ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການປະທ້ວງ ຕໍ່ຕ້ານ ລັດຖະບານ ຢູ່ໄທ


ພວກປະທ້ວງເສື້ອແດງ ປະຈຳການ ຢູ່ຕາມແນວປ້ອງກັນ ໃນບໍລິເວນທາງເຂົ້າ ໄປຍັງ ບ່ອນໂຮມຊຸມນຸມໃຫຍ່ ໃກ້ໆສະຖານທູດ ສະຫະລັດ ແລະອັງກິດ, 21 ເມສາ 2010
ພວກປະທ້ວງເສື້ອແດງ ປະຈຳການ ຢູ່ຕາມແນວປ້ອງກັນ ໃນບໍລິເວນທາງເຂົ້າ ໄປຍັງ ບ່ອນໂຮມຊຸມນຸມໃຫຍ່ ໃກ້ໆສະຖານທູດ ສະຫະລັດ ແລະອັງກິດ, 21 ເມສາ 2010

ໄທໄດ້ສົ່ງກຳລັງ ຮັກສາຄວາມສະງົບ ຈຳນວນຫລາຍພັນຄົນ ໄປຍັງບໍລິເວນອ້ອມແອ້ມ ຍ່ານການຄ້າ ໃນເຂດໃຈກາງບາງກອກ ບ່ອນທີ່ພວກປະທ້ວງ ຕໍ່ຕ້ານລັດຖະບານ ໄດ້ພາກັນໂຮມຊຸມນຸມ ມາໄດ້ຫລາຍມື້ແລ້ວນັ້ນ. ການສົ່ງກຳລັງ ໄປຕື່ມດັ່ງກ່າວນີ້ ມີຂຶ້ນນຶ່ງມື້ ຫລັງຈາກພວກປະທ້ວງເສື້ອແດງ ຍົກເລີກແຜນການເດີນຂະບວນ ໄປຍັງຄຸ້ມການເງິນ ໃນນະຄອນຫຼວງຂອງໄທ. ພວກຜູ້ນຳປະທ້ວງເສື້ອແດງ ໄດ້ຍົກເລີກແຜນການ ເດີນຂະບວນ ໄປຍັງຄຸ້ມການເງິນ ຫລັງຈາກພວກທະຫານ ຈຳນວນຫລາຍຮ້ອຍຄົນ ທີ່ຕິດອາວຸດໜັກ ໄດ້ເຄື່ອນກຳລັງເຂົ້າໄປ ໃນບໍລິເວນນັ້ນ ແລະທາງກອງທັບຂອງໄທ ໄດ້ຂູ່ວ່າ ຈະໃຊ້ກຳລັງຮຸນແຮງ ທັບມ້າງການປະທ້ວງ. ກອງທັບໄທເຕືອນ ໃນມື້ວັນອັງຄານ ຜ່ານມານີ້ວ່າ ທະຫານຈະໃຊ້ລູກປືນແທ້ ຖ້າການປະທ້ວງ ຫາກຍັງຂະຫຍາຍໂຕ ແລະລັດຖະບານກ່າວວ່າ ອາດຈະມີການປະກາດໃຊ້ ກົດໄອຍະການເສິກ ຖ້າຫາກເກີດ ຄວາມຮຸນແຮງຂຶ້ນ. ພວກປະທ້ວງເສື້ອແດງ ໄດ້ພາກັນປັກຂວກ ທີ່ເຮັດດ້ວຍໄມ້ໄຜ່ແຫລມ ແລະໃຊ້ກອງຫີນເປັນເຄື່ອງກັ້ນ ຢູ່ອ້ອມບໍລິເວນພັກເຊົາ ຂອງພວກເຂົາເຈົ້າ. ພວກສະໜັບສະໜຸນ ອະດີດນາຍົກລັດຖະມົນຕີ ທັກສິນ ຊິນນະວັດ ທີ່ລີ້ໄພ ຢູ່ໃນຕ່າງປະເທດ ເລີ້ມພາກັນປະທ້ວງ ທີ່ບາງກອກ ໃນວັນທີ 12 ມີນາຜ່ານມາ ເພື່ອຮຽກຮ້ອງໃຫ້ ນາຍົກລັດຖະມົນຕີ ອະພິຊິດ ເວດຊາຊີວະ ຈັດການເລືອກຕັ້ງ ຄັ້ງໃໝ່ຢູ່ໄທ.

XS
SM
MD
LG