ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວມຸສລິມ ປະທ້ວງ ຢູ່ນອກສະຖານທູດ ສຫລ ທີ່ບາງກອກ (ວີດິໂອ)


ພວກຊາວມຸສລິມໂຮມຊຸມນຸມຢູ່ນອກສະຖານທູດສະຫະລັດ ທີ່ບາງກອກ ເພື່ອປະທ້ວງຕໍ່ຮູບເງົາໝິ່ນປະໝາດພະສາດສະດາມູຮຳມັດ ທີ່ສ້າງຢູ່ໃນສະຫະລັດ.
ພວກຊາວມຸສລິມໂຮມຊຸມນຸມຢູ່ນອກສະຖານທູດສະຫະລັດ ທີ່ບາງກອກ ເພື່ອປະທ້ວງຕໍ່ຮູບເງົາໝິ່ນປະໝາດພະສາດສະດາມູຮຳມັດ ທີ່ສ້າງຢູ່ໃນສະຫະລັດ.
ພວກເດີນຂະບວນປະທ້ວງຊາວມຸສລິມປະທະກັບຕໍາຫລວດ
ຢູ່ນອກສະຖານທູດ ສະຫະລັດ ທີ່ບາງກອກ ໃນວັນພະຫັດມື້ນີ້ ໃນລະຫວ່າງການໂຮມຊຸມນຸມຕໍ່ຕ້ານ ຮູບເງົາໝິ່ນປະໝາດພະ
ສາດສະດາມູຮຳມັດ ທີ່ສ້າງຢູ່ໃນສະຫະລັດ.

ພວກເດີນຂະບວນປະທ້ວງ ທີ່ພະຍາຍາມມຸ່ງໜ້າໄປຍັງສະຖານ
ທູດສະຫະລັດ ໄດ້ຖືກຂັດຂວາງໂດຍພວກເຈົ້າໜ້າທີ່ຕໍາຫລວດ
ຫລາຍໆຮ້ອຍຄົນ. ການປະທ້ວງໃນ ວັນພະຫັດມື້ນີ້ ແມ່ນເປັນ
ເທື່ອທີ 2 ໃນຮອບສອງທິດຜ່ານມາ.

ພວກປະທ້ວງໄດ້ພາກັນລົງສູ່ຖະໜົນຫົນທາງສາຍຕ່າງໆໃນ
ບາງກອກເພື່ອສະແດງຄວາມໂກດແຄ້ນຕໍ່ຮູບເງົາທີ່ໄດ້ພາໃຫ້
ເກີດການເດີນຂະບວນຢູ່ໃນຫລາຍປະເທດ ທີ່ຖືສາສະໜາ
ອິສລາມ. ພວກປະທ້ວງຢາກໃຫ້ Google ແລະ YouTube
ເອົາຮູບເງົາເລື້ອງນີ້ອອກຈາກ ເວັບໄຊທ໌ຂອງບໍລິສັດເຂົາເຈົ້າແລະຮຽກຮ້ອງໃຫ້ລັດຖະ ບານສະຫະລັດ ເອົາມາດຕະການຕໍ່ຜູ້ສ້າງຮູບເງົານີ້.

ວີດິໂອການປະທ້ວງຂອງພວກມຸສລິມ ຢູ່ນອກສະຖານທູດສະຫະລັດທີ່ບາງກອກ

XS
SM
MD
LG