ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ຕໍ່ອາຍຸ ພາວະສຸກເສີນ ຕື່ມອີກ 3 ເດືອນ


ທະຫານ ແລະຕຳຫຼວດ ປາບຈະລາຈົນ ຂອງໄທ ຢືນຢູ່ຂ້າງໜາມໝາກຈັບ ຫຼັງຈາກ ໄດ້ປິດລ້ອມ ເຂດສຸຂຸມວິດ ໃນເດືອນພຶດສະພາ ຜ່ານມາ.
ທະຫານ ແລະຕຳຫຼວດ ປາບຈະລາຈົນ ຂອງໄທ ຢືນຢູ່ຂ້າງໜາມໝາກຈັບ ຫຼັງຈາກ ໄດ້ປິດລ້ອມ ເຂດສຸຂຸມວິດ ໃນເດືອນພຶດສະພາ ຜ່ານມາ.

ໄທໄດ້ຕໍ່ອາຍຸ ການປະກາດ​ໃຊ້ ພາວະສຸກເສີນ ຢູ່ໃນຫຼາຍໆເຂດ ຂອງປະເທດ ໂດຍອ້າງເຫດຜົນ ກ່ຽວກັບ ຄວາມວິຕົກກັງວົນ ຢ້ານວ່າ ພວກຕໍ່ຕ້ານ ລັດຖະບານ ອາດຈະຍຸຍົງ ໃຫ້ກໍ່ຄວາມບໍ່ສະຫງົບຕື່ມ ຄ້າຍຄືກັນ ກັບໄລຍະ ຫຼາຍໆເດືອນ ຂອງການ ໂຮມຊຸມນຸມປະທ້ວງ ຢ່າງຮ້າຍແຮງ ທີ່ເລີ້ມຂຶ້ນ ໃນເດືອນມີນາ ຕົ້ນປີນີ້.

ເຈົ້າໜ້າທີ່ ລັດຖະບານໄທ ກ່າວໃນວັນອັງຄານ ມື້ນີ້ວ່າ ພາວະສຸກເສີນ ຈະຕໍ່ອອກ​ໄປ ຕື່ມອີກ ເປັນເວລາ 3 ເດືອນ ຢູ່ໃນ 18 ຈັງຫວັດ ຂອງຈຳນວນທັງໝົດ 76 ຈັງຫວັດ ຂອງໄທ ແລະໃນເຂດບາງກອກ ແຕ່ຈະມີການຍົກເລີກ ຢູ່ໃນ 5 ຈັງຫວັດ.

ການປະກາດ ພາວະສຸກເສີນ ແມ່ນໄດ້ຈຳກັດຮັດແຄບ ສິດອິສະລະພາບ ຈຳນວນນຶ່ງ ຂອງປະຊາຊົນ ອະນຸຍາດໃຫ້ມີ ການກວດກາຂ່າວ ແລະ​ເຮັດ​ໃຫ້​ງ່າຍ​ຂຶ້ນ ​ໃນການນຳໃຊ້ ກຳລັງທະຫານ ເພື່ອຮັກສາ ຄວາມສະຫງົບ.

ການຕໍ່ສູ້ກັນ ລະຫວ່າງກຳລັງ ຮັກສາຄວາມສະຫງົບ ແລະພວກປະທ້ວງ ຕໍ່ຕ້ານລັດຖະບານ ເສື້ອແດງ ນປຊ ເຮັດໃຫ້ມີ ຜູ້ເສຍຊີວິດ 90 ຄົນ ແລະ ໄດ້ຮັບບາດເຈັບ ປະມານ 1,900 ຄົນ ໃນລະຫວ່າງ ທີ່ພວກປະທ້ວງ ພາກັນເຂົ້າຢຶດເອົາ ເຂດຍ່ານການຄ້າ ບາງແຫ່ງ ໃນບໍລິເວນ ໃຈກາງບາງກອກ ເປັນເວລາ 10 ອາທິດ.

ກອງທັບໄທ ໄດ້ທັບມ້າງ ບ່ອນ​ຊຸມນຸມ​ປະ​ທ້ວງ ຂອງພວກເສື້ອແດງ ໃນການບຸກໂຈມຕີ ເມື່ອວັນທີ 19 ພຶດສະພາ ຜ່ານມາ.

XS
SM
MD
LG