ງນຶ່ງທີ່ຕັ້ງຢູ່ໃກ້ຄຽງ ບັງຄັບໃຫ້ສະຖານທີ່ເຫຼົ່ານີ້ ຕ້ອງໃຊ້ໄຟຟ້າສຳຮອງ.

ການປະທ້ວງຢູ່ຕາມຖະໜົນຫົນທາງສາຍຕ່າງໆເທື່ອນີ້ ນັບວ່າເປັນການປະທ້ວງຄັ້ງໃຫຍ່ທີ່ ສຸດໃນໄທ ນັບແຕ່ປີ 2010 ເປັນຕົ້ນມາ ເວລາປະຊາຊົນ 90 ກວ່າຄົນເສຍຊີວິດ ຍ້ອນການ ປາບປາມພວກປະທ້ວງຝ່າຍຄ້ານ ໂດຍທະຫານນັ້ນ.

Thai Protesters Press on With Rallies Amid Fears of Violence
please wait

No media source currently available

0:00 0:01:30 0:00
ລິງໂດຍກົງ
XS
SM
MD
LG