ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການສືບຕໍ່ ປະທ້ວງ ລັດຖະບານ ຢູ່ໄທ


ເຈົ້າໜ້າທີ່ ໃຫ້ການຊ່ອຍເຫລືອສຸກເສີນ ຂອງໄທ ກ່າວວ່າ ມີທະຫານຄົນນຶ່ງ ເສຍຊີວິດ ແລະອີກ 15 ຄົນ ໄດ້ຮັບບາດເຈັບ ໃນການປະທະກັນ ລະຫວ່າງ ກຳລັງ ຮັກສາຄວາມສະງົບ ແລະພວກປະທ້ວງ ຕໍ່ຕ້ານລັດຖະບານ ທີ່ບາງກອກ ໃນວັນພຸດມື້ນີ້. ການປະເຊີນໜ້າກັນ ໄດ້ເກີດຂຶ້ນ ຫລັງຈາກ ພວກປະທ້ວງ ເສື້ອແດງ ຫລາຍໆພັນຄົນ ໄດ້ພາກັນ ອອກຈາກຄ້າຍ ຂອງພວກເຂົາເຈົ້າ ໃນເຂດຍ່ານການຄ້າ ໃຈກາງບາງກອກ ​ໄປດ້ວຍລົດກະບະ ແລະຣົດຈັກ ໂດຍພາກັນ ມຸ່ງໜ້າໄປຍັງ ຕະຫລາດແຫ່ງນຶ່ງ ໃນເຂດຊານເມືອງ. ໃນຂັ້ນຕົ້ນ ກຳລັງຮັກສາຄວາມສະງົບ ໄດ້ຍິງປືນເຕືອນຂຶ້ນຟ້າ ຂະນະທີ່ ຂະບວນຂອງ ພວກປະທ້ວງເສື້ອແດງ ເຄື່ອນໄປຕາມ ຖະໜົນຫົນທາງສາຍຕ່າງໆ ຢູ່ໃນບາງກອກ. ພວກປະທ້ວງເສື້ອແດງ ໄດ້ສົ່ງຂະບວນລົດ ອອກຈາກຄ້າຍໄປ ​ໃນ​ການຝ່າຝືນ ຕໍ່ຄຳສັ່ງ ຂອງລັດຖະບານ ທີ່ຈະປ້ອງ​ກັນ ບໍ່ໃຫ້ພວກປະທ້ວງ ຂະຫຍາຍການປະທ້ວງ ທີ່ດຳເນີນມາ ເປັນເວລາ 7 ອາທິດ ຂອງພວກເຂົາອອກໄປ ກາຍບໍລິເວນ ທີ່ຕັ້ງຄ້າຍ ​ໃນ​ໃຈກາງ​ເມືອງນັ້ນ. ພວກປະທ້ວງ ຕໍ່ຕ້ານລັດຖະບານ ເຮັດໃຫ້ບາງກອກຕົກ ຢູ່ໃນສະພາບ ເກືອບເປັນອຳມະພາດ ໃນການດຳເນີນ ຄວາມພະຍາຍາມ ຂອງພວກເຂົາ ເພື່ອບັງຄັບໃຫ້ ນາຍົກລັດຖະມົນຕຣີ ອະພິຊິດ ເວດຊາຊີວະ ຮຽກໃຫ້ມີ ການເລືອກຕັ້ງໃໝ່ນັ້ນ.

XS
SM
MD
LG