ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທ - ການປະທ້ວງ


ຜູ້ນຳຄົນນຶ່ງ ຂອງພວກປະທ້ວງ ຕໍ່ຕ້ານລັດຖະບານໃນໄທ ສາມາດຫລົບໜີໄປໄດ້ ຈາກໂຮງແຮມແຫ່ງນຶ່ງ ຂະນະທີ່ກຳລັງ ຮັກສາຄວາມສະງົບ ພວມຈະຈັບຜູ້ກ່ຍວ ແລະຜູ້ນຳຄົນອື່ນໆ ຂອງພວກປະທ້ວງເສື້ອແດງ. ລາຍງານຂ່າວໂທລະພາບ ສະແດງໃຫ້ເຫັນວ່າ ນາຍອາຣິດສະໝັນ ພົງຣ່ວນຣົງ ໄດ້ປີນລົງມາຈາກ ລະບຍງຂອງໂຮງແຮມ SC PARK ແລະພວກສນັບສນຸນ ໄດ້ຂັບລົດພາ ຜູ້ກ່ຍວຫລົບໜີໄປ ຢ່າງວ່ອງໄວ. ຫລັງຈາກນັ້ນ ລາວກໍໄດ້ກັບຄືນໄປ ຢູ່ໃນບໍລິເວນ ຂ້າງນອກຂອງໂຮງແຮມ ແລະຂຶ້ນໄປຢືນ ຢູ່ເທິງຫລັງຄາລົດຕູ້ ກ່າວຖະແຫລງ ຕໍ່ຝູງຊົນ ໂດຍປະກາດວ່າ ລາວຈະຕາມລ່າ ຫານາຍົກລັດຖະມຸນຕີ ອະພິຊິດ ເວດຊາຊີວະ. ຜູ້ນຳພວກເສື້ອແດງ ອີກ 2 ຄົນ ກໍສາມາດ ຫລົບໜີໄປໄດ້ ຂະນະທີ່ຕຳຫລວດ 2 ຄົນ ໄດ້ຖືກສະກັດກັ້ນ ເປັນເວລາສັ້ນໆ ຈາກພວກປະທ້ວງ. ການຫລົບໜີ ຂອງນາຍອາຣິດສະໝັນ ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫລັງຈາກຮອງນາຍົກລັດຖະມຸນຕີ ສຸເສບ ເທືອກສຸບັນ ໄດ້ອອກຖະແຫລງ ທາງໂທຣະພາບ ເພື່ອປະກາດ ກ່ຍວກັບການປະຕິບັດງານ ທີ່ເວົ້າເຖິງ ພວກຜູ້ນຳເສື້ອແດງວ່າ ເປັນພວກກໍ່ການຮ້າຍ ແລະຮຍກຮ້ອງໃຫ້ ພວກປະທ້ວງ ອອກໄປຈາກ ບໍລິເວນດັ່ງກ່າວ. ການບຸກເຂົ້າໄປຈັບກຸມ ແຕ່ບໍ່ປະສົບ ຄວາມສຳເລັດ ຂອງຕຳຫລວດ ໃນວັນສຸກມື້ນີ້ ເຮັດໃຫ້ຮຸ້ນຂອງໄທ ຕົກຣາຄາ ຫລາຍກວ່າ 2 ເປີເຊັນ.

ກ່ຽວຂ້ອງກັນ

XS
SM
MD
LG