ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວບາງກອກໂຮມຊຸມນຸມ ສວດມົນເພື່ອສັນຕິພາບ


ປະຊາຊົນຈຳນວນຫຼາຍພັນຄົນໃນເຂດບາງກອກໄດ້ໄປໂຮມ
ຊຸມນຸມກັນໃນ ຕອນເຊົ້າຂອງວັນພຸດມື້ນີ້ ເພື່ອສວດມົນພາ
ວະນາ ໃຫ້ແກ່ການມີສັນຕິພາບແລະ ການຮຳບາດແຜ
ລຸນຫຼັງທີ່ໄດ້ເກີດຄວາມຮຸນແຮງທາງດ້ານການເມືອງ
ເມື່ອໄວໆມານີ້.

ພະສົງຂອງສາສະໜາພຸດຮ່ວມກັບພວກນັກສອນສາສະໜາ
ອິສະລາມ ພະຂອງສາສະໜາຄຣິສຕ໌ແລະພວກຜູ້ນຳຂອງ
ສາສະໜາຮິນດູ ໄດ້ພາກັນນຳພາໃນ ການສວດມົນ
ພາວະນາຕໍ່ໜ້າປະຊາຊົນໃນເຂດບາງກອກທີ່ໄດ້ປະສົບ
ກັບຄວາມ ວຸ້ນວາຍມາເປັນເວລາ 2 ເດືອນທີ່ເຮັດໃຫ້ມີ
ຜູ້ເສຍຊີວິດຢ່າງນ້ອຍ88 ຄົນແລະ ເກືອບ 1 ພັນ 900
ຄົນໄດ້ຮັບບາດເຈັບ.

ໃນລະຫວ່າງທີ່ມີການປະທ້ວງນັ້ນ ບາງກອກເກືອບເປັນອຳມະພາດ ແລະ ເສດຖະກິດ
ຂອງໄທໄດ້ຕົກຢູ່ໃນສະພາບເປ້ຍຫຼ່ອຍ ຂະນະທີ່ພວກສະໜັບສະໜຸນ ອະດີດນາຍົກ
ລັດຖະມົນຕີທັກສິນຊິນນະວັດ ທີ່ຮູ້ກັນໃນນາມພວກເສື້ອແດງນັ້ນ ໄດ້ເຂົ້າຄວບຄຸມ
ສ່ວນໃຫຍ່ຂອງ​ໃຈກາງບາງກອກຮວມທັງຍ່ານການຄ້າໃນຄຸ້ມຄົນຮັ່ງມີ. ການປະທ້ວງ
ໄດ້ຢຸດຕິລົງດ້ວຍຄວາມຮຸນແຮງໃນສັບປະດາແລ້ວ ໂດຍການ​ບຸກຂອງກຳລັງທະຫານຂອງໄທ.

ພວກເສື້ອແດງໄດ້ກ່າວຫານາຍົກລັດຖະມົນຕີອະພິຊິດ ເວດຊາຊີວະວ່າ ເຂົ້າກຳ
ອຳນາດແບບຜິດກົດໝາຍຫລັງຈາກໄດ້ມີການຂັບໄລ່ທ່ານທັກສິນອອກຈາກຕຳແໜ່ງ.

XS
SM
MD
LG