ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການປະທ້ວງ ໃນໄທ


ຕຳຫລວດ ປາບຈະລາຈົນ ໄດ້ປະເຊີນໜ້າ ກັບພວກປະທ້ວງ ຕໍ່ຕ້ານລັດຖະບານ ໃນເຂດຍ່ານການຄ້າ ຫລູຫລາລາຄາແພງ ຂອງບາງກອກ ໃນວັນສຸກມື້ນີ້ ບໍ່ເທົ່າໃດຊົ່ວໂມງ ລຸນຫລັງ ທີ່ໄດ້ມີການໂຈມ ຮ້າຍແຮງ ດ້ວຍລະເບີດມື ຢູ່ໃນເຂດດັ່ງກ່າວ. ທັງສອງຝ່າຍ ໄດ້ຮ້ອງໃສ່ກັນ ຢູ່ຕາມຖະໜົນສີລົມ ຊຶ່ງເປັນຈຸດ ໃຈກາງ ຂອງຍ່ານການຄ້າຂາຍຍ່ອຍ ແລະສູນກາງທ່ອງທ່ຽວ ຂອງບາງກອກ. ພວກປະທ້ວງເສື້ອແດງ ໄດ້ເຂົ້າຢຶດເອົາ ບໍລິເວນດັ່ງກ່າວ ມາໄດ້ ຫລາຍມື້ແລ້ວ ຊຶ່ງເຮັດໃຫ້ ທຸລະກິດ ແລະ ໂຮງແຮມຫລູຫລາ ໃນເຂດນັ້ນ ຕ້ອງປິດກິດຈະການ. ກຸ່ມປະສົມ ຂອງພວກພະນັກງານ ທີ່ເຮັດຢູ່ນຳໂຮງການ ຊຶ່ງເປັນຄອບຄົວ ຂອງພວກຄົນຊັ້ນກາງ ແລະພວກຄົນງານ ທີ່ໄດ້ເງິນເດືອນຕຳ ທີ່ເວົ້າເຖິງ ພວກເຂົາເຈົ້າວ່າ ເປັນພວກເສື້ອຫຼາຍສີນັ້ນ ພວມວາງແຜນ ຈະຈັດການໂຮມຊຸມນຸມ ປະທ້ວງຄັ້ງໃຫຍ່ ຢູ່ທີ່ບາງກອກ ໃນວັນສຸກມື້ນີ້ ເພື່ອທວງໃຫ້ ພວກເສື້ອແດງ ສິ້ນສຸດການຢຶດຄອງ ເຂດຍ່ານການຄ້າ ດັ່ງກ່າວ. ກຸ່ມປະສົມ ພວກເສື້ອຫລາຍສີ ຍັງໂຮມທັງ ພວກເສື້ອເຫລືອງ ຊຶ່ງເປັນກຸ່ມ ທີ່ສະໜັບສະໜຸນ ນາຍົກລັດຖະມົນຕີ ອະພິຊິດ ເວດຊາຊີວະ ແລະຄອບຄົວ ຂອງຣາຊວົງໄທ ນຳດ້ວຍ. ໃນມື້ວານນີ້ ອົງການສະຫະປະຊາຊາດ ແລະສະຫະລັດ ໄດ້ຮຽກຮ້ອງ ໃຫ້ລັດຖະບານໄທ ແລະພວກປະທ້ວງ ແກ້ໄຂ ບັນຫາຂັດແຍ້ງ ດ້ວຍສັນຕິວິທີ.

ກ່ຽວຂ້ອງກັນ

XS
SM
MD
LG